ເລຂາຄະນະພັກກະຊວງ ສສກ ຮຽກຮ້ອງທົ່ວຂະແໜງການສຶກສາ, ວິທະຍາສາດ ແລະ ການກິລາ ພ້ອມກັນສືບຕໍ່ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ X ຢ່າງຟົດຟື້ນ
ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ, ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ໄດ້ໃຫ້ສໍາພາດຕໍ່ໜ່ວຍງານໂຄສະນາ ແລະ ຂະບວນການ, ອະນຸກໍາມະການໂຄສະນາ ແລະ ຂະບວນການ ເນື່ອງໃນໂອກາດກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ວ່າ: “ດັ່ງທີ່ພວກເຮົາຊາບນຳກັນແລ້ວວ່າ ການສຶກສາແມ່ນວຽກງານ ທີ່ມີຄວາມສຳຄັນຕໍ່ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາປະເທດຊາດ. ພາລະກິດຂອງການສຶກສາບໍ່ພຽງແຕ່ເປັນການສິດສອນຄວາມຮູ້ ແຕ່ຍັງລວມເຖິງການສ້າງຄົນ, ສ້າງນັກວິທະຍາສາດ, ສ້າງຜູ້ປະກອບການ, ພະນັກງານ, ທະຫານ, ຕຳຫຼວດ ແລະ ເຮັດໃຫ້ປະຊາຊົນລາວ ມີຄຸນນະພາບ, ຈັນຍາບັນ,ຈັນຍາທຳ, ຄຸນນະທຳ ແລະ ມີຄວາມສາມາດຮອບດ້ານ ເພື່ອເປັນກຳລັງແຮງໃນການປະຕິບັດພາລະກິດປົກປັກ, ຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນສີວິໄລ ເດີນຕາມເສັ້ນທາງສັງຄົມນິຍົມ. ຍ້ອນແນວນັ້ນ, ພັກປະຊາຊົນປະຕິວັດລາວ ຈຶ່ງວາງແນວທາງການສຶກສາອອກໃນແຕ່ລະໄລຍະ ແລະ ຖືເອົາການສຶກສາໄປກ່ອນວຽກງານອື່ນກ້າວໜຶ່ງ”.
ສະຫາຍກ່າວຕື່ມວ່າ: ໃນ 3 ເດືອນທີ່ຜ່ານມານີ້, ບັນດານັກວິທະຍາສາດ, ນັກວິຊາການ ແລະ ການນໍາ ໃນຂະແໜງສຶກສາ ແລະກິລາ ຕ່າງກໍໄດ້ພາກັນໃຫ້ການສໍາພາດ, ຄໍາຄິດຄໍາເຫັນ ແລະ ທັດສະນະ ຕໍ່ການພັດທະນາວຽກງານສຶກສາ, ຄົ້ນຄວ້າວິທະຍາສາດ ແລະ ການກິລາ ຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນເອງ ຢ່າງອຸດົມສົມບູນ ມີທັງອະດີດ, ປັດຈຸບັນ ແລະ ອະນາຄົດ, ມີທັງຜົນສຳເລັດ ແລະມີທັງຂໍ້ຈຳກັດ. ແຕ່ເຖິງຢ່າງໃດກໍຕາມ ຂ້າພະເຈົ້າສັງລວມວ່າ ໃນຕໍ່ໜ້າແມ່ນຕ້ອງ “ຍົກສູງຄວາມສາມາດນໍາພາຂອງຄະນະພັກທຸກຂັ້ນ, ປັປປຸງລະບົບການສຶກສາ, ວິທະຍາສາດ ແລະ ການກິລາ ໃຫ້ຫັນປ່ຽນຢ່າງແຂງແຮງ ແລະ ມີຄຸນນະພາບສູງຂຶ້ນ, ຮັບໃຊ້ພາລະກິດຂອງພັກ, ສາມາດເຊື່ອມໂຍງກັບພາກພື້ນ ແລະສາກົນ”. ແຕ່ຢາກເຮັດໄດ້ຄືແນວນັ້ນ, ຕ້ອງສຸມໃສ່ປັບປຸງການສຶກສາກ່ອນໄວຮຽນ, ປະຖົມສຶກສາ ແລະມັດທະຍົມສຶກສາ ໃຫ້ມີຄຸນນະພາບດີຂຶ້ນ ແລະ ເທົ່າທຽມກັນຫຼາຍຂຶ້ນ; ສ້າງພື້ນຖານຫັນໄປສູ່ສັງຄົມແຫ່ງພູມປັນຍາ ແລະ ສັງຄົມແຫ່ງການຮຽນຮູ້ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ; ປັບປຸງລະບົບການຮຽນ ການສອນ ໃນລະບົບອະຊີວະສຶກສາ ແລະ ຊັ້ນສູງ ຕາມຄວາມຕ້ອງການຂອງຕະຫຼາດ ແລະ ທ່າແຮງບົ່ມຊ້ອນຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ; ສົມທົບແໜ້ນສາຍພົວພັນການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການກິລາ, ຊຸກຍູ້ທັງ 3 ຂະແໜງການດັ່ງກ່າວ ໃຫ້ມີການພັດທະນາ ແລະ ນໍາໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ໃຫ້ນັບມື້ກວ້າງຂວາງ; ເອົາໃຈໃສ່ສົ່ງເສີມກິລາມວນຊົນ ໃຫ້ກວ້າງຂວາງ, ທົ່ວເຖິງ, ເອົາໃຈໃສ່ກິລາທີ່ມີມູນເຊື້ອ ແລະ ກິລາ ທີ່ມີໜໍ່ແໜງໃໝ່ຂອງປະເທດຊາດ ເຂົ້າຮ່ວມການແຂ່ງຢູ່ພາກພື້ນ ແລະ ສາກົນ ສາມາດສ້າງຊື່ສຽງໃຫ້ແກ່ປະເທດຊາດນັບມື້ນັບຫຼາຍຂຶ້ນ.
ທັງໝົດບັນຫາທີ່ກ່າວມານັ້ນ, ເປັນບັນຫາພື້ນຖານຢູ່ໃນລາຍງານການເມືອງ ແລະ ແຜນພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ການກິລາ ໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະກິລາ ຊຶ່ງບັນດາເນື້ອໃນເຫຼົ່ານັ້ນ ພາຍຫຼັງສໍາເລັດກອງປະຊຸມ ຄະນະພັກ, ຄະນະນຳ, ສະມາຊິກພັກ-ພະນັກງານ ທົ່ວກະຊວງສຶກສາທິການ ແລະ ກິລາ ຍັງຈະໄດ້ຜັນຂະຫຍາຍເປັນແຜນງານ, ໂຄງການ ແລະ ແຜນການຢ່າງລະອຽດ ເພື່ອສ້າງໃຫ້ເປັນຮູບປະທໍາ, ເຮັດໃຫ້ການສຶກສາ, ວິທະຍາສາດ ແລະ ການກິລາ ມີການຫັນປ່ຽນໃໝ່ຮອບດ້ານ ແລະເລິກເຊິ່ງກວ່າເກົ່າ.
ສະຫາຍ ເລຂາຄະນະບໍລິຫານງານພັກ ກະຊວງ ສສກ ໄດ້ເນັ້ນໜັກໃນຕອນທ້າຍວ່າ: “ເພື່ອເປັນການສ້າງຄວາມພ້ອມຮອບດ້ານ ໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ, ຄູ-ອາຈານ, ນັກວິທະຍາສາດ, ນັກກິລາ, ນັກຮຽນ-ນັກສຶກສາ ແລະ ພໍ່ແມ່ປະຊາຊົນທຸກພາກສ່ວນ ຈົ່ງພ້ອມກັນສືບຕໍ່ສ້າງຂະບວນການຟົດຟື້ນ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ກໍຄືພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ການກິລາ ໃຫ້ມີຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ”.
