ຄະນະກຳມະການພາຣາແລມປິກ ລາວ-ໄທ ຮ່ວມມືກັນສົ່ງເສີມພັດທະນານັກກິລາຄົນພິການສອງຊາດກ້າວສູ່ເວທີສາກົນ
ພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ຫຼື MOU ຈັດຂຶ້ນ ເມື່ອວັນທີ 13 ພຶດສະພາ ຜ່ານມາ ທີ່ສະໜາມກິລາຄົນພິການແຫ່ງປະເທດໄທ ລະຫວ່າງ ທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ແລະ ທ່ານ ໄມຕຣີ ຄົງເລືອງ
ປະທານຄະນະກຳມະການພາຣາແລມປິກແຫ່ງຊາດໄທ ເພື່ອສົ່ງເສີມ ແລະ ພັດທະນາກິລາຄົນພິການລະຫວ່າງສອງປະເທດ ຊຶ່ງມີທ່ານ ອັດສະວິນ ຈິ້ວນາຣາຍ ຜູ້ອຳນວຍການສຳນັກງານການກິລາແຫ່ງປະເທດໄທ ພາກ2 ແລະ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງປະທານ-ເລຂາທິການ ຄພລ ພ້ອມດ້ວຍບັນດາພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

r
ໃນການເຊັນສັນຍາຮ່ວມກັນໃນຄັ້ງນີ້ ຈຸດປະສົງຫຼັກແມ່ນເນັ້ນໃສ່ການສ້າງຄວາມຮ່ວມມື ແລະ ເຊື່ອມໂຍງລະຫວ່າງກິລາດ້ວຍກັນ ໂດຍໃຊ້ພື້ນຖານຂອງຄວາມສຳພັນທະໄມຕີອັນດີງາມທີ່ມາຢ່າງຍາວນານ ແລະ ຄວາມຕັ້ງໃຈຮ່ວມກັນໃນການຍົກລະດັບສັກກະຍະພາບນັກກິລາຄົນພິການໃຫ້ສາມາດແຂ່ງຂັນໃນລະດັບສາກົນ ໄດ້ເປັນຢ່າງດີ.
497736134 1248199163974556 7651343267847848328 n 1
ຊຶ່ງທາງສະມາຄົມກິລາແຫ່ງປະເທດໄທ ແລະ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ແມ່ນມີວິໄສທັດ ແລະ ຄວາມມຸ້ງໝັ້ນທີ່ຈະພັດທະນາຄູຝຶກສອນ, ນັກກິລາ ແລະ ບຸກຄະລາກອນທີ່ກ່ຽວຂ້ອງ ເພື່ອໃຫ້ສາມາດພັດທະນາສັກກະຍະພາບ ແລະ ສ້າງໂອກາດໃຫ້ກັບນັກກິລາຄົນພິການ ລາວ-ໄທ ໄດ້ກ້າວສູ່ເວທີການແຂ່ງຂັນລະດັບສູງຕໍ່ໄປ.
496842680 1248199233974549 2031833355923031640 n
 
ຂາວໂດຍ ສົງການ ພັນແພງດີ
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ




♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ