Featured

ຮອງລັດຖະມົນຕີ ສສກ ເນັ້ນໃຫ້ ສກຂ ສະຫວັນນະເຂດ ເພີ່ມທະວີປຸກລະດົມການເຂົ້າຮຽນ ແລະ ແກ້ໄຂບັນຫາການສຶກສາຢ່າງຮອບດ້ານ

 617576773_1470267535101050_383574029334247229_n.jpg

ໃນຕອນບ່າຍວັນທີ 21 ມັງກອນ 2026 ທີ່ຫ້ອງປະຊຸມໃຫຍ່ ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ສະຫວັນນະເຂດ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງຂະແໜງການສຶກສາ ແລະ ກິລາ ແຂວງສະຫວັນນະເຂດ ຊຶ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະພະແນກ, ຫົວໜ້າຂະແໜງການ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນ/ເມືອງ, ຜູ້ອຳນວຍການໂຮງຮຽນ, ພະນັກງານວິຊາການ ແລະ ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ຂຶ້ນກ່າວຕ້ອນຮັບ ແລະ ລາຍງານສະພາບລວມຂອງການຈັດຕັ້ງປະຕິບັດວຽກງານການສຶກສາ ແລະ ກິລາ ພາຍໃນແຂວງ ໂດຍທ່ານໄດ້ຍົກໃຫ້ເຫັນຂໍ້ມູນດ້ານພື້ນຖານໂຄງລ່າງ ແລະ ສະຖິຕິການສຶກສາ ໃນສົກຮຽນ 2024-2025, ທົ່ວແຂວງມີໂຮງຮຽນທັງໝົດ 1,924 ແຫ່ງ (ຫຼຸດລົງຈາກສົກຮຽນຜ່ານມາ 21 ແຫ່ງ ເນື່ອງຈາກການຈັດຕັ້ງປະຕິບັດການໂຮມໂຮງຮຽນ), ມີຫ້ອງຮຽນທັງໝົດ 6,632 ຫ້ອງ, ມີນັກຮຽນທົ່ວແຂວງທັງໝົດ 172,887 ຄົນ ຍິງ 86,749 ຄົນ; ມີພະນັກງານລັດຖະກອນສຶກສາ-ກິລາທົ່ວເເຂວງ ຈໍານວນ 7,197 ຄົນ ຍິງ 4,412 ຄົນ, ໃນນັ້ນ ເປັນຄູສອນ 6,589 ຄົນ ຍິງ 4,094 ຄົນ ແລະ ມີຄູອາສາສະໝັກ ທີ່ໄດ້ຮັບອັດຕາຈ້າງ ຈຳນວນ 1,296 ຄົນ ຍິງ 937 ຄົນ. ເຖິງຢ່າງໃດກໍຕາມ ທົ່ວແຂວງຍັງມີຄວາມຕ້ອງການຄູ ເພີ່ມຕື່ມຈໍານວນ 1,852 ຄົນ.
ໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳທີ່ສຳຄັນ ໂດຍໄດ້ເນັ້ນໜັກໃຫ້ເອົາໃຈໃສ່ໃນບັນດາໜ້າວຽກຫຼັກ ຄື: ວຽກງານສົ່ງເສີມການເຂົ້າຮຽນ ໃຫ້ສຶກສາແຂວງ ແລະ ເມືອງ ເປັນເຈົ້າການປຸກລະດົມສັງຄົມ ແລະ ຜູ້ປົກຄອງ ສົ່ງລູກຫຼານເຂົ້າຮຽນ ຫຼຸດຜ່ອນອັດຕາການປະລະ ແລະ ສືບຕໍ່ຈັດຕັ້ງປະຕິບັດ "ໂຄງການນຳນ້ອງກັບສູ່ໂຮງຮຽນ" ຢ່າງແຂງແຮງ; ເອົາໃຈໃສ່ການສິດສອນພາສາລາວ ແລະ ຄະນິດສາດ ສໍາລັບເຂດຫ່າງໄກສອກຫຼີກ ແລະ ຊົນເຜົ່າ ໃຫ້ມີຄຸນນະພາບ, ນຳໃຊ້ຫຼັກສູດການຝຶກເວົ້າຂອງ ສວສ ແລະ ແກ້ໄຂບັນຫາຫ້ອງຄວບຢ່າງຈິງຈັງ. ພ້ອມນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ "ລົບລ້າງຄວາມກືກ ICT" ຂອງຄູ-ອາຈານ, ສົ່ງເສີມການນຳໃຊ້ AI ແລະ ຖານຂໍ້ມູນ (Database) ເຂົ້າໃນການບໍລິຫານ ແລະ ການສອນ ເພື່ອເຊື່ອມໂຍງຂໍ້ມູນກັບສູນສະຖິຕິແຫ່ງຊາດ; ໃຫ້ເອົາໃຈໃສ່ປ້ອງກັນບັນຫາຢາເສບຕິດ ແລະ ໄພຈາກການຕິດໂທລະສັບ/Social Media ທີ່ກໍ່ໃຫ້ເກີດ "ພະຍາດອໍທິດຕິກທຽມ" ໃນໄວໜຸ່ມ.
ໃນໂອກາດທີ່ລົງມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດໃນຄັ້ງນີ້, ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ ຍັງໄດ້ມອບເຄື່ອງຄອມພິວເຕີ ຈຳນວນ 5 ຊຸດ ແລະ ອຸປະກອນກິລາ ຈຳນວນໜຶ່ງ ເພື່ອນຳໃຊ້ເຂົ້າໃນວຽກງານການຮຽນການສອນອີກດ້ວຍ.
ພາບ-ຂ່າວໂດຍ: ພະນຸມາດ (ສກຂ ສະຫວັນນະເຂດ)

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •