ກອງປະຊຸມໃຫຍ່ຄະນະພັກຮາກຖານຫ້ອງການກະຊວງສຶກສາທິການ ແລະ ກິລາ ຄັ້ງທີ II ໄດ້ໄຂຂຶ້ນໃນວັນທີ 31 ມີນາ 2025 ທີ່ຫ້ອງປະຊຸມຕຶກໄອຊີທີ ຊັ້ນ 4 ສສກ ພາຍໃຕ້ການເປັນປະທານຂອງສະຫາຍ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ສສກ,ມີບັນດາສະຫາຍຄະນະພັກຮາກຖານຫ້ອງການ, ຄະນະຫ້ອງການກະຊວງ, ຄະນະໜ່ວຍພັກ, ສະມາຊິກພັກ
ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຫຼື ຄພລ ເປີດກອງປະຊຸມປະຈຳໄຕມາດ 1/2025 ໂດຍເນັ້ນການປຶກສາຫາລືຄົ້ນຄວ້າ 7 ໜ້າວຽກສໍາຄັນລະດັບຊາດ ເພື່ອກຽມຄວາມເຄື່ອນໄຫວຈັດການແຂ່ງຂັນພາຍໃນ ແລະ ອອກແຂ່ງຂັນລະດັບອະນຸພາກພື້ນ,ພາກພື້ນ ແລະ ສາກົນ ລະຫວ່າງປີ 2025 ເຖິງປີ 2028 ແລະ ວາງແຜນຈຸດສຸມປະຈຳໄຕມາດ 2 (4,5,6) ປີ 2025
♦ ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ໂຄງການ GPE III - LEAP ມີຈຸດປະສົງຂໍລົງ ປະກາດເຊີນຜູ້ສົນໃຈສະໜອງການຈັດພິມປຶ້ມຈໍານວນ 05 ລາຍການ ສະໜອງໃຫ້ກົມສ້າງຄູພາຍໃຕ້ໂຄງການກອງທຶນ ຮ່ວມມືສາກົນເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA). ໃນວັນທີ 29 ເມສາ 2026 - 12 ພຶດສະພາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະ ບັບ) ຜູ້ທີ່ສົນໃຈ ສາມາດຕິດຕໍ່ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5459 5936
e-mail:


