ລັດຖະບານໄທ ມອບທຶນການສຶກສາລະດັບປະລິນຍາໂທ 22 ທຶນ ໃຫ້ແກ່ພະນັກງານ-ລັດຖະກອນ ສປປ ລາວ ປະຈຳປີ 2026

ໃນວັນທີ 15 ພຶດສະພາ 2026 ທີ່ຜ່ານມາ, ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ຈັດພິທີມອບທຶນການສຶກສາລັດຖະບານໄທ ລະດັບປະລິນຍາໂທ ປະຈຳປີການສຶກສາ 2026 ໃຫ້ແກ່ພະນັກງານ-ລັດຖະກອນ ສປປ ລາວ ຈຳນວນ 22 ທຶນ ພາຍໃຕ້ແຜນການຮ່ວມມືເພື່ອການພັດທະນາ ໄທ-ສປປ ລາວ ສາຂາການພັດທະນາຊັບພະຍາກອນມະນຸດ ຜ່ານກົມການຮ່ວມມືລະຫວ່າງປະເທດ (TICA) ກະຊວງການຕ່າງປະເທດແຫ່ງຣາຊະອານາຈັກໄທ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສປປ ລາວ ແລະ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ພ້ອມດ້ວຍບັນດາຜູ້ບໍລິຫານ, ພະນັກງານວິຊາການຈາກກົມກິດຈະການນັກສຶກສາ, ກົມການຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ຜູ້ຕາງໜ້າຈາກກົມອາຊີ-ປາຊີຟິກ ແລະ ອາຟຣິກາ ກະຊວງການຕ່າງປະເທດ ສປປ ລາວ ຢ່າງພ້ອມພຽງ.
​ໃນໂອກາດອັນສະຫງ່າລາສີນີ້, ທ່ານເອກອັກຄະຣາຊະທູດໄທ ແລະ ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວສະແດງຄວາມຍິນດີຢ່າງຈິງໃຈ ພ້ອມທັງໃຫ້ທິດຊີ້ນຳ ແລະ ໂອວາດອັນມີຄຸນຄ່າແກ່ຜູ້ໄດ້ຮັບທຶນທັງ 22 ທ່ານ. ຜູ້ໄດ້ຮັບທຶນໃນຄັ້ງນີ້ ລ້ວນແຕ່ແມ່ນບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ເປັນກຳລັງຫຼັກແຫຼ່ງທີ່ມາຈາກໜ່ວຍງານລັດທັງຂັ້ນສູນກາງ ແລະ ທ້ອງຖິ່ນຂອງ ສປປ ລາວ ເຊິ່ງຈະໄດ້ເດີນທາງໄປສຶກສາຕໍ່ໃນລະດັບປະລິນຍາໂທ ຢູ່ບັນດາມະຫາວິທະຍາໄລຊັ້ນນຳຕ່າງໆ ທີ່ປະເທດໄທ.
​ເພື່ອເປັນການກະກຽມຄວາມພ້ອມກ່ອນການເດີນທາງ, ສະຖານເອກອັກຄະຣາຊະທູດໄທ ຍັງໄດ້ຈັດກິດຈະກຳປະຖົມນິເທດພາຍໃຕ້ຫົວຂໍ້ “Pre-Departure Orientation (ຮຸ່ນອ້າຍ-ເອື້ອຍ ແນະນຳຮຸ່ນນ້ອງ)” ໂດຍໄດ້ເຊື້ອເຊີນເອົາອະດີດນັກສຶກສາທຶນລັດຖະບານໄທ ທີ່ປັດຈຸບັນກຳລັງປະຕິບັດໜ້າທີ່ວຽກງານຢູ່ກະຊວງສຶກສາທິການ ແລະ ກິລາ ແລະ ທະນາຄານແຫ່ງ ສປປ ລາວ ມາຮ່ວມແບ່ງປັນປະສົບການຕົວຈິງ ບໍ່ວ່າຈະເປັນດ້ານການຮຽນ, ການຄຸ້ມຄອງເວລາ, ການປັບຕົວເຂົ້າກັບສະພາບແວດລ້ອມ ແລະ ວັດທະນະທຳໃໝ່, ລວມເຖິງການດຳລົງຊີວິດໃນປະເທດໄທ ເພື່ອໃຫ້ຜູ້ຮັບທຶນຮຸ່ນໃໝ່ມີຄວາມໝັ້ນໃຈ ແລະ ກຽມພ້ອມຮອບດ້ານ.
​ການມອບທຶນການສຶກສາໃນຄັ້ງນີ້ ແມ່ນສະທ້ອນໃຫ້ເຫັນເຖິງຄວາມໝາຍໝັ້ນຂອງລັດຖະບານໄທ ໃນການສະໜັບສະໜູນທຶນການສຶກສາໄລຍະຍາວ ແລະ ທຶນຝຶກອົບຮົມໄລຍະສັ້ນ ຕາມຄວາມຕ້ອງການຕົວຈິງຂອງລັດຖະບານ ສປປ ລາວ ເພື່ອຍົກລະດັບ ແລະ ພັດທະນາຊັບພະຍາກອນມະນຸດໃນທຸກມິຕິ. ທັງໝົດນີ້ ຖືເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການເປັນ “ຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ” ລະຫວ່າງ ສອງຊາດ ລາວ ແລະ ໄທ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
#​ແຫຼ່ງຂໍ້ມູນອ້າງອີງ: ສະຖານເອກອັກຄະຣາຊະທູດໄທ ປະຈຳ ວຽງຈັນ (Royal Thai Embassy, Vientiane)
702752278_122131448667228259_4017769138439256774_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ




♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ