Featured

ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ໃຫ້ທັດສະນະວ່າ “2 ທັນວາ ໝາກຜົນ ແລະ ໄຊຊະນະຂອງການປະຕິວັດ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ”

 593124669_1428387492622388_2366599324391471612_n.jpg

ເນື່ອງໃນໂອກາດວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025), ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານບໍລິສັດ ເບສະຫວັນ ອິນເຕີ ຈຳກັດ ທັງເປັນປະທານສະຫະພັນກິລາຄົນພິການແຫ່ງຊາດ ແລະ ຮອງປະທານສະຫະພັນກິລາບານເຕະນະຄອນຫຼວງວຽງຈັນ ໄດ້ໃຫ້ທັດສະນະວ່າ: ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ເປັນວັນທີ່ມີຄວາມໝາຍຄວາມສໍາຄັນຍິ່ງໃຫຍ່ທາງປະຫວັດສາດ ແລະ ເປັນວັນທີ່ມີຄວາມໝາຍສຳຄັນຢ່າງຫຼວງຫຼາຍຕໍ່ປະເທດຊາດຂອງພວກເຮົາ, ເປັນວັນທີ່ປວງຊົນລາວທັງຊາດ ລະລຶກເຖິງມູນເຊື້ອນໍ້າໃຈການຕໍ່ສູ້ເດັດດ່ຽວພິລະອາດຫານຂອງບັນພະບູລຸດລາວ. ຊຶ່ງແມ່ນໝາກຜົນ ແລະ ໄຊຊະນະຂອງຂະບວນການຕໍ່ສູ້ທີ່ຍືດເຍື້ອຍາວນານຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາທີ່ສະຫຼາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ.
ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານບໍລິສັດ ເບສະຫວັນ ອິນເຕີ ຈຳກັດ ທັງເປັນປະທານສະຫະພັນກິລາຄົນພິການແຫ່ງຊາດ ແລະ ຮອງປະທານສະຫະພັນກິລາບານເຕະນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຮູ້ສຶກສາພາກພູມໃຈເປັນຢ່າງສູງ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາວຽກງານກິລາ-ກາຍຍະກຳ ທັງໃນລະດັບຊາດ ແລະ ລະດັບນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນກິລາບານເຕະທັງກິລາຄົນພິການ ແລະ ກິລາຄົນປົກກະຕິ ລວມເຖິງກິລາຟຸດຊໍ. ນອກຈາກນີ້ຍັງໄດ້ປະກອບສ່ວນພັດທະນາກິລາບານເຕະເຍົາວະຊົນ ໂດຍໄດ້ມີການສ້າງສະໂມສອນ ອະຄາເດມີ ເບສະຫວັນ ເອັບຊີ ແລະ ຫຼ້າສຸດກໍສ້າງມາດສ້າງຜົນງານໄດ້ຢ່າງໂດດເດັ່ນໃນລະດັບນານາຊາດ ດ້ວຍການຄວ້າແຊ໋ມທີ່ແຂວງ ຊຽງໃໝ່ ປະເທດໄທ. ສ່ວນຜົນງານໃນການນຳພານັກກິລາເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນ ຫຼວງວຽງຈັນ ເປັນເຈົ້າພາບ ແມ່ນສາມາດພາທັບນັກກິລາບານເຕະ 3 ລາຍການຂອງນະຄອນຫຼວງວຽງຈັນ ສ້າງຜົນງານໄດ້ເປັນຢ່າງດີ. ໃນນັ້ນກິລາບານເຕະຊາຍ ຍາດໄດ້ຫຼຽນເງິນ, ຟຸດຊໍຊາຍ ຍາດໄດ້ຫຼຽນເງິນ ແລະ ບານເຕະຍິງ ຍາດໄດ້ຫຼຽນຄຳ ຊຶ່ງຜົນງານເຫຼົ່ານີ້ ຖືເປັນການປະກອບສ່ວນເພື່ອສະເຫຼີມສະຫຼອງວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ. ພ້ອມທັງຮູ້ສຶກເອກອ້າງທະນົງໃຈຕໍ່ຜົນງານອັນຍິ່ງໃຫຍ່ຂອງຊາດ ຂອງປວງຊົນລາວທັງຊາດ ທີ່ຍາດມາໄດ້ເປັນກ້າວໆມາ ແລະ ສະແດງໃຫ້ເຫັນເຖິງມູນເຊື້ອອັນສະຫງ່າອົງອາດກ້າຫານແຫ່ງການຕໍ່ສູ້ຂອງບັນພະບູລຸດ ກໍຄືປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາ-ຊີ້ນໍາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ຢ່າງພິລະອາດຫານ ນຳພາປະເທດຊາດປົດປ່ອຍຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ໂອກາດນີ້, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານບໍລິສັດ ເບສະຫວັນ ອິນເຕີ ຈຳກັດ ທັງເປັນປະທານສະຫະພັນກິລາຄົນພິການແຫ່ງຊາດ ແລະ ຮອງປະທານສະຫະພັນກິລາບານເຕະນະຄອນຫຼວງວຽງຈັນ ໄດ້ກ່າວສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງສູງ ເພາະເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ແຫ່ງການຕໍ່ສູ້ຂອງຊາດ ພາຍໃຕ້ການນໍາພາຂອງພັກ ປະຊາຊົນ ປະຕິວັດລາວ ທີ່ສະຫຼາດສ່ອງໃສໄດ້ສໍາເລັດພາລະກິດ ແລະ ໜ້າທີ່ອັນມີກຽດຂອງຕົນໃນພາລະກິດປົດປ່ອຍປະເທດຊາດຢ່າງສະຫງ່າງາມ ແລະ ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມຂອງຕົນເຂົ້າໃນພາລະກິດລວມແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດນັບມື້ນັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ສະນັ້ນ, ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນ ແລະ ຍ້ອງຍໍສັນລະເສີນຊົມເຊີຍຕໍ່ຜົນສໍາເລັດອັນຍິ່ງໃຫຍ່ໃນການນໍາພາ-ຊີ້ນໍາຂອງພັກປະຊາຊົນປະຕິວັດລາວທີ່ຍາດມາໄດ້ຕະຫຼອດ 50 ປີຜ່ານມາ. ຂໍອວຍພອນໄຊອັນປະເສີດມາຍັງບັນດາການນໍາພັກ-ລັດ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ, ມີຄວາມຈະເລີນຮຸ່ງເຮືອງສີວິໄລ, ມີຄວາມສົມບູນພູນສຸກ ແລະ ຈະເລີນກ້າວໜ້າເລື້ອຍໆໄປ ພ້ອມສືບຕໍ່ປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງສີວິໄລຢ່າງບໍ່ຢຸດຢັ້ງ.
#ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ
#ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ
#ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດລາວ ຕະຫຼອດໄປ
ໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •