ນະຄອນຫຼວງວຽງຈັນ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ເປີດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ II ຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ I ຈັດງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນ ເກມ ເພື່ອກຽມຄວາມພ້ອມ
ຈະຈັດສອງງານດັ່ງກ່າວ ໃນທ້າຍປິ 2025 ຊຶ່ງກອງປະຊຸມດັ່ງກ່າວ ກໍໄດ້ມີການຄົ້ນຄວ້າຫຼາຍໜ້າວຽກ ໂດຍສະເພາະແມ່ນ ໂລໂກ້, ສັດນຳໂຊກ, ຫຼຽນລາງວັນ, ເນື້ອໃນ ຄຳຂວັນປະຈຳງານ, ຮອງຮັບກິລາແຂ່ງຂັນ ເບື້ອງຕົ້ນມີ 30 ກວ່າປະເພດກິລາ ລວມທັງສະຖານທີ່ແຂ່ງຂັນ, ທີ່ພັກນັກກິລາ ແລະ ອື່ນໆ.
ກອງປະຊມຄັ້ງນີ້ ໄດ້ໄຂຂຶ້ນ ໃນວັນທີ 13 ພຶດສະພາ 2025 ທີ່ຫ້ອງປະຊຸມທັນສະໄໝ ຊັ້ນ 1, ສໍານັກງານອົງການປົກຄອງນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ປອ. ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຈັດງານມະຫາກໍາກິລາ ແຫ່ງຊາດ ຄັ້ງທີ XII, ມີບັນດາຮອງລັດຖະມົນຕີຈາກກະຊວງຕ່າງໆ, ຫົວໜ້າ-ຮອງຫົວໜ້າກົມ, ພະແນກ ແລະ ບັນດາກຳມະການຝ່າຍຕ່າງໆ ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ, ທັງເປັນຮອງຫົວໜ້າກໍາມະການກອງເລຂາ ກໍໄດ້ມີການລາຍການກ່ຽວກັບໜ້າວຽກ ທີ່ໄດ້ຈັດຕັ້ງປະຕິບັດ ໃນການຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ໃນໄລຍະຜ່ານມາ ເປັນຕົ້ນແມ່ນໄດ້ນຳສະເໜີ ຮູບແບບສັນຍາລັກ, ສັດນຳໂຊກ, ຫຼຽນລາງວັນ ແລະ ເນື້ອໃນ ຄຳຂວັນປະຈຳງານ.

ສ່ວນ ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ, ຮອງຫົວໜ້າກມະການເສດຖະກິດ - ລະດົມທຶນລາຍງານການຈັດສັນແຜນງົບປະມານ - ການເງິນ ແລະ ສະເໜີ ຮ່າງຂໍ້ຕົກລົງວ່າດ້ວຍລະບຽບການຄຸ້ມຄອງງົບປະມານຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII.
ຂະນະທີ່ ທ່ານ ສີຈັນ ຈິດຕະປັນຍາ ວ່າການແທນຫົວໜ້າກົມກິລາລະດັບສູງ, ຫົວໜ້າກໍາມະການເຕັກນິກ-ຈັດການແຂ່ງຂັນ ກໍໄດ້ລາຍງານຮ່າງຂໍ້ກໍານົດວ່າດ້ວຍການກໍານົດປະເພດກິລາ ແລະ ສະຖານທີ່ແຂ່ງຂັນ ພ້ອມທັງລາຍງານຈຸດປັບປຸງ ແລະ ສ້ອມແປງສະໜາມກິລາພາຍໃນນະຄອນຫຼວງວຽງຈັນ ຊຶ່ງຈະນຳໃຊ້ເຂົ້າໃນການຈັດງານກິລາດັ່ງກ່າວ ໂດຍສະເພາະແມ່ນການການແຂ່ງຂັນກິລາໃນເບື້ອງຕົ້ນ ແມ່ນຈະມີການຊີງໄຊທັງໝົດ 33 ປະເພດກິລາ, ໃນນັ້ນ ກິລາຍອດນິຍົມເຊັ່ນບານເຕະ ຍິງ-ຊາຍ ແລະ ກິລາຟຸດຊໍຊາຍ ກໍຖືກບັນຈຸເຂົ້າໃນການແຂ່ງຂັນ ສ່ວນອີກສອງປະເພດກິລາ ຄື: ກິລາແດ້ນສະປອດ ແລະ ກິລາເບັດສະບອນ ແມ່ນເປັນກິລາສາທິດ ຂະນະທີ່ມື້ແຂ່ງຂັນຕົວຈິງ ຈະຈັດລະຫວ່າງວັນທີ 15-25 ພະຈິກ 2025ນີ້.

ໃນໂອກາດດັ່ງກ່າວ, ກໍຍັງໄດ້ສືບຕໍ່ໄຂກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ I ຈັດງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຈາກທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກໍໄດ້ມີການລາຍງານການກະກຽມຈັດງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຊຶ່ງໃນນັ້ນ ກໍານົດແຂ່ງຂັນລະຫວ່າງວັນທີ 13-19 ທັນວາ 2025 ຊຶ່ງຈະມີການຊີງໄຊທັງໝົດ 10 ປະເພດກິລາ ແລະ ມີການກຳນົດຄະນະຮັບຜິດຊອບຈັດງານດັ່ງກ່າວ 7 ກຳມະການ.

ໂອກາດນີ້, ທ່ານ ປອ. ອາດສະພັງທອງ ສີພັນດອນ ກໍໄດ້ສະເໜີໃຫ້ກໍາມະການຝ່າຍຕ່າງໆໄດ້ກະກຽມແຜນດໍາເນີນງານຂອງຕົນ ໂດຍສະເພາະແມ່ນຄະນະຮັບຜິດຊອບປັບປຸງ ແລະ ສ້ອມແປງສະໜາມ, ກໍາມະການເສດຖະກິດ ແລະ ລະດົມທຶນ, ກໍາມະການພິທີການເປີດປິດ ທີ່ຕ້ອງໄດ້ວາງແຜນວຽກຂອງຕົນ ໃນການຈັດຕັ້ງປະຕິບັດ ແລະ ກໍາມະການກອງເລຂາທີ່ເປັນຜູ້ສັງລວມ ແລະ ຊຸກຍູ້ກໍາມະການຝ່າຍຕ່າງໆ. ໃນວັນນີ້ເອງກໍແມ່ນກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ I ຈັດງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ຄະນະຮັບຜິດຊອບໃນຂໍ້ຕົກລົງທັງສອງ ຈະໄດ້ຮັບຮູ້ ແລະ ເຂົ້າໃຈນໍາກັນວ່າມີວຽກໃດທີ່ຕ້ອງໄດ້ເຮັດໄປຄຽງຄູ່ກັນໂດຍສະເພາະແມ່ນສະຖານທີ່ຈັດ ການແຂ່ງຂັນ, ພິທີການເປີດ-ປິດ, ການຂື້ນແຜນງົບປະມານເພື່ອສະເໜີລັດຖະບານ, ຄໍາຂວັນ, ດ້ານເຕັກນິກ ແລະ ອື່ນໆ ເຊິ່ງພວກເຮົາຈະຕ້ອງໄດ້ກະກຽມ, ແກ້ໄຂ ແລະ ຊອກຫາວິທີທາງໃນການປະຕິບັດວຽກງານດັ່ງກ່າວໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. ຫຼັງຈາກນັ້ນ, ທ່ານເຈົ້າຄອງ ນວ ກໍຍັງຮຽກຮ້ອງມາຍັງບັນດາຜູ້ແທນກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບເຂົ້າໃນການຄົ້ນຄວ້າປຶກສາຫາລືແຕ່ລະບັນຫາໃຫ້ກະຈ່າງແຈ້ງ ພ້ອມທັງແບ່ງຄວາມຮັບຜິດຊອບໃຫ້ກັນຢ່າງລະອຽດຈະແຈ້ງ ເພື່ອເຮັດໃຫ້ການກະກຽມຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ແລະ ຈັດງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ດໍາເນີນໄປດ້ວຍດີ ແລະ ບັນລຸໄດ້ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.
ພາບ-ຂ່າວໂດຍ ສົງການ ພັນແພງດີ
