ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ໄດ້ໄຂຂຶ້ນຢ່າງເປັນທາງການ

ແລະ ຍິ່ງໃຫຍ່ສົມການລໍຄອຍຂອງປວງຊົນລາວທົ່ວປະເທດ ເວົ້າລວມ, ເວົ້າສະເພາະແມ່ນມວນຊົນຊາວນະຄອນຫຼວງວຽງຈັນ ໃນຕອນແລງວັນທີ 15 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16), ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດພິທີໂດຍພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນ, ປະທານປະເທດ ແຫ່ງ ສປປ ລາວ, ມີທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຮ່ວມຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ທ່ານ ປອ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ພ້ອມດ້ວຍບັນດາບັນດາການນຳພັກ-ລັດ, ອະດີດການນຳພັກ-ລັດຂັ້ນສູນກາງ ແລະ ທ້ອງຖິ່ນ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດຄະນະນຳນັກກິລາ, ຄູຝຶກ, ກຳມະການຕັດສິນ, ນັກກິລາ, ພໍ່ແມ່ພີ່ນ້ອງຊາວນະຄອນຫຼວງວຽງຈັນ ແລະ ປະຊາຊົນລາວບັນດາເຜົ່າເຂົ້າຮ່ວມ ຢ່າງພ້ອມພຽງ.

ກ່ອນຈະເລີ່ມພິທີແມ່ນໄດ້ຮັບຊົມການສະແດງໂດດຈ້ອງ, ການສະແດງຮ້ອງເພງ ແລະ ກ້ອນຂະບວນສວນສະໜາມຂອງຄະນະນັກກິລາຈາກ 3 ກະຊວງ, 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຈົ້າພາບ ໄດ້ເຄື່ອນເຂົ້າສູ່ສະໜາມ ແລະ ເຊີນທຸງຊາດ ແລະ ທຸງກິລາຂຶ້ນສູ່ຍອດເສົາ (ເຄົາລົບທຸງຊາດ).
ໂອກາດນີ້, ທ່ານ ປອ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໄດ້ກ່າວລາຍງານຕໍ່ພິທີບາງຕອນວ່າ: ງານມະຫະກຳກິລາແຫ່ງຊາດ ແມ່ນງານແຂ່ງຂັນກິລາ-ກາຍຍະກໍາ ເພື່ອສຸຂະພາບ, ມິດຕະພາບ ແລະ ເພື່ອການພັດທະນາກິລາ ໂດຍການຮ່ວມມືຂອງທົ່ວປວງຊົນໃນວົງຄະນະຍາດແຫ່ງຊາດ, ຊຶ່ງພັກ-ລັດຖະບານ ໄດ້ອະນຸຍາດໃຫ້ແຕ່ລະແຂວງຜັດປ່ຽນກັນເປັນເຈົ້າພາບ ຈັດຂຶ້ນເປັນຮອບວຽນ 3 ປີໃດ ຈັດຂຶ້ນ 1 ຄັ້ງ ແລະ ຄັ້ງຫຼ້າສຸດກ່ອນນີ້ ແມ່ນຄັ້ງທີ XI ຊຶ່ງແມ່ນແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນທ້າຍປີ 2022 ຜ່ານມາ, ຄັ້ງນີ້ ເປັນຄັ້ງທີ XII ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ຕາມການໝູນວຽນມອບໝາຍ ພາຍໃຕ້ຄໍາຂວັນ: “ສາມັກຄີ ມີວິໄນ, ໂປ່ງໃສ, ໄດ້ການພັດທະນາ”.
ງານກິລາຄັ້ງນີ້ ໄດ້ກຳນົດສັນຍາລັກຂອງງານແມ່ນ “ພະທາດຫຼວງ” ປູສະນີຍະສະຖານ ເປັນມໍລະດົກເກົ່າແກ່ ເປັນສິ່ງທີ່ມີຊື່ລືນາມຂອງຊາວນະຄອນຫຼວງວຽງຈັນ ກໍຄືຊາວລາວທົ່ວປະເທດ ແລະ “ສາຍນໍ້າງື່ມ” ຊຶ່ງແມ່ນການປະສົມປະສານ ແລະ ຫຼອມລວມສັນຍາລັກອັນໂດດເດັ່ນຂອງຊາດ. ສໍາລັບສັດນຳໂຊກ ແມ່ນຮູບ “ໂຕນົກຍຸງ” ເພາະນົກຍຸງເປັນມິ່ງຂວັນແຫ່ງຄວາມຈະເລີນຮຸ່ງເຮືອງ ແລະ ໄຊຊະນະ ທີ່ສະແດງເຖິງຄວາມມີນໍ້າໃຈນັກກິລາ, ຄວາມເປັນເລີດ, ຄວາມສາມັກຄີ, ຄວາມຫວັງ, ຄວາມພາກພູມໃຈ ດ້ານວັດທະນະທໍາ ປະເພນີອັນດີງາມ ແລະ ຈິດວິນຍານແຫ່ງການແຂ່ງຂັນ ກໍຄືນໍ້າໃຈຂອງຊາວນະຄອນຫຼວງວຽງຈັນ ໃນການເປັນເຈົ້າພາບ ຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ປີ 2025.
ສຳລັບງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ມີຄະນະນໍາ, ຄູຝຶກ, ນັກກິລາ, ກໍາມະການຕັດສິນ, ນັກວິຊາການ ແລະ ເຈົ້າໜ້າທີ່ອື່ນໆລວມ 9.485 ທ່ານ. ໃນນັ້ນ, ສະເພາະນັກກິລາມີຈຳນວນ 4.065 ທ່ານ ຊຶ່ງມາຈາກ 3 ກະຊວງ, 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ລວມເປັນ 21 ພາກສ່ວນ. ຊຶ່ງມີການແຂ່ງຂັນທັງໝົດ 33 ປະເພດກິລາ ຄື: ມວຍສາກົນ, ກະຕໍ້-ຊິນລອນ, ຍິງປືນ, ບານເຕະ, ຟຸດຊໍ, ບານບ້ວງ, ໜ້າເກັກ, ຍິງທະນູ, ປັນຈັກສີລັດ, ໝາກເສິກ, ເປຕັງ, ບານສົ່ງໃນຮົ່ມ-ຫາດຊາຍ, ຢູໂດ, ມວຍປ້ຳ, ລອຍນ້ຳ, ດອກປີກໄກ່, ສະນຸກເກີ້, ເຕັ້ນ, ຣັກບີ້, ໝາກຂ່າງ, ເທັນນິດ, ຊັອບເທັນນິດ, ປິ່ງປ່ອງ, ລົດຖີບ, ວູຊູ, ເທຄວັນໂດ, ມວຍລາວ, ດຶງເຊືອກ, ອີສະປອດ, ແລ່ນ-ລານ, ໝາກແລ້, ເຮືອຊ່ວງ, ຄາຣາເຕໂດ, ກັອບ, ຍົກນ້ຳໜັກ ແລະ ເພາະກາຍ ໂດຍມີການຊີງໄຊກັນທັງໝົດ 1.563 ຫຼຽນ, ໃນນັ້ນແບ່ງເປັນ 432 ຫຼຽນຄໍາ, 432 ຫຼຽນເງິນ ແລະ 699 ຫຼຽນທອງ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວເປີດງານ ຊຶ່ງມີຄຳເຫັນບາງຕອນວ່າ: ຕາງໜ້າການນຳພັກ-ລັດ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການກະກຽມຢ່າງຮອບດ້ານ ຂອງນະຄອນຫຼວງວຽງຈັນ ທີ່ເປັນເຈົ້າພາບ, ຄະນະຮັບຜິດຊອບຈັດງານ ແລະ ຂໍສະແດງຄວາມຊົມເຊີຍບັນດາແຂວງທີ່ໄດ້ສົ່ງນັກກິລາເຂົ້າຮ່ວມຢ່າງພ້ອມພຽງ. ມາຮອດເວລານີ້, ພວກເຮົາໄດ້ມີຄວາມກຽມພ້ອມແລ້ວ ແລະ ຖືເປັນເລີກງາມຍາມດີ, ຂ້າພະເຈົ້າຂໍປະກາດເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຢ່າງເປັນທາງການນັບແຕ່ເວລານີ້ເປັນຕົ້ນໄປ.
ຫຼັງຈາກນັ້ນ, ໄດມີການແລ່ນທວນໄຟເຂົ້າສູ່ສະໜາມ, ຈູດຄົບເພີງ (ຍິງດອກໄມ້ໄຟເປັນສັນຍາລັກ), ພິທີກ່າວປະຕິຍານຂອງກຳມະການຕັດສິນ ແລະ ນັກກິລາ. ພ້ອມນັ້ນ, ໃນພິທີຍັງການສະແດງສິລະປະ-ວັດທະນະທໍາ ເປັນຕົ້ນ: ບົດຟ້ອນ “ຍິນດີຕ້ອນຮັບສູ່ວຽງ ຈັນເກມ”; ບົດຟ້ອນ “ເຊີ້ງຊ່ວງເຮືອ”; ບົດເຕັ້ນ “ກິລາພາໃຫ້ຮ່າງກາຍເຂັ້ມແຂງ”; “ຟ້ອນລຳວົງລາວ-ເຕັນບາສະໂລບລາວ” ແລະ ຈົບລາຍການສະແດງຍິງບັ້ງໄຟດອກ ກ່ອນຈະອັດທ້າຍດ້ວຍການຈຸດບັ້ງໄຟດອກຢ່າງສວຍງາມ ແລະ ເຕັມໄປດ້ວຍບັນຍາກາດອັນຟົດຟື້ນມ່ວນຊື່ນຂອງບັນດາແຂກ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ເຈົ້າພາບ ທີ່ເຂົ້າຮ່ວມ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ