Featured
 ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຫລວງພະບາງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານການສຶກສາ ຢູ່ເມືອງຈອມເພັດ ເມື່ອວັນທີ 20 ພຶດສະພາ 2025.
500228687 1257655003028972 6366983816093655124 n
ໂດຍມີຄະນະນຳຫ້ອງການສຶກສາທິການ ແລະ ກິລາເມືອງ, ອໍານວຍການໂຮງຮຽນ, ພະນັກງານ-ຄູອາຈານ, ການຈັດຕັ້ງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.   
         ທ່ານ ນາງ ຈັນສະມຸດ ສຸກຂະເສີມ ຫົວໝ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຈອມເພັດ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດ ການຮຽນການສອນ ສົກປີ 2024-2025 ໃນໄລຍະຜ່ານມາ, ຄະນະນໍາຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ເອົາໃຈໃສ່ສຶກສາອົບຮົມ ວຽກງານການເມືອງ-ແນວຄິດ ໃຫ້ພະນັກງານຄູ-ອາຈານ ຢ່າງເປັນປົກກະຕິ, ອັນໄດ້ເຮັດໃຫ້ພະນັກງານຄູ-ອາຈານ ມີແນວຄິດອຸ່ນອຽນທຸ່ນທ່ຽງ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍ, ເອົາໃຈໃສ່ນຳພາ-ຊີ້ນຳ ສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ ໃຫ້ຫລຸດໜ້ອຍຖອຍລົງ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາເຫັນ ຕາມຄໍາຖາມເຈາະຈິ້ມ ຂອງທ່ານປະທານ ໂດຍສ່ອງແສງໃຫ້ເຫັນບັນຫາທີ່ພົບເຫັນຕົວຈິງ ໃນຂົງເຂດການສຶກສາ ໃນໄລຍະຜ່ານມາ ກໍຄືໃນປັດຈຸບັນ ເພື່ອມາແລກປ່ຽນ, ຄົ້ນຄວ້າຊອກຫາສາເຫດ ແລະ ວິທີແກ້ໄຂ ເປັນຕົ້ນ ບັນຫາຄຸນນະພາບຂອງການສຶກສາ, ບັນຫາການປະລະການຮຽນຂອງນັກຮຽນໃນແຕ່ລະຊັ້ນ, ບັນຫາຄູສອນບໍ່ພຽງພໍ ແລະການຂຶ້ນສອນຫ້ອງຄວບ ທີ່ເຫັນວ່າມີຄວາມຫຍຸ້ງຍາກຫລາຍ, ເຊິ່ງບັນຫາທີ່ເກີດຂຶ້ນ ເນື່ອງມາຈາກສະພາບແວດລ້ອມ, ສະພາບເສດຖະກິດມີການປ່ຽນແປງ ພ້ອມທັງຍັງເປັນເອກະພາບກັນ ວາງທິດທາງແຜນການ ເພື່ອແກ້ໄຂໃຫ້ບັນຫາດັ່ງກ່າວຫລຸດນ້ອຍຖອຍລົງເທື່ອລະກ້າວ.
           ໂອກາດນີ້, ທ່ານ ສຸລິເດດ ແກ້ວບົວລະເພັດ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຂອງສັງຄົມ ເລີ່ມຈາກສະຖາບັນຄອບຄົວ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງພັກ-ລັດ ຈົ່ງພ້ອມກັນເອົາໃຈໃສ່ໃນການຫັນປ່ຽນ ການນຳພາ-ຊີ້ນຳວຽກງານໃນຂົງເຂດການສຶກສາ-ກິລາ ໄປໃຫ້ຖືກທິດ, ເອົາໃຈໃສ່ສຶກສາອົບຮົມປະຊາຊົນ ໃຫ້ເຂົ້າໃຈຕໍ່ກັບການສຶກສາໃນໄລຍະໃໝ່, ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃຫ້ໝົດໄປ, ພ້ອມນີ້, ຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາ ແລະ ຄູອາຈານ ຕ້ອງໄດ້ເອົາໃຈໃສ່ປະຕິບັດໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້ ໂດຍສະເພາະ ການສິດສອນ ໃຫ້ຖືກຕ້ອງຕາມຫ້າຫລັກມູນຂອງການສຶກສາ ທັງຮັບປະກັນ ໃຫ້ໄດ້ທາງດ້ານປະລິມານ ແລະ ຄຸນນະພາບ.

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •