Featured

ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພົບປະໂອ້ລົມ ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

 589736065_1428590779268726_9019176061906203977_n.jpg

ວັນທີ 1 ທັນວາ 2024, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ແລະ ພົບປະໂອ້ລົມ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ພູວົງ ອຸ່ນຄຳແສນ ໄດ້ກ່າວຕ້ອນຮັບ ແລະ ລາຍງານກ່ຽວກັບປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ສມປຊ ຊຶ່ງເປັນສັນຍາລັກທີ່ມີຊີວິດຊີວາຂອງການຮ່ວມມື ລາວ-ຫວຽດນາມ. ສມປຊ ມີຕົ້ນກຳເນີດມາຈາກ “ໂຮງຮຽນສາມັກຄີ” ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1964 ຢູ່ດິນແດນຂອງ ສສ ຫວຽດນາມ, ຊື່ຂອງໂຮງຮຽນໄດ້ສ່ອງແສງໃຫ້ເຫັນເຖິງຄວາມສາມັກຄີອັນດູດດື່ມ ລະຫວ່າງສູນກາງພັກປະຊາຊົນລາວ ແລະ ພັກຄົນງານຫວຽດນາມ ໃນສະໄໝຕໍ່ສູ້ກູ້ຊາດ ໂດຍມີຄະນະອຳນວຍການຮ່ວມລາວ-ຫວຽດນາມ (ທ່ານ ໂຮ່ສີເຕືອງ ແລະ ສະຫາຍ ສີສົມພອນ ລໍວັນໄຊ) ເຮັດໜ້າທີ່ບົ່ມເພາະທິດສະດີມາກ-ເລນິນ ແລະ ຖອດຖອນບົດຮຽນການປະຕິວັດ ເພື່ອຮັບໃຊ້ພາລະກິດປົດປ່ອຍຊາດ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ໃນເດືອນກຸມພາ 1995 ກົມການເມືອງສູນກາງພັກ ໄດ້ຕົກລົງໂຮມ "ໂຮງຮຽນຊັ້ນສູງພັກ-ລັດ" ແລະ "ໂຮງຮຽນການປົກຄອງ ແລະ ຄຸ້ມຄອງແຫ່ງຊາດ" ເຂົ້າກັນ, ກາຍມາເປັນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນປັດຈຸບັນ.
ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນເຖິງໝາກຜົນແຫ່ງການຮ່ວມມື ລະຫວ່າງ ສມປຊ ແລະ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ການຮ່ວມມືນີ້ບໍ່ພຽງແຕ່ເປັນການແລກປ່ຽນທາງວິຊາການເທົ່ານັ້ນ, ແຕ່ຍັງເປັນການສ້າງຄວາມເປັນເອກະພາບທາງດ້ານທິດສະດີ ແລະ ອຸດົມການໃຫ້ແກ່ສອງພັກ. ຜົນງານອັນພົ້ນເດັ່ນທີ່ສຸດໃນປະຫວັດສາດການຮ່ວມມື ແມ່ນການສຳເລັດໂຄງການແປນິພົນເລືອກເຟັ້ນຂອງມາກ-ອັງແກນ, ເລນິນ, ໂຮ່ຈີມິນ ແລະ ນິພົນຄົບຊຸດໂຮ່ຈີມິນ ຈຳນວນ 15 ເຫຼັ້ມ, ພ້ອມດ້ວຍວັດຈະນານຸກົມຫວຽດນາມ-ລາວ. ນີ້ຖືເປັນຄັ້ງທຳອິດໃນປະຫວັດສາດລາວ ທີ່ມີຄັງສາງທິດສະດີພື້ນຖານຂອງລັດທິມາກ-ເລນິນ ທີ່ເປັນພາສາລາວຢ່າງສົມບູນ ເພື່ອຮັບໃຊ້ການຄົ້ນຄວ້າ, ການຮຽນການສອນ ແລະ ການກຳນົດແນວທາງນະໂຍບາຍຂອງພັກ-ລັດ.
ນອກຈາກນີ້, ພັກ-ລັດ ແລະ ປະຊາຊົນຫວຽດນາມ ຍັງໄດ້ໃຫ້ການຊ່ວຍເຫລືອຢ່າງມະຫາສານໃນການກໍ່ສ້າງພື້ນຖານໂຄງລ່າງ. ພິເສດແມ່ນໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະຈຳພາກໃຕ້ (ແຂວງຈຳປາສັກ) ຊຶ່ງເປັນໂຄງການຂະໜາດໃຫຍ່ ເພື່ອຂໍ່ານັບຮັບຕ້ອນ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.
ໂອກາດນີ້, ສະຫາຍ ໂຕເລິມ ໄດ້ຍົກໃຫ້ເຫັນເຖິງນະໂຍບາຍກ່ຽວກັບການພົວພັນຮ່ວມມື ຫວຽດນາມ-ລາວ; ແນວທາງນະໂຍບາຍ ຂອງ ສສ ຫວຽດນາມ ໃນໄລຍະໃໝ່ ຕໍ່ກັບພະນັກງານ, ຄູ-ອາຈານ ແລະ ນັກສຶກສາວ່າ: “ເພື່ອເປັນການສືບທອດມິດຕະພາບອັນຍິ່ງໃຫຍ່, ເພີ່ມພູນຄູນສ້າງສາຍພົວພັນ, ຄວາມສາມັກຄີພິເສດ, ປັບປຸງການຮ່ວມມືຮອບດ້ານ ແລະ ຍູ້ແຮງການເປັນຮ່ວມມືຍຸດທະສາດລາວ-ຫວຽດນາມ ໃນໄລຍະໃໝ່, ຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງຍຶດໝັ້ນບາງພື້ນຖານແນວຄິດດັ່ງນີ້: ຍຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດ ກັບສັງຄົມນິຍົມ. ສອງພັກລ້ວນແລ້ວແຕ່ເລືອກເອົາເສັ້ນທາງເອກະລາດແຫ່ງຊາດ ຕິດພັນກັບສັງຄົມນິຍົມ, ສ້າງລັດແຫ່ງກົດໝາຍສັງຄົມນິ ຍົມຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ.
ພັດທະນາພື້ນຖານເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມ. ໃນສະພາບການໂລກມີຫລາຍທ່າອ່ຽງ, ຮູບແບບ, ທິດສະດີທີ່ແຕກຕ່າງກັນ, ຫວຽດນາມ ແລະ ລາວ ຍິ່ງຕ້ອງໄດ້ແລກປ່ຽນ, ແບ່ງປັນ, ເພີ່ມເຕີມ, ສ້າງຄວາມກະຈ່າງແຈ້ງຍິ່ງຂຶ້ນ ຕໍ່ເສັ້ນທາງທີ່ພວກເຮົາໄດ້ເລືອກເອົາບົນພື້ນຖານຕົວຈິງອັນມີຊີວິດຊີວາຂອງແຕ່ລະປະເທດ; ຮ່ວມກັນແລກປ່ຽນບັນດາຜົນສຳເລັດ, ບັນດາບົດຮຽນໃນການນຳໃຊ້, ໝູນໃຊ້ຢ່າງມີປະສິດທິຜົນ, ປະດິດສ້າງທິດສະດີ ເຂົ້າໃນພຶດຕິກຳຕົວຈິງ.
ພ້ອມກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ຮ່ວມມືພັດທະນາໄປພ້ອມກັນ, ເສັ້ນຊາຍແດນລາວ-ຫວຽດນາມ ໄດ້ກຳນົດ ແລະ ປັກຫລັກໝາຍສຳເລັດແລ້ວ, ແຕ່ວ່າຊາຍແດນທາງທັງສອງປະເທດ ຕ້ອງກາຍເປັນຂົວຕໍ່ແຫ່ງມິດຕະພາບ, ເປັນຂົວຕໍ່ລະຫວ່າງປະຊາຊົນທັງສອງປະເທດ, ເປັນຂົວຕໍ່ລະຫວ່າງແລວທາງເສດຖະກິດ, ຂົວຕໍ່ລະຫວ່າງພື້ນທີ່ພັດທະນາສີຂຽວ, ຍືນຍົງ, ກົມກຽວກັບທຳມະຊາດ. ເປົ້າໝາຍຂອງການສ້າງເສັ້ນຊາຍແດນເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອພັດທະນາໄປພ້ອມກັນນັ້ນ ເປັນທັງຄວາມເລັ່ງທວງດ້ານວຽກງານການເມືອງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທັງເປັນໂອກາດການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມຂອງສອງປະເທດ.
ໃນນີ້, ຄວາມສາມັກຄີພິເສດແມ່ນໂລ້ກຳບັງທີ່ນິ້ມນວນ ແລະ ເຂັ້ມແຂງທີ່ສຸດ. ເມື່ອມີຄວາມເຊື່ອໝັ້ນຍຸດທະສາດທີ່ແໜ້ນແຟ້ນແລ້ວ, ທຸກກົນອຸບາຍແບ່ງແຍກ, ສ່ວຍໃຊ້ ລ້ວນແຕ່ຖືກປະລາໄຊ. ເມື່ອປະຊາຊົນສອງພາກຊາຍແດນເປັນດັ່ງສະ ຫາຍອ້າຍນ້ອງ, ເພື່ອນມິດ, ຄູ່ຮ່ວມມືທີ່ເຊື່ອໝັ້ນແລ້ວ, ຊາຍແດນກໍ່ຈະກາຍເປັນສາຍຮັດແຫ່ງການຮ່ວມມືພັດທະນາ, ເປັນສາຍເຊືອກຮັດແໜ້ນຄວາມສາມັກຄີ.
ສະໜັບສະໜູນກັນດ້ານແຫລ່ງກຳລັງແຮງ, ຊັບພະຍາກອນ, ພື້ນທີ່ພັດທະນາ ດ້ວຍວິໄສທັດຍຸດທະສາດ, ພວກເຮົາເຫັນວ່າ ລາວມີທ່າແຮງທີ່ຕັ້ງເປັນສູນກາງເທິງແຜ່ນດິນໃນ, ມີທ່າແຮງບົ່ມຊ້ອນດ້ານຊັບພະຍາກອນທຳມະຊາດຫລາຍ, ມີພື້ນທີ່ພັດທະນາສີຂຽວ, ຫວຽດນາມມີທ່າແຮງຕາມຝັ່ງທະ ເລທີ່ຍາວ, ເປັນປະຕູອອກສູ່ທະເລຂອງອະນຸພາກພື້ນແມ່ນ້ຳຂອງທີ່ກວ້າງໃຫຍ່, ມີກຳລັງແຮງງານອຸດົມສົມບູນ, ເສດຖະກິດຫລາກຫລາຍ, ເຊື່ອມໂຍງຢ່າງເລິກເຊິ່ງກັບພາກພື້ນ ແລະ ສາກົນ.
ການຂົນສົ່ງສິນຄ້າ, ນັກທ່ອງທ່ຽວຈາກລາວ ສາມາດອອກສູ່ທະເລໄດ້ວ່ອງໄວຂຶ້ນ ຜ່ານທ່າເຮືອ, ທາງທະເລດ້ານຊາຍແດນຕາເວັນອອກຂອງຫວຽດນາມ; ແຫລ່ງໄຟຟ້າ, ພະລັງງານທົດແທນຂອງລາວ ສາມາດເຊື່ອມໂຍງກັບ ເຄືອຂ່າຍໄຟຟ້າໃນພາກພື້ນຜ່ານຫວຽດນາມ.
ໃນໄລຍະປີ 2021-2025 ຫວຽດນາມ ໄດ້ຊ່ວຍເຫລືອລາວປະຕິບັດໄດ້ 25 ໂຄງການ, ມູນຄ່າການຊ່ວຍເຫລືອປະມານ 4 ພັນຕື້ດົງ, ປະກອບມີ 6 ໂຄງການດ້ານການສຶກສາກໍ່ສ້າງ, 3 ໂຄງການໃນຂົງເຂດສາທາລະນະສຸກ, 4 ໂຄງການໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ, 6 ໂຄງການໃນຂົງເຂດອື່ນໆ, ຫວຽດນາມ ມີການລົງທຶນຢູ່ລາວ 276 ໂຄງການ ໂດຍມີມູນຄ່າການຈົດທະບຽນຫລາຍກວ່າ 6 ຕື້ໂດລາສະຫະລັດ.
#ແຫຼ່ງຂ່າວ: ຄວາມສະຫງົບ
 
 
 
 
 
 

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •