ຫາລືການແກ້ໄຂບັນຫາຂາດແຄນຄູສອນ ຢູ່ແຂວງຫຼວງພະບາງ
ໃນວັນທີ 21 ເມສາ 2025 ທີ່ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາການຂາດແຄນຄູສອນ ໂດຍການເປັນທານຂອງສະຫາຍ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ,
ມີຄະນະຮັບຜິດຊອບ ຈາກກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຫຼວງພະບາງ,   ກອງປະຕິບັດງານກໍ່ສ້າງຮາກຖານ, ເຂດຈຸດສຸມ, ກອງຮ້ອຍທະຫານຊາຍແດນ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຄະນະອຳນວຍການວິທະຍາໄລຄູຫຼວງພະບາງ ແລະ ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ ເຂົ້າຮ່ວມ.
 
492222336 1229198619207944 6560466946618349408 n
     ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານການຂາດແຄນຄູສອນ ແລະ ຄວາມແກ່ນາຍ ແລະ ພົນທະຫານ ເພື່ອໄປຊ່ວຍສອນຢູ່ເຂດຫາງໄກສອກຫຼີກ, ຄົ້ນຄວ້າເກັບກຳສະຖິຕິຄູອາສາສະໝັກທີ່ບໍ່ທັນໄດ້ເຂົ້າເປັນລັດຖະກອນ, ປືກສາຫາລືສະຖານທີ່ການເປີດຊຸດອົບຮົມວິຊາຄູ ແລະ ການຂຶ້ນແຜນງົບປະມານຮັບໃຊ້ວຽກງານດັ່ງກ່າວ.
 
491941147 1229198835874589 6100064978963917000 n
491966543 1229198762541263 5369034831873322643 n

 
 
 
 
 
 
 
 
 
 
 
 
              ໂອກາດນີ້, ສະຫາຍ ພັນເອກ ວັນໄຊ ຄຳພາວົງ ໄດ້ເນັ້ນໜັກຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນໃຫ້ແຕ່ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ຍົກສູງວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ເຊື່ອມຊຶມມະຕິ, ຄຳສັ່ງ ຂອງຂັ້ນເທິງຢ່າງເຖິງຖອງ, ສືບຕໍ່ຮີບຮ້ອນເກັບກຳຂໍ້ມູນ, ສະຖິຕິທີ່ກ່ຽວພັນ ແລ້ວສັງລວມລາຍງານ ແລະ ສະໜອງຂໍ້ມູນຕໍ່ຂັ້ນເທິງ ເພື່ອພ້ອມກັນຄົ້ນຄວ້າແກ້ໄຂໃຫ້ສ່ອດຄ່ອງ ແລະ ທັນການ.
ພາຍຫຼັງສຳເລັດກອງປະຊຸມ, ຄະນະໄດ້ເຄື່ອນໄຫວກວດກາສະຖານທີ່ພັກເຊົ່າ ແລະ ອາຄານ ທີ່ຈະໃຊ້ໃນການເປີດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ພະນັກງານ-ນັກຮົບ ຕື່ມອີກ.
 491940389 1229198685874604 4708446280593081519 n
 
ໂດຍ: ຈິດ ເພັດພູທອງ
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດຮັບສະໝັກທີ່ປຶກສາດ້ານກວດສອບອິດສະຫຼະ (Independent Verification Agent) ເພື່ອດໍາເນີນການກວດ ສອບຜົນການຈັດຕັ້ງປະຕິບັດກິດຈະກຳທີ່ນໍາໃຊ້ງົບປະມານພາກມີເງື່ອນໄຂ (Performance-Based Conditions PBC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ:ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III-LEAP), (Credit No. 6854 - LA) ຢູ່ໃນເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ເລີ່ມແຕ່ວັນທີ 25 ມີນາ 2026 – 10 ເມສາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈສາມາດຕິດຕໍ່ ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ