ນະຄອນຫຼວງວຽງຈັນ ຈັດກອງປະຊຸມຄະນະນຳ ແລະ ສະຫະພັນກິລາ 33 ປະເພດ ລາຍງານຄວາມຄືບໜ້າການກະກຽມຄວາມພ້ອມ ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ Xll

 547839747_1358036069657531_3392128947539839280_n.jpg

ນະຄອນຫຼວງວຽງຈັນ (ນວ) ໄຂກອງປະຊຸມຄະນະນຳພາ ແລະ ຄະນະບໍລິຫານງານບັນດາສະຫະພັນກິລາ ໃນຈຳນວນ 33 ປະເພດ ເພື່ອຕີລາຄາຄືນຄວາມຄືບໜ້າການກຽມຄວາມພ້ອມຂອງຄະນະນັກກິລາ ຈໍານວນ 1 ພັນກວ່າຄົນ ພ້ອມຄາດຄະເນຈະຍາດໃຫ້ໄດ້ 120 ຫຼຽນຄຳ ເພື່ອຮັບປະກັນຄວາມແນ່ນອນ ໃນການທວງຄວາມຍິ່ງໃຫຍ່ ຄອງເຈົ້າຫຼຽນຄຳ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ Xll ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະຈັດຂຶ້ນ ລະຫວ່າງວັນທີ 15-25 ພະຈິກ 2025 ນີ້.
ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 17 ກັນຍາ 2025 ທີ່ຫ້ອງປະຊຸມ ສຳນັກງານຫ້ອງວ່າການ ນວ ພາຍໃຕ້ການເປັນປະທານຂອງ ທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີປະທານຄະນະກໍາມະການປົກຄອງເມືອງ 9 ເມືອງ, ຫົວໜ້າພະແນກການ, ອົງການທຽບເທົ່າ ແລະ ຜູ້ອໍານວຍການໂຮງຮຽນ ທັງພາກລັດ ແລະ ເອກະຊົນ ໃນນະຄອນຫຼວງວຽງຈັນ ຕະຫຼອດຮອດບັນດາສະຫະພັນກິລາ ແລະ ພາກສ່ວນກ່ຽວຂ້ອງຢ່າງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ຕາງໜ້າໃຫ້ຄະນະຮັບຜິດຊອບນຳພາກ້ອນກຳລັງກິລາ ນວ ລາຍງານຄວາມຄືບໜ້າການກະກຽມເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໃຫ້ຊາບວ່າ: ພາຍຫຼັງສຳເລັດກອງປະຊຸມ ບັນດາຄະນະບໍລິຫານງານສະຫະພັນກິລາ-ກາຍະກຳ ນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 21 ສິງຫາ 2025 ທີ່ຜ່ານມາ ພວກເຮົາໄດ້ສໍາເລັດຄັດເລືອກບຸກຄະລາກອນກິລາ ທີ່ຈະປະກອບເຂົ້າໃນ ກ້ອນກຳລັງກິລາ ນວ ທັງໝົດ 1.106 ຄົນ ເພື່ອເຂົ້າຮ່ວມຊີງໄຊໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຊຶ່ງຈະມີການຊີງທັງໝົດ 1.252 ຫຼຽນຄໍາ, 1.252 ຫຼຽນເງິນ ແລະ 1.821 ຫຼຽນທອງ. ໃນນັ້ນ ນວ ພວກເຮົາ ຄາດຄະເນຢ່າງ ຈະສູ້ຊົນຍາດໃຫ້ໄດ້ 120 ຫຼຽນຄໍາ ຈຶ່ງສາມາດເປັນເຈົ້າຫຼຽນຄໍາໃນງານດັ່ງກ່າວໄດ້.
ສຳລັບສະໜາມຝຶກແອບ-ຝຶກຊ້ອມຂອງນັກກິລາແມ່ນຢູ່ສະໜາມກິລາ ທັງພາກລັດ ແລະ ເອກະຊົນ ພາຍໃນ ນວ, ສ່ວນສະໜາມແຂ່ງຂັນ ມີ 5 ຈຸດໃຫຍ່ຄື: ສະໜາມກິລາແຫ່ງຊາດ (ຫຼັກ 16), ສູນກິລາບຶງຂະຫຍອງ, ສະໜາມກິລາກອງທັບ, ສູນກິລາຝຶກກິລາແຫ່ງຊາດ (ສີເກີດ) ແລະ ສະໜາມກິລາຂອງ ມະຫາວິທະຍາໄລແຫ່ງຊາດ.
ນອກຈາກກິລາແຫ່ງຊາດ (ຄົນປົກກະຕິ) ແລ້ວ, ຍັງໄດ້ມີການກະກຽມນໍາພານັກກິລາແຫ່ງຊາດຄົນພິການ ເຂົ້າຮ່ວມແຂ່ງຂັນກິງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຊຶ່ງຈະມີການຊີງ ຈໍານວນ 258 ຫຼຽນຄໍາ, 258 ຫຼຽນເງິນ ແລະ 516 ຫຼຽນທອງ. ໃນນີ້ ນວ ພວກເຮົາ ຄາດຄະເນຈະສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 40 ຫຼຽນຄໍາ ຈຶ່ງສາມາດຍາດໄດ້ເປັນອັນດັບທີ 1.
ພ້ອມກັນນັ້ນ, ກໍຍັງສຳເລັດອອກນິຕິກຳທີ່ກ່ຽວຂ້ອງທັງໝົດ 4 ນິຕິກໍາ ຄື: ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບນຳພາກ້ອນກຳລັງກິລາ ນະຄອນຫຼວງວຽງຈັນ; ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊຸກຍູ້, ຕິດຕາມ ແລະ ຊ່ວຍໜູນ ການຝຶກແອບຂອງກ້ອນກິລາ ນວ ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV; ຂໍ້ຕົກລົງວ່າດ້ວຍການມອບໝາຍໃຫ້ສະຫະພັນກິລາ 33 ປະເພດຄົນປົກກະຕິ ແລະ 10 ປະເພດ ຄົນພິການ ກະກຽມຄັດເລືອກເອົາຄູຝຶກ ແລະ ນັກກິລາ ເຂົ້າຮ່ວມການແຂ່ງຂັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV.
ທ່ານ ນາງ ລີປ່າເອ້ຍ ລີບົວປາວ ໃຫ້ຮູ້ຕື່ມອີກວ່າ: ຍ້ອນຄວາມຮັກນະຄອນຫຼວງຂອງຄູຝຶກ ແລະ ນັກກິລາ ຈຳນວນໜຶ່ງ ແມ່ນໄດ້ພາກັນຕັດສິນໃຈຝຶກຊ້ອມ ເຖິງແມ່ນວ່າທາງພາກລັດຂອງພວກເຮົາ ຈະຍັງບໍ່ທັນໄດ້ມີນະໂຍບາຍໃດໆໃຫ້ພວກເຂົາກໍຕາມ; ຄະນະບໍລິຫານງານສະຫະພັນກິລາບາງປະເພດ ໄດ້ມີຄວາມເອົາໃຈໃສ່ຕໍ່ການມອບໝາຍຂອງຂັ້ນເທິງ ສ່ວນຂໍ້ຫຍຸ້ງຍາກ ກໍມີຫຼາຍສະຫະພັນ ບໍ່ທັນເຄື່ອນໄຫວຊຸກຍູ້ການຝຶກແອບຝຶກຊ້ອມຂອງຄູຝຶກ ແລະ ນັກກິລາ ທີ່ຕົນຄຸ້ມຄອງເທົ່າທີ່ຄວນ ສະນັ້ນ ຈຶ່ງຂໍສະເໜີບັນດາເມືອງ, ພະແນກການ, ໂຮງຮຽນພາກເອກະຊົນ ແລະ ສະຫະພັນ ຈົ່ງໃຫ້ການຊ່ວຍເຫຼືອ ແລະ ຊຸກຍູ້ນັກກິລາໃຫ້ມີເງື່ອນໄຂສະດວກໃນການຝຶກຊ້ອມ (ອາຫານການກິນ, ກໍາລັງໃຈ ແລະ ອຸປະກອນ) ແລະ ສະເໜີການພິຈາລະນາຊຸກຍູ້ຜູ້ທີ່ໄດ້ຮັບຫຼຽນຄໍາ ຂຶ້ນຕື່ມ.
ໃນກອງປະຊຸມກໍຍັງໄດ້ເປີດກວ້າງໃຫ້ບັນດາສະຫະພັນໄດ້ລາຍການ ແລະ ສະເໜີບັນຫາຂໍ້ຄົງຄ້າງ ຈາກ 33 ປະເພດກິລາ ແລະ ມີຕາງໜ້າ 10 ສະຫະພັນຂຶ້ນມີຄໍາເຫັນ ຊຶ່ງໄດ້ສ່ອງແສງໃຫ້ເຫັນເຖິງທຸກສະຫະພັນໄດ້ມີບັນຫາໃນລວງດຽວກັນ ໃນເລື່ອງການຮຽກຮ້ອງທາງດ້ານຜົນປະໂຫຍດເປັນຕົ້ນຕໍສຳຄັນ.
ໂອກາດນີ້, ທ່ານ ສິລິລາດທົງສິນ ທອງເພັງ ກໍໄດ້ສະແດງຄວາມຮູ້ສຶກດີໃຈຫຼາຍທີ່ໄດ້ເຫັນບັນດາສະຫະພັນກິລາ ໄດ້ສະເໜີທາດແທ້ຂອງຄົນຮັກບ້ານເກີດເມືອງນອນ ຈົ່ງພ້ອມກັນນຳເອົາຈິດໃຈຂອງຊາວນະຄອນຫຼວງວຽງຈັນ ນຳພາທັບນັກກິລາ 33 ປະເພດ ຮ່ວມສູ້ຊົນສ້າງຜົນງານໃຫ້ປະສົບຜົນສຳເລັດຫາກວ່າພວກເຮົາຍັງມີຄວາມລັງເລ ແລະ ຍັງບໍ່ໝັ້ນໃຈ ກໍຈົ່ງພ້ອມກັນປຶກສາຫາລືແກ້ໄຂ ແລະ ຜັນຂະຫຍາຍຢ່າງໜັກແໜ້ນ ສິ່ງສຳຄັນຕ້ອງຮັກສາໄດ້ຄວາມສາມັກຄີ ນຳພາທັບນັກກິລາລູກຫຼານຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມແຂ່ງຂັນດ້ວຍຄວາມບໍລິສຸດໃຈ, ແຂ່ງຂັນດ້ວຍຄວາມສາມາດ, ແຂ່ງຂັນຕາມລະບຽບ ຍາດໄດ້ໄຊຊະນະໃຫ້ໄດ້ເປັນເຈົ້າຫຼຽນຄຳ ດ້ວຍຄວາມຊື່ສັດບໍລິສຸດ ແລະ ຄວາມພາກພູມໃຈ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດເຊີນເຂົ້າຮ່ວມການປະມູນການຈັດຊື້ ອຸປະກອນປຸງແຕ່ງອາຫານ ແລະ ອຸປະກອນຮັບໃຊ້ການກິນ ອາຫານໃຫ້ໂຮງຮຽນເປົ້າໝາຍ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ, ກົມສາມັນສຶກສາ ຈໍານວນ 10 ລາຍ ການສະໜອງໃຫ້ 447 ໂຮງຮຽນ ໃນ 13 ເມືອງ 6 ແຂວງ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການ ສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA); ພາຍໃນວັນທີ 8 ກັນຍາ - 9 ຕຸລາ 2025 ລາຍລະອຽດໄດ້ຄັດຕິດເອກະສານມາພ້ອມນີ້  (1 ສະບັບ)⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 

e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.