Featured

ເຊີນຊວນປວງຊົນລາວທັງຊາດ ພ້ອມກັນໄປໃຊ້ສິດປ່ອນບັດເລືອກຕັ້ງ ໃນວັນທີ 22 ກຸມພາ 2026 ນີ້

ພໍ່ແມ່ພີ່ນ້ອງ ພົນລະເມືອງລາວຜູ້ມີສິດເລືອກຕັ້ງທີ່ຮັກແພງທັງຫຼາຍອີກພຽງແຕ່ບໍ່ເທົ່າໃດວັນ ເທົ່ານັ້ນ ວັນປະຫວັດສາດທີ່ສຳຄັນຍິ່ງຂອງຊາດລາວເຮົາກໍ່ຈະມາເຖິງ ວັນອາທິດ ທີ 22 ກຸມພາ 2026 ແມ່ນວັນປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V.

ການເລືອກຕັ້ງຄັ້ງນີ້ ບໍ່ພຽງແຕ່ແມ່ນໜ້າທີ່ ແຕ່ແມ່ນການເສີມຂະຫຍາຍ ສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ໃນຖານະຜູ້ເປັນເຈົ້າຂອງອຳນາດລັດຢ່າງແທ້ຈິງ ທຸກໆໃບຂະແນນສຽງຂອງທ່ານ ຄືພະລັງສຳຄັນໃນການຄັດເລືອກເອົາຕົວແທນທີ່ມີຄວາມຮູ້ ຄວາມສາມາດ ແລະ ຄວາມຮັບຜິດຊອບ ເຂົ້າໄປບູລະນະກົດໝາຍ ແລະ ພັດທະນາເສດຖະກິດ-ສັງຄົມ ຕາມທິດທາງຂອງພັກ ແລະ ລັດ.

ໃນການເລືອກຕັ້ງຄັ້ງນີ້ທົ່ວປະເທດມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 4.764.384 ຄົນ ຍິງ 2.384.104 ຄົນ ໃນນີ້ຜູ້ມີສິດເລືອກຕັ້ງຢູ່ຕ່າງປະເທດ ທີ່ສາມາດໃຊ້ສິດປ່ອນບັດເລືອກຕັ້ງຕົວຈິງ ມີຈຳນວນ 23.378 ຄົນ ຍິງ 7.828 ຄົນ ເປົ້າໝາຍແມ່ນ ພົນລະເມືອງລາວທຸກຄົນທີ່ມີ ອາຍຸ 18 ປີຂຶ້ນໄປ ສະຖານທີ່ແມ່ນໜ່ວຍເລືອກຕັ້ງໃນແຕ່ລະເຂດເລືອກຕັ້ງທີ່ທ່ານມີຊື່ໃນບັນຊີ.

ຄະນະກຳມະການເລືອກຕັ້ງລະດັບຊາດ ຈຶ່ງຂໍຖືໂອກາດນີ້ ຮຽກຮ້ອງມາຍັງພີ່ນ້ອງຊາວລາວທຸກຊົນເຜົ່າ ທັງ ພາຍໃນ ແລະ ທີ່ອາໄສຢູ່ຕ່າງປະເທດ ຈົ່ງພ້ອມຈິດພ້ອມໃຈກັນໄປໃຊ້ສິດປ່ອນບັດໃຫ້ຄົບຖ້ວນ ແລະ ຖືກຕ້ອງຕາມກົດໝາຍ ແນໃສ່ປັບປຸງ ແລະ ຍົກສູງບົດບາດຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ສູ່ບາດລ້ຽວໃໝ່ ປະກອບສ່ວນທີ່ສຳຄັນໃນການສ້າງລັດປະຊາທິປະໄຕປະຊາຊົນຂອງພວກເຮົາ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ພາປະເທດຊາດທີ່ແສນຮັກ ແລະ ຫວງແຫນຂອງພວກເຮົາ ກໍຄືຊາດລາວເອກະພາບ ກ້າວໄປສູ່ໄລຍະການພັດທະນາດ້ວຍຄຸນນະພາບໃໝ່ ຕາມມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ X ແຕ່ປີ 2026-2030 ໃຫ້ປະກົດຜົນເປັນຈິງ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນຢູ່ປະເທດເຮົາ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.

"ເພື່ອສ້າງລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ" ວັນທີ 22 ກຸມພາ 2026 ຢ່າລືມໄປໃຊ້ສິດຂອງທ່ານ.