ສສກ ເປີດກອງທຶນພັດທະນາອາຊີວະສຶກສາ ສົ່ງເສີມຜູ້ດ້ອຍໂອກາດ ແລະ ຜູ້ທຸກຍາກ ໃຫ້ເຂົ້າເຖິງອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ

 

ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມສະພາບໍລິຫານກອງທຶນ ເພື່ອປຶກສາຫາລື ແລະ ວາງແຜນຈັດຕັ້ງປະຕິບັດວຽກງານອາຊີວະສຶກສາ ພ້ອມທັງເປີດກອງທຶນພັດທະນາອາຊີວະສຶກສາ ເພື່ອສົ່ງເສີມເບ້ຍລ້ຽງໃຫ້ແກ່ຜູ້ດ້ອຍໂອກາດ ແລະ ຜູ້ທຸກຍາກ ໃຫ້ເຂົ້າເຖິງອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ໃນວັນທີ 7 ເມສາ 2026 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: ໃນນາມຕາງໜ້າຄະນະນຳ ກະຊວງສຶກສາທິການ ແລະ ກິລາ ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ມີໂອກາດເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍ ແລະ ຄວາມສຳຄັນໃນຄັ້ງນີ້ ພ້ອມທັງສະແດງຄວາມຂອບໃຈຢ່າງສູງ ມາຍັງບັນດາຄູ່ຮ່ວມພັດທະນາທັງພາຍໃນ ແລະ ຕ່າງປະເທດ ທີ່ໃຫ້ການສະໜັບສະໜູນ ແກ່ວຽກງານການສຶກສາ ແລະ ກິລາ, ໃນນັ້ນ ລວມມີທາງດ້ານງົບປະມານ ແລະ ທາງດ້ານວິຊາການ ເວົ້າລວມ, ເວົ້າສະເພາະແມ່ນການຊ່ວຍເຫຼືອຈາກລັດຖະບານເຢຍລະມັນ ທີ່ໃຫ້ການສະໜັບສະໜູນ ໃນການສ້າງຄູ່ມືການປະຕິບັດກອງທຶນພັດທະນາອາຊີວະສຶກສາ. ຊຶ່ງເຫັນໄດ້ວ່າ ກອງທຶນດັ່ງກ່າວ ແມ່ນມີຄວາມສຳຄັນຫຼາຍ ແລະ ໄດ້ສ້າງຂຶ້ນມາ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍ ເຊັ່ນ: ການສົ່ງເສີມສະຖານອາຊີວະສຶກສາໃນການຈັດຕັ້ງການຮຽນ ການສອນ, ສົ່ງເສີມການຝຶກອົບຮົມ ແລະ ຍົກລະດັບຄູວິຊາຊີບ ດ້ານວິຊາສະເພາະຂອງສະຖານອາຊີວະສຶກສາ ແລະ ຫົວໜ່ວຍແຮງງານ, ສະໜັບສະໜູນການຝຶກອົບຮົມວິຊາຊີບ ສຳລັບຜູ້ຮຽນທີ່ມີບັນຫາ, ສົ່ງເສີມຫົວໜ່ວຍແຮງງານໃນການຈັດຝຶກອົບຮົມພາກປະຕິບັດຕົວຈິງ, ສົ່ງເສີມເບ້ຍລ້ຽງໃຫ້ແກ່ຜູ້ດ້ອຍໂອກາດ ແລະ ຜູ້ທຸກຍາກ ໃຫ້ເຂົ້າເຖິງອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ, ສະໜັບສະໜູນການພັດທະນາ ຫົວຄິດປະດິດສ້າງ ແລະ ນະວັດຕະກຳ ແລະ ການບໍລິຫານ ແລະ ການຄຸ້ມຄອງ ກອງທຶນພັດທະນາອາຊີວະສຶກສາ.
ດັ່ງນັ້ນ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້, ມີຄວາມສອດຄ່ອງກັບເປົ້າໝາຍຂອງການນຳໃຊ້ກອງທຶນພັດທະນາອາຊີວະສຶກສາ, ພວກເຮົາຈຳເປັນຕ້ອງໄດ້ມີນິກຳ ແລະ ລະບຽບການສະເພາະໃນການຈັດຕັ້ງປະຕິບັດກອງທຶນ ນັ້ນກໍແມ່ນຄູ່ມືປະຕິບັດກອງທຶນພັດທະນາອາຊີວະສຶກສາ. ມາເຖິງປັດຈຸບັນ ຄູ່ມືດັ່ງກ່າວໄດ້ຮັບການອະນຸມັດເປັນທີ່ຮຽບຮ້ອຍ ໂດຍມີຂໍ້ຕົກລົງ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ສະບັບເລກທີ 768/ສສກ, ລົງວັນທີ 20 ກຸມພາ 2026, ເປັນບ່ອນອີງໃນການຮັບທຶນ ແລະ ການນໍາໃຊ້ກອງທຶນ ໂດຍສະເພາະ ການຄຸ້ມຄອງ-ບໍລິຫານການເງິນ ແລະ ການຈັດຊື້-ຈັດຈ້າງ, ເປັນເຄື່ອງມືໃນການກວດກາ, ຕິດຕາມ ແລະ ປະເມີນຜົນ ໃນການປະຕິບັດໜ້າທີ່ຂອງສະພາບໍລິຫານ, ຄະນະຮັບຜິດຊອບຈັດຕັ້ງປະຕິບັດ, ກອງເລຂາ ແລະ ຜູ້ຈັດຕັ້ງປະຕິບັດກອງທຶນພັດທະນາອາຊີວະສຶກສາ, ໃນນັ້ນ ມີການແນະນຳໂຄງປະກອບການຈັດຕັ້ງ, ການເຄື່ອນໄຫວ ແລະ ແບບແຜນວິທີເຮັດວຽກ, ໄດ້ກຳນົດການປະຕິບັດນະໂຍບາຍໃຫ້ຄູ, ນັກຮຽນ, ນັກສຶກສາ ແລະ ບຸກຄະລາກອນ. ພ້ອມນັ້ນ, ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ຕີລາຄາສູງຕໍ່ການຮ່ວມມືທີ່ໃຫ້ການສະໜັບສະໜູນ ຈາກທຸກພາກສ່ວນທັງພາກລັດ ແລະ ເອກະຊົນ, ຈາກບັນດາຄູ່ຮ່ວມພັດທະນາສາກົນ ທີ່ສາມາດບັນລຸຕາມເປົ້າໝາຍທີ່ກຳນົດໄວ້.
ຂ່າວໂດຍ: ການຈະນາ
661782012_122123248965228259_8711389321932064752_n.jpg665932277_122123249385228259_5226732005781971938_n.jpg666472121_122123249013228259_4564802221252793824_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດຮັບສະໝັກທີ່ປຶກສາດ້ານກວດສອບອິດສະຫຼະ (Independent Verification Agent) ເພື່ອດໍາເນີນການກວດ ສອບຜົນການຈັດຕັ້ງປະຕິບັດກິດຈະກຳທີ່ນໍາໃຊ້ງົບປະມານພາກມີເງື່ອນໄຂ (Performance-Based Conditions PBC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ:ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III-LEAP), (Credit No. 6854 - LA) ຢູ່ໃນເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ເລີ່ມແຕ່ວັນທີ 25 ມີນາ 2026 – 10 ເມສາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈສາມາດຕິດຕໍ່ ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ