ສສກ ຈັດກອງປະຊຸມຄົ້ນຄວ້າ ແລະ ສ້າງແຜນປະຕິບັດງານດີຈີຕອນ ສຳລັບການສຶກສາ ໄລຍະ 5 ປີ (2026–2030)
ວັນທີ 6 ພະຈິກ 2025 ທີ່ໂຮງແຮມສີສົມບັດພຣາຊາ ເມືອງວັງວຽງ ແຂວງວຽງຈັນ, ກົມແຜນການ ແລະ ສູນໄອຊີທີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຄົ້ນຄວ້າ ແລະ ສ້າງແຜນປະຕິບັດງານດີຈີຕອນ ສຳລັບການສຶກສາ ໄລຍະ 5 ປີ (2026–2030). ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ການປະທານຂອງ ທ່ານ ສີທອງ ສີຂາວ, ຫົວໜ້າກົມແຜນການ, ມີຜູ້ແທນຈາກຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ສະຖາບັນ, ສູນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສີທອງ ສີຂາວ ໄດ້ກ່າວວ່າ ການປະຊຸມນີ້ເປັນຂັ້ນຕອນທີ 3 ໃນການພັດທະນາ ແຜນປະຕິບັດງານດີຈີຕອນສຳລັບການສຶກສາ (DEAP) ຮ່ວມກັນລະຫວ່າງ ສສກ ແລະ UNICEF, ຫຼັງຈາກສຳເລັດການວິເຄາະສະພາບການໃນຂັ້ນຕອນກ່ອນໜ້າ. ຂັ້ນຕອນນີ້ມີເປົ້າໝາຍເພື່ອກໍານົດຜົນໄດ້ຮັບບູລິມະສິດ ແລະ ກິດຈະກໍາສໍາຄັນທີ່ຊັດເຈນ ສໍາລັບການຂັບເຄື່ອນການສຶກສາດີຈີຕອນໃນໄລຍະ 5 ປີຂ້າງໜ້າ.
ແຜນດັ່ງກ່າວຈະຖືກອອກແບບໃຫ້ສອດຄ່ອງກັບ
•ແຜນພັດທະນາຂະແໜງການສຶກສາ ແລະ ກິລາ ສະບັບທີ 10 (ESSDP 2026–2030)
•ຍຸດທະສາດດີຈີຕອນສຳລັບການສຶກສາ 2025–2035
•ແລະ ສະພາບຄວາມເປັນຈິງທີ່ໄດ້ຮັບຜ່ານການປຶກສາຫາລືຈາກຜູ້ແທນກອງປະຊຸມ
ນອກຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮ່ວມກັນກໍານົດຜົນໄດ້ຮັບບູລິມະສິດພາຍໃຕ້ 4 ເສົາຄ້ໍາຂອງ ການສຶກສາດີຈີຕອນ (DSE), ພ້ອມທັງຮ່າງແນວຄວາມຄິດກິດຈະກໍາເບື້ອງຕົ້ນ, ການກໍານົດຜູ້ຮັບຜິດຊອບ ແລະ ການຄາດຄະເນຄ່າໃຊ້ຈ່າຍພື້ນຖານ.
ກອງປະຊຸມຍັງໄດ້ຮັບຟັງການລາຍງານຜົນການຄົ້ນຄວ້າ, ການກວດສອບຜົນໄດ້ຮັບເປັນກຸ່ມ, ການແນະນຳແນວທາງການສຶກສາດີຈີຕອນ ແລະ ການອອກແບບກິດຈະກໍາໃນຂັ້ນຕອນຕໍ່ໄປ.



