ຫາລືກຽມຄວາມພ້ອມຈັດງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຈັດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ເພື່ອປືກສາຫາລືກຽມຄວາມພ້ອມຈັດງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 13-19 ທັນວາ 2025 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານ ນາງ ຂັນທະລີ ສິຣິພົງພັນ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ແລະ ທ່ານ ນາງ ລີປ່າເອ່ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຄະນະຮັບຜິດຊອບລະດັບຊາດ ກໍຄື ບັນດາກຳມະການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ລີປ່າເອ່ຍ ລີບົວປາວ ກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຈັດງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຊຶ່ງມີທັງໝົດ 7 ກຳມະການຮັບຜິດຊອບລະດັບຊາດ ພ້ອມທັງລາຍງານຜົນສຳເລັດ ໃນການກະກຽມຈັດງານດັ່ງກ່າວ ໂດຍສະເພາະໄດ້ສຳເລັດການເປີດກອງປະຊຸມລະດັບຊາດ ຄັ້ງທີ I, ສໍາເລັດຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການຕ່າງໆ, ສໍາເລັດການຜະລິດກາຈໍ້າ (ກາປະທັບ); ສຳເລັດການລົງກວດສະຖານທີ່ພັກຂອງນັກກິລາຄົນພິການ ທີ່ຈະໃຫ້ບັນດາແຂວງພັກຢູ່: ຊຶ່ງໂຮງຮຽນມັດທະຍົມສຶກສາສົມບູນສາທິດ ມີ 36 ຫ້ອງສາມາດນໍາໃຊ້ເປັນຫ້ອງນອນໄດ້ທັງໝົດ ສະເລ່ຍຈໍານວນຄົນເຂົ້າພັກໄດ້ ຫ້ອງລະ 10 ຄົນ ສາມາດຮອງຮັບໄດ້ 360 ຄົນ ແລະ ມີຫ້ອງນ້ໍາ 3 ຈຸດ ທີ່ຕ້ອງໄດ້ສ້ອມແປງໃໝ່ທັງໝົດ; ໂຮງຮຽນປະຖົມສົມບູນສາທິດ ມີ 15 ຫ້ອງສາມາດນໍາໃຊ້ເປັນຫ້ອງນອນໄດ້ທັງໝົດ ສະເລ່ຍຈໍານວນຄົນເຂົ້າພັກໄດ້ ຫ້ອງລະ 10 ຄົນ ສາມາດຮອງຮັບໄດ້ 150 ຄົນ ແລະ ມີຫ້ອງນ້ໍາ 3 ຈຸດ ທີ່ຕ້ອງໄດ້ສ້ອມແປງໃໝ່ທັງໝົດ. ນອກຈາກນັ້ນ, ກໍຍັງສຳເລັດ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງງົບປະມານ, ສຳເລັດ ຮ່າງຂໍ້ຕົກລົງວ່າດ້ວຍການຮັບຮອງໂລໂກ້, ສັດນຳໂຊກ, ຄຳຂວັນ, ຫຼຽນລາງວັນ, ບັດຄ້ອງຄໍ; ໄດ້ຈັດສັນຫ້ອງການເຮັດວຽກໃຫ້ກອງເລຂາຄະນະຮັບຜິດຊອບ ປະຈຳການຢູ່ສູນກິລາບຶງຂະຫຍອງ ເພື່ອກະກຽມງານ; ສຳເລັດຮ່າງແຜນດໍາເນີນງານ ການກະກຽມຈັດການແຂ່ງຂັນ.
ທ່ານ ນາງ ລີປ່າເອ່ຍ ລີບົວປາວ ໃຫ້ຮູ້ອີກວ່າ: ສ່ວນວຽກງານເຕັກນິກ-ຈັດການແຂ່ງຂັນ ກໍໄດ້ສຳເລັດການລົງກວດສະໜາມແຂ່ງຂັນກິລາ ຄົນພິການ ໃນຄັ້ງວັນທີ 1-3 ກໍລະກົດ 2025; ສຳເລັດການລົງຕິດຕາມ, ປັບປຸງ ແລະ ສ້ອມແປງ ສະໜາມແຂ່ງຂັນກິລາຄົນພິການ ໃນຄັ້ງວັນທີ 13 ຕຸລາ 2025; ສໍາເລັດ ກອງປະຊຸມເຕັກນິກ-ຈັດການແຂ່ງຂັນຮ່ວມກັບ 10 ສະຫະພັນກິລາຄົນພິການແຫ່ງຊາດ (ຄັ້ງທີ I); ສຳເລັດ ຮ່າງຂໍ້ກໍານົດວ່າດ້ວຍການຈັດງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV; ສໍາເລັດ ຮ່າງກົດລະບຽບການແຂ່ງຂັນ 10 ປະເພດກິລາ; ສຳເລັດຮ່າງຕາຕະລາງກຳນົດວັນ, ເວລາ ແລະ ສະຖານທີ່ແຂ່ງຂັນ ແລະ ພິທີເປີດ-ປິດ; ສຳເລັດຮ່າງຕາຕະລາງກຳນົດລາຍການແຂ່ງຂັນ ແລະ ການຈັດແບ່ງຄວາມເປັນພິການຂອງນັກກິລາ; ສໍຳເລັດຮ່າງຕາຕະລາງກຳນົດຈຳນວນຫຼຽນ-ລາງວັນ; ສຳເລັດປື້ມຄູ່ມືການຈັດແບ່ງຄວາມເປັນພິການຂອງນັກກິລາຄົນພິການ (classification of disabilities).
ໃນການແຂ່ງຂັນຄັ້ງນີ້ ກໍໄດ້ມີການກຳນົດປະເພດກິລາຄົນພິການ ທີ່ຈະເຂົ້າແຂ່ງຂັນ ມີທັງໝົດ 10 ປະເພດກິລາ ຄື: ຍົກນໍ້າໜັກ ຄົນພິການ (ຊາຍ-ຍິງ), ແລ່ນ-ລານ ຄົນພິການ (ຊາຍ-ຍິງ); ລອຍນໍ້າ ຄົນພິການ (ຊາຍ-ຍິງ); ບານເຕະ 5 ຄົນພິການຕາ (ຊາຍ); ບານບ້ວງລໍ້ເລື່ອນ ຄົນພິການ (ຊາຍ-ຍິງ); ໂກນບານ ຄົນພິການ (ຊາຍ-ຍິງ); ບັອດເຊຍ ຄົນພິການ (ຊາຍ-ຍິງ); ດອກປີກໄກ່ ຄົນພິການ (ຊາຍ-ຍິງ); ກະຕໍ້ ຄົນພິການ (ຊາຍ) ແລະ ກິລາຟັນດາບ ຄົນພິການ (ຊາຍ-ຍິງ). ພ້ອມກັນນັ້ນ, ກໍໄດ້ມີການກຳນົດສະໜາມແຂ່ງຂັນກິລາຄົນພິການ ຢູ່ 5 ຈຸດຄື: ມະຫາວິທະຍາໄລແຫ່ງຊາດ, ສະໜາມກິລາແຫ່ງຊາດ (ຫຼັກ 16), ສະໜາມກິລາ ບຶງຂະຫຍອງ, ສະໜາມກິລາບານສົ່ງກະຊວງປ້ອງກັນປະເທດ (ຫຼັກ 5) ແລະ ສະໜາມບານເຕະ ເບສະຫວັນ.
ຂະນະທີ່ວຽກພິທີເປີດ-ປິດ ແລະ ໂຄສະນາປະຊາສຳພັນ, ວຽກພິທີເປີດ-ປິດ ໂດຍພື້ນຖານແມ່ນນໍາໃຊ້ບຸກຄະລາກອນຈາກງານມະຫາກຳກິລາແຫ່ງຊາດ ເປັນຕົ້ນແມ່ນກ້ອນກຳລັງສວນສະໜາມ, ນາງສາວຖືປ້າຍ; ການສະແດງແມ່ນນຳໃຊ້ນັກຮຽນສຶກສາຄົນພິການນະຄອນຫຼວງວຽງຈັນ, ນັກຮຽນຈາກໂຮງຮຽນວິຊາຊີບຄົນພິການ ສີເກີດ, ຄົນພິການ ພາຍໃນນະຄອນຫຼວງວຽງຈັນ ສ່ວນສະຖານທີ່ ພິທີເປີດ-ປິດ ຄະນະກອງເລຂາ ໄດ້ຄົ້ນຄວ້າໂດຍພື້ນຖານ ກໍານົດສະໜາມກິລາໃຫຍ່ມະຫາວິທະຍາໄລແຫ່ງຊາດ ສ່ວນພິທີປິດຈະຈັດຢູ່ສະໂມສອນໃນຮົ່ມ ມະຫາວິທະຍາໄລແຫ່ງຊາດ.
ແຜນການກະກຽມໃນຕໍ່ໜ້າ ຈະປະກອບບຸກຄະລາກອນໃສ່ຮ່າງຂໍ້ຕົກລົງອະນຸກຳມະການຝ່າຍຕ່າງໆ; ກະກຽມ ຈັດກອງປະຊຸມ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງງົບປະມານ ງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ນະຄອນຫຼວງວຽງຈັນ; ກະກຽມ ຈັດກອງປະຊຸມເຕັກນິກຈັດການແຂ່ງຂັນທົ່ວປະເທດ ຄັ້ງທີ I ເພື່ອຜ່ານຂໍ້ກຳນົດ, ກົດລະບຽບການແຂ່ງຂັນຂອງກິລາທຸກປະເພດທີ່ບັນຈຸເຂົ້າໃນການແຂ່ງຂັນ ແລະ ລະບຽບໃນການລົງທະບຽນນັກກິລາ. ຄາດວ່າຈະຈັດໃນວັນທີ 13 ພະຈິກ 2025 ແລະ ກໍາມະການຝ່າຍຕ່າງໆວາງແຜນວຽກຂອງຕົນ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ
