ສສກ ແລະ ທະນາຄານພັດທະນາອາຊີ ຫາລືແຜນການຮ່ວມມືໃນຂະແໜງການສຶກສາ
ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ທະນາຄານພັດທະນາອາຊີ (ADB) ພົບປະຫາລືກ່ຽວກັບໂຄງການຮ່ວມມືໃນຂະແໜງການສຶກສາ ໂດຍສະເພາະການເສີມສ້າງທັກສະສີມື ເພື່ອພັດທະນາເສດຖະກິດແບບມີສ່ວນຮ່ວມເຂົ້າໃນການລົງທຶນຂອງລັດຖະບານ ແລະ ລາຍງານຜົນການຈັດຕັ້ງປະຕິບັດໂຄງການພັດທະນາຂະແໜງການສຶກສາເພື່ອການຈ້າງງານ.
ເມື່ອວັນທີ 15 ກັນຍາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຊານນີ ຄຳເບວ ຜູ້ຕາງໜ້າ ຫ້ອງການທະນາຄານພັດທະນາອາຊີ (ADB) ປະຈຳ ສປປ ລາວ, ໂດຍມີຫົວໜ້າກົມ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ທີ່ໄດ້ນໍາພາຄະນະເດີນທາງມາຢ້ຽມຢາມ ແລະ ປຶກສາຫາລືວຽກງານແຜນການຮ່ວມມືໂຄງການຊ່ວຍເຫຼືອຕ່າງໆ ຊຶ່ງເປັນການປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນຮ່ວມມືດ້ານຕ່າງໆ ໂດຍສະເພາະດ້ານການສຶກສາ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ທະນາຄານພັດທະນາອາຊີ ໃຫ້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນອະນາຄົດ ແລະ ຍາວນານ. ພ້ອມນັ້ນ, ທ່ານຍັງໄດ້ລາຍງານໃຫ້ຮູ້ຮູ້ກ່ຽວກັບສະພາບການພັດທະນາວຽກງານດ້ານການສຶກສາ ຢູ່ ສປປ ລາວ ໂດຍສະເພາະ ການປັບປຸງລະບົບການສຶກສາ, ຫຼັກສູດການຮຽນການສອນ ແລະ ວຽກງານທາງດ້ານອື່ນໆທີ່ປິ່ນອ້ອມ ໃຫ້ນັບມື້ພັດທະນາຂຶ້ນ.
ການພົບປະໃນຄັ້ງນີ້, ທະນາຄານພັດທະນາອາຊີ ໄດ້ລາຍງານຄວາມຄືບໜ້າກ່ຽວກັບການສະເໜີຮັບຮອງເອົາໂຄງການເສີມສ້າງທັກສະສີມື ເພື່ອພັດທະນາເສດຖະກິດແບບມີສ່ວນຮ່ວມເຂົ້າໃນການລົງທຶນຂອງລັດຖະບານ ແລະ ລາຍງານຜົນການຈັດຕັ້ງປະຕິບັດໂຄງການພັດທະນາຂະແໜງການສຶກສາເພື່ອການຈ້າງງານ (EESDP) ທີ່ຍັງບໍ່ທັນຈັດຕັ້ງປະຕິບັດໄດ້ສຳເລັດຕາມເປົ້າໝາຍໃນບາງກິດຈະກຳ ແລະ ພ້ອມກັນຊອກຫາວິທີທາງສືບຕໍ່ຈັດຕັ້ງປະຕິບັດ ເພື່ອໃຫ້ໂຄງການດັ່ງກ່າວນີ້ໃຫ້ສຳເລັດຕາມເປົ້າໝາຍທີ່ກຳນົດໄວ້. ທັ້ງນີ້, ກໍເພື່ອເປັນການສົ່ງເສີມວຽກງານດ້ານການສຶກສາ ແກ່ ສປປ ລາວ ໃຫ້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.
ຂ່າວໂດຍ: ບົວລະພາ
