ກອງປະຊຸມປຶກສາຫາລືກ່ຽວກັບ ເມືອງແຫ່ງການຮຽນຮູ້ (Learning City) ໄດ້ຈັດຂຶ້ນໃນວັນທີ 23 ເມສາ 2025 ທີ່ຫ້ອງປະຊຸມ 214, ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ. ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ເຂົ້າຮ່ວມຈາກຫ້ອງການກະຊວງ, ກົມການສຶກສານອກໂຮງຮຽນ,
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ສູນພັດທະນາການສຶກສານອກໂຮງຮຽນ ແລະ ຕາງໜ້າຈາກອົງການ DVV.
ທ່ານປະທານກອງປະຊຸມ ໄດ້ຍົກໃຫ້ເຫັນວ່າ ເມືອງແຫ່ງການຮຽນຮູ້ (Learning City) ແມ່ນມີຄວາມໝາຍສໍາຄັນ ແລະ ເປັນການສົ່ງເສີມການຮຽນຮູ້ຕະຫຼອດຊີວິດ (Lifelong Learning) ໃຫ້ປະຊາຊົນທູກຄົນ ແລະ ຍັງເປັນການສ້າງສັງຄົມແຫ່ງການຮຽນຮູ້ (Learning Society) ເພື່ອພັດທະນາຊັບພະຍາກອນມະນຸດ ແບບຢືນຢົງ. ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ແລກປ່ຽນ, ສົນທະນາ ກ່ຽວກັບເນື້ອໃນສໍາຄັນ ທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ: ການຮຽນຮູ້ຊຸມຊົນ, ສູນການຮຽນຮູ້ຊຸມຊົນ (Community Learning Centers - CLCs), ການຝຶກອົບຮົມວິຊາຊີບ (TVET) ທີ່ໃຫ້ບໍລິການຮຽນຮູ້ຂັ້ນພື້ນຖານ, ທັກສະຊີວິດ ຫຼື ທັກສະອາຊີບ ເຫຼົ່ານີ້ເປັນຕົ້ນ. ພ້ອມທັງ ການສ້າງ ແລະ ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການໃຫ້ບໍລິການ ແລະ ຜູ້ທີ່ມາໃຊ້ບໍລິການຕ່າງໆ ຜ່ານທາງສື່ ຄື: VDO Clips, YouTube, Facebook, Radio, ໂທລະພາບ.

ໂອກາດນີ້, ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນຳຕໍ່ກອງປະຊຸມ, ພ້ອມທັງເນັ້ນໃຫ້ກົມກອງທີ່ກ່ຽວຂ້ອງ ເອົາໃຈໃສ່ບັນຫາສໍາຄັນ ຄື: ແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າກ່ຽວກັບ ເມືອງແຫ່ງການຮຽນຮູ້ (Learning City); ຮ່າງແນວຄວາມຄິດກ່ຽວກັບ ເມືອງແຫ່ງການຮຽນຮູ້ (Learning City) ຂອງລາວ; ປະສານສົມທົບກັບພາກສ່ວນກ່ຽວຂ້ອງຕ່າງໆ ທັງພາຍໃນ ແລະ ພາຍນອກ ເພື່ອແລກປ່ຽນບົດຮຽນ.
