ສສກ ກວດຜ່ານ ແລະ ຮັບຮອງເນື້ອໃນປື້ມປະຫວັດວັນນະຄະດີລາວ ໄລຍະປີ 1986-2021

 

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຮັບຮອງເນື້ອໃນປື້ມປະຫວັດວັນນະຄະດີລາວ ໄລຍະປີ 1986-2021 ໃນວັນທີ 6 ເມສາ 2026 ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ປອ ວົງເພັດ ອຸດົມລິດ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພ້ອມດ້ວຍອະດີດການນຳ ສສກ, ສວສ, ຫົວໜ້າກົມປະກັນຄຸນນະພາບການສຶກສາ, ຄະນະອັກສອນສາດ ມຊ, ວິທະຍາ ໄລສົງອົງຕື້, ສະມາຄົມສົ່ງເສີມການອະນຸລັກສິລະປະວັນນະຄະດີ, ຄະນະຮຽບຮຽງ, ຄະນະກວດແກ້ ແລະ ຄະນະຮັບຜິດ ຊອບເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວ, ຈັດຂຶ້ນເພື່ອເປັນການກວດຮັບຮອງເນື້ອໃນປື້ມປະຫວັດວັນນະຄະດີ ໃນໄລຍະປີ 1986-2025 ແລະ ພິຈາລະນາປັບແກ້ເນື້ອໃນຕາມຄຳເຫັນຂອງຄະນະກຳມະການຮັບຮອງ. ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ໄດ້ມີຄຳເຫັນກ່າວວ່າ: ວຽກງານຄົ້ນຄວ້າປະຫວັດ ວັນນະຄະດີລາວ ໄລຍະປີ 1986-2025 ສະບັບນີ້. ເລີ່ມດຳເນີນການມາແຕ່ທ້າຍປີ 2022 ເປັນຕົ້ນມາ. ເຊິ່ງພວກເຮົາໄດ້ເຫັນຜົນສຳເລັດເປັນກ້າວໆມາ. ພວກເຮົາໄດ້ປຶກສາຫາລື ແລກປ່ຽນແນວ ຄວາມຄິດຮ່ວມກັນຫຼາຍຫຼົບຫຼາຍຕ່າວ. ເຊິ່ງເລີ່ມຈາກການກຳນົດໂຄງຮ່າງລວມ, ເກັບກຳຂໍ້ມູນ ແລະ ເອກະສານອ້າງອີງທີ່ກ່ຽວຂ້ອງຕ່າງໆ, ໄດ້ມອບໝາຍແບ່ງຄວາມຮັບຜິດຊອບໃຫ້ຄະນະຮຽບຮຽງແຕ່ລະຄົນ. ຈາກເຫດຈຳເປັນໃນການປ່ຽນແປງຕາມສະພາບຕົວຈິງ ຂອງບຸກຄົນ ແລະ ການດຳເນີນງານຜ່ານມາ. ເຮັດໃຫ້ຕ້ອງໄດ້ຈັດແບ່ງຄວາມຮັບຜິດຊອບ ໃນການຂຽນຮຽບຮຽງເນື້ອໃນຄືນໃໝ່ ໂດຍມີການເພີ່ມ ແລະ ປັບປ່ຽນຜູ້ຂຽນສຳລັບເນື້ອໃນບາງພາກ ຂອງປື້ມຫຼາຍຄັ້ງ ເພື່ອໃຫ້ການດຳເນີນງານມີປະສິດທິພາບສູງ. ເຖິງຢ່າງໃດກໍຕາມ ປັດຈຸບັນພວກເຮົາໄດ້ເຮັດສຳເລັດການສ້າງຕົ້ນສະບັບທີ່ສາມາດ ຜ່ານຄະນະກຳມະການຮັບຮອງ ທີ່ມີເນື້ອໃນຫຼັກຈຳນວນ 183 ໜ້າ. ນອກນັ້ນ, ກໍຍັງມີເອກະສານພາກຜະໜວກ ພາກເພີ່ມເຕີ່ມທີ່ສຳຄັນປະກອບຕື່ມພາຍຫຼັງອີກຈຳນວນໜຶ່ງ. ຜົນສຳເລັດທີ່ຜ່ານມານີ້ ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈອັນໜັກແໜ້ນຂອງຄະນະຮັບຜິດຊອບທຸກທ່ານ ໃນການມຸ່ງມັ້ນສ້າງຜົນງານທີ່ຊົງຄຸນຄ່າ ອັນເປັນນປະໂຫຍດຕໍ່ຂົງເຂດວິຊາການ ແລະ ວັດທະນະທຳລາວຢ່າງຍິງ. ສະນັ້ນ, ຂໍຮຽກຮ້ອງມາຍັງບັນດາຄະນະຜູ້ຮັບຜິດຊອບ ຈົ່ງສຸມຈິດສຸມໃຈທຸ້ມເທສະຕິປັນຍາ, ສົນທະນາປະກອບຄຳຄິດຄຳເຫັນ ແລະ ປຶກສາຫາລືຮວ່ມກັນ ເພື່ອເຮັດໃຫ້ໄດ້ຄຳເຫັນທີ່ເປັນເອກະພາບກັນໃນຈຸດທີ່ຕ້ອງໄດ້ປັບປຸງແກ້ໄຂດ້ານເນື້ອໃນຕໍ່ໄປ ເພື່ອໃຫ້ໄດ້ສະບັບສົມບູນ ທີ່ສາມາດພີມເຜີຍແຜ່ໃນຕໍ່ໜ້າ.
ສຳລັບກອງປະຊຸມດັ່ງກ່າວ, ແມ່ນຈະດຳເນີນເປັນເວລາ 3 ວັນ 7-9 ເມສາ 2026 ພ້ອມນັ້ນ, ຍັງຈະໄດ້ ນຳສະເໜີສະພາບລວມກ່ຽວກັບການຮຽບຮຽງປື້ມ ປະຫວັດວັນນະຄະດີລາວ ໄລຍະປີ 1986-2025 ພ້ອມທັງປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ພິຈາລະນາຮັບຮອງເອົາເນື້ອໃນປື້ມດັ່ງກ່າວ. ນອກນັ້ນ, ຍັງຈະໄດ້ທົບທວນຄືນຄວາມ ເຫັນຂອງຄະນະກຳມະການຮັບຮອງ ແລະ ຜູ້ເຂົ້າຮວ່ມກອງປະຊຸມຮັບຮອງເນື້ອໃນປຶ້ມ.
ພາບ-ຂ່າວໂດຍ: ການຈະນາ
666237428_122123253105228259_6265091308768029497_n.jpg668232250_122123253447228259_6195001248435043606_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດຮັບສະໝັກທີ່ປຶກສາດ້ານກວດສອບອິດສະຫຼະ (Independent Verification Agent) ເພື່ອດໍາເນີນການກວດ ສອບຜົນການຈັດຕັ້ງປະຕິບັດກິດຈະກຳທີ່ນໍາໃຊ້ງົບປະມານພາກມີເງື່ອນໄຂ (Performance-Based Conditions PBC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ:ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III-LEAP), (Credit No. 6854 - LA) ຢູ່ໃນເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ເລີ່ມແຕ່ວັນທີ 25 ມີນາ 2026 – 10 ເມສາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈສາມາດຕິດຕໍ່ ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ