ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍກະຊວງສຶກສາທິການ ແລະ ກິລາ ໄດ້ມອບເງິນບຳເນັດຫຼຽນ ໃຫ້ແກ່ສະຫະພັນກິລາເພາະກາຍແຫ່ງຊາດລາວ ຈຳນວນ 388.220.000 ກີບ ພາຍຫຼັງສ້າງຜົນງານໄດ້ຢ່າງພົ້ນເດັ່ນຄວ້າ 2 ຫຼຽນຄຳ ງານກິລາເພາະກາຍຊີງແຊ໋ມໂລກ,1 ຫຼຽນເງິນ ຊີງແຊ໋ມອາຊີ ແລະ 5 ຫຼຽນຄຳ ຊີງແຊ໋ມ
ອາຊຽນ ຊຶ່ງເປັນຜົນງານທີ່ສ້າງກຽດສັກສີຊື່ສຽງ ແລະ ຄວາມພາກພູມໃຈມາສູ່ປະເທດຊາດ.
ພິທີມອບ-ຮັບໃນຄັ້ງນີ້ ແມ່ນໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2025 ທີ່ຫ້ອງປະຊຸມກົມກິລາລະດັບສູງ (ຕຶກເຈົ້າອະນຸວົງ) ໃຫ້ກຽດມອບໂດຍ ທ່ານ ສີຈັນ ຈິດຕະປັນຍາ ວ່າການແທນຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ຕາງໜ້າຮັບແມ່ນ ທ່ານ ຄຳພະໄພວັນ ວົງໄຊ ຮອງປະທານ-ເລຂາທິການສະຫະພັນກິລາເພາະກາຍແຫ່ງຊາດລາວ ມີຄະນະບໍລິຫານງານສະຫະພັນກິລາເພາະກາຍແຫ່ງຊາດລາວ ແລະ ນັກກິລາທີ່ສ້າງຜົນງານດີເດັ່ນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ຄຳພະໄພວັນ ວົງໄຊ ກໍໄດ້ຕາງໜ້າຄະນະສະຫະພັນກິລາເພາະກາຍແຫ່ງຊາດລາວ ສະແດງຄວາມຂອບໃຈ້ປັນຢ່າງສູງ ມາຍັງກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ທີ່ຊ່ວຍສະໜັບສະໜູນ ພ້ອມທັງລາຍງານຜົນງານທີ່ຍາດມາໄດ້ຈາກ 3 ງານໃຫຍ່ ທີ່ທັບນັກກິລາເພາະກາຍທີມຊາດລາວ ໃນລະຫວ່າງປີ 2024-2025 ຜ່ານມາ ກໍຄື ງານກິລາເພາະຊີງແຊ໋ມໂລກ ຄັ້ງທີ 15 ທີ່ປະເທດເມົາດິບ ຍາດໄດ້ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 1 ຫຼທອງ, ລາຍການ ຊີງແຊ໋ມອາຊີ ຄັ້ງທີ 56 ທີ່ປະເທດອິນໂດເນເຊຍ ຍາດໄດ້ 1 ຫຼຽນເງິນ ແລະ ລາຍການ ຊີງແຊ໋ມອາຊຽນ ຄັ້ງທີ 18 ທີ່ສປປ ລາວ ຮັບກຽດເປັນເຈົ້າພາບ ສາມາດຍາດມາໄດ້ 5 ຫຼຽນຄຳ, 4 ຫຼຽນເງິນ ແລະ 15 ຫຼຽນທອງ. ເຖິງຢ່າງໃດກໍດີ, ໃນຕໍ່ໜ້າຂໍສັນຍາວ່າຈະສືບຕໍ່ນຳພານັກກິລາຮັກສາມູນເຊື້ອ ແລະ ສ້າງຜົນງານໃຫ້ຳົ້ນເດັ່ນຢ່າງຕໍ່ເນື່ອງ.

ໂອກາດນີ້, ທ່ານ ສີຈັນ ຈິດຕະປັນຍາ ກໍໄດ້ກ່າວຍ້ອງຍໍຊົມເຊີຍ ຄະນະບໍບິຫານງານສະຫະພັນກິລາເພາະກາຍແຫ່ງຊາດລາວ ພ້ອມດ້ວຍນັກກິລາທຸກຄົນ ທີ່ທຸ້ມເທ້, ຝຶກຊ້ອມ ແລະ ເອົາໃຈໃສ່ໃນການແຂ່ງຂັນໃນລະດັບສາກົນໄດ້ດີ ຈົນສ້າງຊື່ສຽງ ແລະ ຄວາມພາກພູມໃຈແກ່ວົງການກິລາລາວເຮົາ ແລະ ຂໍໃຫ້ສືບຕໍ່ຜັນຂະຫຍາຍຜົນງານດີດີແບບນີ້ໄປເລື້ອຍໆ.
ຂ່າວໂດຍ: ສົງການ ພັນແພງດີ