ເລຂາຄະນະພັກກະຊວງ ສສກ ຮຽກຮ້ອງທົ່ວຂະແໜງການສຶກສາ, ວິທະຍາສາດ ແລະ ການກິລາ ພ້ອມກັນສືບຕໍ່ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ X ຢ່າງຟົດຟື້ນ

 

ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ, ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ໄດ້ໃຫ້ສໍາພາດຕໍ່ໜ່ວຍງານໂຄສະນາ ແລະ ຂະບວນການ, ອະນຸກໍາມະການໂຄສະນາ ແລະ ຂະບວນການ ເນື່ອງໃນໂອກາດກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ວ່າ: “ດັ່ງທີ່ພວກເຮົາຊາບນຳກັນແລ້ວວ່າ ການສຶກສາແມ່ນວຽກງານ ທີ່ມີຄວາມສຳຄັນຕໍ່ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາປະເທດຊາດ. ພາລະກິດຂອງການສຶກສາບໍ່ພຽງແຕ່ເປັນການສິດສອນຄວາມຮູ້ ແຕ່ຍັງລວມເຖິງການສ້າງຄົນ, ສ້າງນັກວິທະຍາສາດ, ສ້າງຜູ້ປະກອບການ, ພະນັກງານ,​ ທະຫານ, ​ຕຳຫຼວດ ແລະ ເຮັດໃຫ້ປະຊາຊົນລາວ ມີຄຸນນະພາບ, ຈັນຍາບັນ,​ຈັນຍາທຳ, ຄຸນນະທຳ ແລະ ມີຄວາມສາມາດຮອບດ້ານ ເພື່ອເປັນກຳລັງແຮງໃນການປະຕິບັດພາລະກິດປົກປັກ, ຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນສີວິໄລ ເດີນຕາມເສັ້ນທາງສັງຄົມນິຍົມ. ຍ້ອນແນວນັ້ນ, ພັກປະຊາຊົນປະຕິວັດລາວ ຈຶ່ງວາງແນວທາງການສຶກສາອອກໃນແຕ່ລະໄລຍະ ແລະ ຖືເອົາການສຶກສາໄປກ່ອນວຽກງານອື່ນກ້າວໜຶ່ງ”.
ສະຫາຍກ່າວຕື່ມວ່າ: ໃນ 3 ເດືອນທີ່ຜ່ານມານີ້, ບັນດານັກວິທະຍາສາດ, ນັກວິຊາການ ແລະ ການນໍາ ໃນຂະແໜງສຶກສາ ແລະກິລາ ຕ່າງກໍໄດ້ພາກັນໃຫ້ການສໍາພາດ, ຄໍາຄິດຄໍາເຫັນ ແລະ ທັດສະນະ ຕໍ່ການພັດທະນາວຽກງານສຶກສາ, ຄົ້ນຄວ້າວິທະຍາສາດ ແລະ ການກິລາ ຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນເອງ ຢ່າງ​ອຸ​ດົມ​ສົມ​ບູນ ມີ​ທັງ​ອະ​ດີດ, ປັດ​ຈຸ​ບັນ ແລະ​ ອະ​ນາ​ຄົດ, ມີ​ທັງ​ຜົນ​ສຳ​ເລັດ ແລະ​ມີ​ທັງ​ຂໍ້​ຈຳ​ກັດ. ແຕ່​ເຖິງ​ຢ່າງ​ໃດ​ກໍຕາມ ຂ້າພະເຈົ້າສັງລວມວ່າ ໃນຕໍ່ໜ້າແມ່ນຕ້ອງ “ຍົກສູງຄວາມສາມາດນໍາພາຂອງຄະນະພັກທຸກຂັ້ນ, ປັປປຸງລະບົບການສຶກສາ, ວິທະຍາສາດ ແລະ ການກິລາ ໃຫ້​ຫັນ​ປ່ຽນ​ຢ່າງ​ແຂງ​ແຮງ ແລະ​ ມີ​ຄຸນ​ນະ​ພາບ​ສູງ​ຂຶ້ນ, ຮັບ​ໃຊ້​ພາ​ລະ​ກິດ​ຂອງ​ພັກ, ສາ​ມາດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ​ສາ​ກົນ”. ແຕ່ຢາກເຮັດໄດ້ຄືແນວນັ້ນ, ຕ້ອງສຸມໃສ່ປັບປຸງການສຶກສາກ່ອນໄວຮຽນ, ປະຖົມສຶກສາ ແລະມັດທະຍົມສຶກສາ ໃຫ້ມີຄຸນນະພາບດີຂຶ້ນ ແລະ ເທົ່າທຽມກັນຫຼາຍຂຶ້ນ; ສ້າງພື້ນຖານຫັນໄປສູ່ສັງຄົມແຫ່ງພູມປັນຍາ ແລະ ສັງຄົມແຫ່ງການຮຽນຮູ້ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ; ປັບປຸງລະບົບການຮຽນ ການສອນ ໃນລະບົບອະຊີວະສຶກສາ ແລະ ຊັ້ນສູງ ຕາມຄວາມຕ້ອງການຂອງຕະຫຼາດ ແລະ ທ່າແຮງບົ່ມຊ້ອນຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ; ສົມທົບແໜ້ນສາຍພົວພັນການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການກິລາ, ຊຸກຍູ້ທັງ 3 ຂະແໜງການດັ່ງ​ກ່າວ ໃຫ້ມີການພັດທະນາ ແລະ ນໍາໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ໃຫ້​ນັບ​ມື້ກວ້າງ​ຂວາງ; ເອົາໃຈໃສ່ສົ່ງເສີມກິລາມວນຊົນ ໃຫ້ກວ້າງຂວາງ, ທົ່ວເຖິງ, ເອົາໃຈໃສ່ກິລາທີ່ມີມູນເຊື້ອ ແລະ ກິລາ ທີ່ມີໜໍ່ແໜງໃໝ່ຂອງປະເທດຊາດ ເຂົ້າ​ຮ່ວມ​ການ​ແຂ່ງ​ຢູ່​ພາກ​ພື້ນ ແລະ​ ສາ​ກົນ ສາມາດສ້າງຊື່ສຽງໃຫ້ແກ່ປະເທດຊາດນັບມື້ນັບຫຼາຍຂຶ້ນ.
ທັງໝົດບັນຫາທີ່ກ່າວມານັ້ນ, ເປັນບັນຫາພື້ນຖານຢູ່ໃນລາຍງານການເມືອງ ແລະ ແຜນພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ການກິລາ ໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະກິລາ ຊຶ່ງບັນ​ດາ​ເນື້ອ​ໃນ​ເຫຼົ່​ານັ້ນ ພາຍຫຼັງສໍາເລັດກອງປະຊຸມ ຄະ​ນະພັກ, ຄະ​ນະ​ນຳ, ສະ​ມາ​ຊິກ​ພັກ-ພະ​ນັກ​ງານ ທົ່ວ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ​ກິ​ລາ ຍັງຈະໄດ້ຜັນຂະຫຍາຍເປັນແຜນງານ, ​ໂຄງການ ແລະ ແຜນການຢ່າງລະອຽດ ເພື່ອສ້າງໃຫ້ເປັນຮູບປະທໍາ, ເຮັດໃຫ້ການສຶກສາ, ວິທະຍາສາດ ແລະ ການກິລາ ມີການຫັນປ່ຽນໃໝ່ຮອບດ້ານ ແລະເລິກເຊິ່ງກວ່າເກົ່າ.
ສະຫາຍ ເລຂາຄະນະບໍລິຫານງານພັກ ກະຊວງ ສສກ ໄດ້ເນັ້ນໜັກໃນຕອນທ້າຍວ່າ: “ເພື່ອເປັນການສ້າງຄວາມພ້ອມຮອບດ້ານ ໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ, ຄູ-ອາຈານ, ນັກວິທະຍາສາດ, ນັກກິລາ, ນັກຮຽນ-ນັກສຶກສາ ແລະ ພໍ່ແມ່ປະຊາຊົນທຸກພາກສ່ວນ ຈົ່ງພ້ອມກັນສືບຕໍ່ສ້າງຂະບວນການຟົດຟື້ນ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະ​ເທດ​ຊາດ ກໍ​ຄືພັດ​ທະ​ນາວຽກງານການສຶກສາ, ວິທະຍາສາດ ແລະ ການກິລາ ໃຫ້ມີຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າ​ເກົ່າ”.
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດເຊີນເຂົ້າຮ່ວມການປະມູນການຈັດຊື້ ອຸປະກອນປຸງແຕ່ງອາຫານ ແລະ ອຸປະກອນຮັບໃຊ້ການກິນ ອາຫານໃຫ້ໂຮງຮຽນເປົ້າໝາຍ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ, ກົມສາມັນສຶກສາ ຈໍານວນ 10 ລາຍ ການສະໜອງໃຫ້ 447 ໂຮງຮຽນ ໃນ 13 ເມືອງ 6 ແຂວງ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການ ສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA); ພາຍໃນວັນທີ 8 ກັນຍາ - 9 ຕຸລາ 2025 ລາຍລະອຽດໄດ້ຄັດຕິດເອກະສານມາພ້ອມນີ້  (1 ສະບັບ)⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 

e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.