Featured

ພິທີເປີດປ້າຍໂຄງການພັດທະນາສີມືແຮງງານກະສິກໍາທັນສະໄໝ ລາວ-ຈີນ ໄດ້ມີຂຶ້ນໃນວັນທີ 13 ພຶດສະພາ 2025 ທີ່ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຮສ.ປອ ນາງ ສິລິນທອນ ສັກລໍຄໍາ ຫົວໜ້າກົມຮ່ວມມືກັບຕ່າງປະເທດ

ກະຊວງສຶກສາທິການ ແລະ ກິລາ, ທ່ານ ຈິດຕະກອນ ສີຊານົນ ຜູ້ອໍານວຍການວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ແລະ ທ່ານ ຊິນກັ່ງ ຮອງອະທິການບໍດີມະຫາວິທະຍາໄລເຕັກນິກ-ວິຊາຊີບກະສິກຳກວາງຊີ ສປ ຈີນ ພ້ອມດ້ວຍຫົວໜ້າພະແນກ, ຫ້ອງການ, ຄະນະອໍານວຍການ, ຂະແໜງການ, ໜ່ວຍງານ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງຢ່າງພ້ອມພຽງ.

496536997 1247445337383272 2375482040505404763 n
ໃນພິທີ, ທ່ານ ຈິດຕະກອນ ສີຊານົນ ກ່າວສະແດງຄວາມຕ້ອນຮັບ ພ້ອມທັງສະແເດງຄວາມຂອບໃຈຕໍ່ໝາກຜົນການຮ່ວມມື້ໃນຄັ້ງນີ້ ທີ່ເຮັດໃຫ້ບັນຍາກາດການຮຽນ-ການສອນພາຍໃນວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ມີຊີວິດຊີວາຫຼາຍຂຶ້ນ ໂດຍສະເພາະແມ່ນຄວາມກະຕືລືລົ້ນ ຫຼື ຄວາມສົນໃຈຂອງນັກສຶກສາຕໍ່ການຮຽນພາສາຈີນ ໄປຄຽງຄູ່ກັບວິຊາສະເພາະ.
ທ່ານ ຊິນກັ່ງ ກ່າວວ່າ: ໃນເດືອນຕຸລາ 2024 ຜ່ານມາ, ໄດ້ຈັດພິທີເປີດຮັບນັກສຶກສາໃໝ່ຂອງໂຄງການພັດທະນາສີມືແຮງງານກຳກະສິກຳທັນສະໄໝ ຈີນ-ລາວ ປີ 2024-2025. ປະຈຸບັນໂຄງການດັ່ງກ່າວ ໄດ້ຮັບການເປີດຢ່າງເປັນທາງການ, ຊຶ່ງສະແດງໃຫ້ເຫັນວ່າຄວາມຄືບໜ້າຂອງການກໍ່ສ້າງກະສິກໍາສະໄໝໃໝ່ພວມເລັ່ງລັດ, ໝາກຜົນຂອງການຮ່ວມມືນັບມື້ນັບເຂົ້າສູ່ລວງເລິກ, ທ່າອ່ຽງການພັດທະນາຂອງກະສິກຳຍຸກສະໄໝກໍ່ຍັງດຳເນີນໄປດ້ວຍດີ.


ສໍາລັບໂຄງການພັດທະນາສີມືແຮງງານກະສິກໍາທັນສະໄໝ ລາວ-ຈີນ ໄດ້ຮັບການລິເລີ່ມໃນທ້າຍປີ 2023 ໂດຍການຮ່ວມມືຂອງ 3 ຝ່າຍ ຫຼື ສະຖາບັນການສຶກສາລະດັບສູງຂອງ ສປປ ລາວ ແລະ ສປ ຈີນ ຊຶ່ງຝ່າຍ ສປປ ລາວ ປະກອບມີ ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ພາຍໃຕ້ການຊີ້ນໍາໂດຍກົງຂອງກົມອາຊີວະສຶກສາ ແລະ ກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ໂດຍມີຄູ່ຮ່ວມພັດທະນາແມ່ນຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດລາວ. ສ່ວນຝ່າຍ ສປ ຈີນ ແມ່ນມະຫາວິທະຍາໄລເຕັກນິກ-ວິຊາຊີບກະສິກໍາກວາງຊີ ພາຍໃຕ້ການຊີ້ນໍາຂອງພະແນກສຶກສາທິການ ແຂວງກວາງຊີ. ໂຄງການດັ່ງກ່າວນີ້ມີໄລຍະເວລາຂອງການຮ່ວມມື 3 ປີ (31 ທັນວາ 2023-31 ທັນວາ 2026) ໂດຍມີຈຸດປະສົງຫຼັກຂອງການຮ່ວມມື ຫຼື ການສ້າງຕັ້ງໂຄງການດັ່ງກ່າວນີ້ ແມ່ນເພື່ອສ້າງ ແລະ ຝຶກທັກສະສີແຮງງານກະສິກໍາທີ່ທັນສະໄໝໃຫ້ແກ່ ສປປ ລາວ ໂດຍການຊ່ວຍເຫຼືອຈາກຜູ້ຊ່ຽວຊານ ແລະ ນັກວິຊາການຂອງ ສປ ຈີນ, ເຊິ່ງປັດຈຸບັນນີ້ມີນັກສຶກສາຂອງ ສປປ ລາວ (ຈາກວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ) ຈໍານວນ 100 ຄົນ ໄດ້ຮັບຜົນປະໂຫຍຈາກໂຄງການດັ່ງກ່າວແລ້ວ ໂດຍຜ່ານລະບົບການຮຽນແບບ 2+1 (ຮຽນ 2 ປີ ຢູ່ ລາວ ແລະ ອີກ 1 ປີ ຮຽນຢູ່ ສປ ຈີນ).


ຂ່າວໂດຍ: ບຸນທະວີ ນະວົງສາ
ພາບໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •