ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສສກ ພ້ອມດ້ວຍຄະນະ ລົງຕິດຕາມ ແລະ ເປີດຫົວບົດສອບເສັງຈົບຊັ້ນ ມ.4 ຢູ່ແຂວງວຽງຈັນ

 

ໃນຕອນເຊົ້າວັນທີ 11 ມິຖຸນາ 2026 ນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍ ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງ ສສກ ແລະ ຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ຢູ່ໂຮງຮຽນມັດທະຍົມສົມບູນປາກແຈ້ງ ເມືອງວຽງຄຳ ແຂວງວຽງຈັນ ເຊິ່ງໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ພູວົງ ບຸນຊູ ປະທານຄະນະກຳມະການປົກຄອງແຂວງວຽງຈັນ ແລະ ທ່ານ ປອ ຄຳ ຂັນທະວີວອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ພ້ອມດ້ວຍປະທານຄະນະກຳມະການປົກຄອງເມືອງວຽງຄຳ, ຄະນະຮັບຜິດຊອບສູນສອບເສັງຂັ້ນສູນກາງ ແລະ ທ້ອງຖິ່ນ, ກຳມະການຍາມຫ້ອງເສັງ ແລະ ນ້ອງໆນັກຮຽນຢ່າງພ້ອມພຽງ.
ໃນພິທີ, ທ່ານ ປອ ຄຳ ຂັນທະວີວອນ ໄດ້ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2025-2026 ທົ່ວແຂວງວຽງຈັນ ມີໂຮງຮຽນຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ທັງພາກລັດ ແລະ ເອກະຊົນ ທັງໝົດ 50 ແຫ່ງ, ມີຈໍານວນ 5.932 ຄົນ, ຍິງ 3.023 ຄົນ ມາຮອດປັດຈຸບັນ, ມີນັກຮຽນລົງທະບຽນເຂົ້າຮ່ວມສອບເສັງຕົວຈິງທັງໝົດ ຈໍານວນ 5.629 ຄົນ, ຍິງ 2.854 ຄົນ, ມີສູນສອບເສັງທັງໝົດ 29 ສູນ ແລະ ມີ 287 ຫ້ອງເສັງ. ໂດຍທຸກສູນສອບເສັງ ແມ່ນໄດ້ຮັບການກວດກາສະພາບອາຄານສະຖານທີ່, ໂຕະ-ຕັ່ງ, ພັດລົມ ແລະ ລະບົບໄຟຟ້າ ເຊິ່ງຮັບປະກັນຄວາມພ້ອມໃຊ້ງານໄດ້ 100%. ສຳລັບການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແມ່ນໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-12 ມິຖຸນາ 2026 ມີການສອບເສັງທັງໝົດ 5 ວິຊາ ຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ວິທະຍາສາດສັງຄົມ, ວິທະຍາສາດທຳມະຊາດ ແລະ ພາສາອັງກິດ.
ໂອກາດທີ່ມີຄວາມໝາຍນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະຮັບຜິດຊອບ ກໍຄືກຳມະການຍາມຫ້ອງເສັງ ເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ຮັບປະກັນຄວາມໂປ່ງໃສ, ຍຸຕິທຳ ແລະ ຖືກຕ້ອງຕາມລະບຽບການສອບເສັງຢ່າງເຂັ້ມງວດ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ສະແດງຄວາມຫ່ວງໃຍ ແລະ ໃຫ້ກຳລັງໃຈແກ່ນ້ອງໆນັກຮຽນສອບເສັງທຸກຄົນ ໃຫ້ມີສະຕິ, ມີຄວາມໝັ້ນໃຈໃນຕົນເອງ, ຕັ້ງໃຈຄົ້ນຄວ້າ ແລະ ນຳໃຊ້ຄວາມຮູ້ຄວາມສາມາດທີ່ໄດ້ຮຽນມາ ເຂົ້າໃນການເຮັດບົດສອບເສັງໃຫ້ໄດ້ຮັບຜົນດີເລີດ.
ຫຼັງຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຕິດຕາມ ແລະ ຢ້ຽມຢາມສູນອອກຫົວບົດສອບເສັງ ຂັ້ນ ມ.4 ແລະ ຂັ້ນ ມ.7 ທີ່ເຮືອນພັກຕົ້ນດູ່ຊູຊັບ ເພື່ອພົບປະ, ຢ້ຽມຢາມຖາມຂ່າວ ແລະ ໃຫ້ກຳລັງໃຈແກ່ຄະນະພະນັກງານ, ຄູ-ອາຈານ ທີ່ໄດ້ເສຍສະຫຼະເວລາ ແລະ ຄວາມສຸກສ່ວນຕົວເຂົ້າຮ່ວມໃນການອອກຫົວບົດສອບເສັງໃນຄັ້ງນີ້ ເຊິ່ງໃຫ້ກຽດຕ້ອນຮັບຂອງ ທ່ານ ປອ ວົງເພັດ ອຸດົມລິດ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພ້ອມດ້ວຍຄະນະ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
719970547_122134617153228259_5755320828002199728_n.jpg721190136_122134619151228259_1932896776706299295_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ໂຄງການ GPE III - LEAP ມີຈຸດປະສົງຂໍລົງ ປະກາດເຊີນຜູ້ສົນໃຈສະໜອງການຈັດພິມປຶ້ມຈໍານວນ 05 ລາຍການ ສະໜອງໃຫ້ກົມສ້າງຄູພາຍໃຕ້ໂຄງການກອງທຶນ ຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA). ໃນວັນທີ 29 ເມສາ 2026 - 12 ພຶດສະພາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະ ບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ