Featured

ແຂ່ງຂັນເປຕັງ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ X ອົງຄະນະພັກ ສສກ ຢ່າງຟົດຟື້ນ

 531807420_1324328073028331_2621602840615362965_n.jpg

        ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດການແຂ່ງຂັນກິລາເປຕັງທັງທີມຍິງ ແລະ ທີມຊາຍ ລະດັບພະນັກງານ-ລັດຖະກອນອ້ອມຂ້າງ ກະຊວງ ສສກ ເພື່ອສ້າງຂະບວນການຂໍ່າຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກ ສສກ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ຢ່າງເປັນຂະບວນການຟົດຟື້ນ ແລະ ເບີກບານມ່ວນຊື່ນ.
ການແຂ່ງຂັນເປຕັງຄັ້ງນີ້ ຈັດຂຶ້ນ ໃນວັນທີ 8 ສິງຫາ 2025 ທີ່ສະໜາມກິລາເປຕັງແຫ່ງຊາດ (ວິທະຍາເຂດດົງໂດກ) ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ກິ່ງມະໂນ ພົມມະຫາໄຊ ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະອະທິການບໍດີ ມຊ, ບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຜູ້ອຳນວຍການ-ຮອງຜູ້ອຳນວຍການສະຖາບັນ, ສູນ, ພະແນກ, ວິທະຍາໄລ, ຄະນະບໍດີ-ຮອງຄະນະບໍດີ ມຊ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນທຸກຂັ້ນ ແລະ ພະນັກງານທີ່ກ່ຽວຂ້ອງຢ່າງຟົດ ຟື້ນ.
ສຳລັບປະເພດທີມຊາຍ ມີທີມເຂົ້າຮ່ວມ 43 ທີມ ສ່ວນປະເພດທີມຍິງ ມີ 40 ທີມ ຊຶ່ງມີການຈົກສະຫຼາກປະກົບຄູ່ແຂ່ງຂັນ ຄັດເລືອກທີມຊະນະຜ່ານເຂົ້າຮອບຕໍ່ໄປ. ຜ່ານການແຂ່ງຂັນຜົນປະກົດວ່າ: ຄູ່ຊີງຊະນະເລີດ ປະເພດທີມຊາຍ ທີມຄະນະວິທະຍາສາດທຳມະຊາດ ມຊ ໄລ່ເອົາຊະນະ ວິທະຍາໄລສິລະປະສຶກສາ 9-4 ຄະແນນ ໄດ້ແຊ໋ມໄປຄອງ ສ່ວນວິທະຍາໄລສິລະປະສຶກສາ ໄດ້ພຽງອັນດັບທີ 2 ຂະນະທີ່ ອັນດັບທີ 3 ໂຮງພິມສຶກສາ ແລະ ອັນດັບທີ 4 ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.
ສ່ວນປະເພດທີມຍິງ ຄູ່ຊີງຊະນະເລີດ ຜົນປະກົດວ່າ: ສະຖາບັນກິລາ-ກາຍະກຳ ຊະນະ ວິທະຍາໄລພະລະສຶກສາ ໄປແບບຂາດຮອຍ 9-1 ຄະແນນ ໄດ້ແຊ໋ມໄປຄອງ ສ່ວນວິທະຍາໄລພະລະສຶກສາ ໄດ້ພຽງອັນດັບທີ 2 ຂະນະທີ່ ອັນດັບທີ 3 ວິທະຍາໄລເຕັກນິກການລົດໄຟ ແລະ ອັນດັບທີ 4 ສະຖາບັນພັດທະນາຜູ້ບໍລິຫານການສຶກສາ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •