Featured

ໂຮມຊຸມນຸມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຢ່າງຍິ່ງໃຫຍ່

 577022206_1428368739290930_5390103889008071913_n.jpg

ພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ໄດ້ມີຂຶ້ນໃນຕອນເຊົ້າວັນທີ 2 ທັນວາ 2025 ທີ່ສະໜາມຫຼວງ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວສູນທອນພົດຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍການນໍາຂັ້ນສູງ, ອະດີດການນໍາພັກ-ລັດຂັ້ນສູງ, ສະຫາຍພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ທ່ານຜູ້ແທນ, ແຂກທີີ່ມີກຽດ ທັງພາຍໃນ ແລະ ຕ່າງປະເທດ, ເອກອັກຄະລັດຖະທູດ, ຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພີີ່ນ້ອງຮ່ວມຊາດ ຢ່າງພ້ອມພຽງ.
ໃນພິທີ, ບັນດາຜູ້ແທນເຂົ້າຮ່ວມໂຮມຊຸມນຸມໄດ້ຮັບຟັງສູນທອນພົດຂອງ ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຊຶ່ງສະຫາຍໄດ້ຍົກໃຫ້ເຫັນເຖິງຜົນສຳເລັດຂອງວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ແຫ່ງການສ້າງຕັ້ງລະບອບໃໝ່ ທີ່ດັງກ້ອງກັງວານໄປທົ່ວທຸກແຫ່ງຫົນໃນທົ່ວປະເທດ ແລະ ທົ່ວໂລກນັ້ນ ພວກເຮົາມີຄວາມອາໄລອາວອນ ແລະ ຮູ້ບຸນຄຸນອັນໃຫຍ່ຫຼວງຕໍ່ວິລະກໍາອັນລໍ້າເລີດ, ລະນຶກເຖິງຜົນງານ ແລະ ການເສຍສະຫຼະອັນຍິ່ງໃຫຍ່ ຂອງປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ບັນດາຜູ້ນໍາ, ນັກຮົບປະຕິວັດ, ວິລະຊົນ, ສະມາຊິກພັກ-ພະນັກງານ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ອຸທິດໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດຢ່າງພິລະອາດຫານ, ບໍ່ຢ້ານກົວຕໍ່ຄວາມຫຍຸ້ງຍາກລໍາບາກໃດໆ ຈົນສາມາດຍາດໄດ້ເອກະລາດແຫ່ງຊາດ ແລະ ປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ດ້ວຍສາມບາດຄ້ອນຍຸດທະສາດ ແບບບົວບໍ່ຊໍ້ານໍ້າບໍ່ຂຸ່ນ ແຕ່ສາມາດຈັບປາໄດ້.
590814468_1428368722624265_7172944627764387952_n.jpg
ຈາກນັ້ນໄດ້ເລີ່ມຂະບວນສວນສະໜາມກ້ອນກຳລັງຕ່າງໆ ຈຳນວນ 20 ກ້ອນກຳລັງ ຊຶ່ງເປັນຕົວແທນໃນທຸກຂົງເຂດວຽກງານ ແລະ ສັງຄົມ ເລີ່ມຈາກກ້ອນກຳລັງທຸງຊາດ ທຸງພັກ ຕໍ່ດ້ວຍກ້ອນຂະບວນເຄື່ອງໝາຍຊາດ, ກ້ອນກຳລັງຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ອັດທ້າຍດ້ວຍກ້ອນກຳລັງກະຊວງວັດທະນະທຳ ແລະ ທ່ອງທ່ຽວ. ໃນນີ້ສຳລັບກ້ອນກຳລັງຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແມ່ນເດີນເປັນອັນດັບທີ 10 ຊຶ່ງກະຊວງສຶກສາທິການ ແລະ ກິລາ ມີໜ້າທີ່ສຳຄັນໃນການພັດທະນາຊັບພະຍາກອນມະນຸດ ໃຫ້ກາຍເປັນກໍາລັງແຮງປຽບເໝືອນທວນໄຟທີ່ສ່ອງແສງສະຫວ່າງແຫ່ງປັນຍາ ແລະ ຄວາມຮູ້ທີ່ບໍ່ມີວັນດັບມອດຂອງຄວາມຈະເລີນຮຸ່ງເຮືອງພ້ອມທັງຊຸກຍູ້ສົ່ງເສີມການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳຂອງຍຸກອຸດສະຫະກຳ 4.0 ແນໃສ່ປະກອບສ່ວນເຂົ້າໃນການສ້າງເສດຖະກິດເອກະລາເປັນເຈົ້າຕົນເອງ ໃຫ້ນັບມື້ນັບຫຼາຍຂຶ້ນ, ສົ່ງເສີມມວນຊົນທຸກເພດທຸກໄວເຂົ້າຮ່ວມຫັດກາຍຍະບໍລິຫານ ແລະ ຫຼິ້ນກິລາໃຫ້ທົ່ວເຖິງ, ສ້າງໄດ້ບຸກຄະລາກອນກິລາທີ່ມີຄຸນນະພາບເຂົ້າຮ່ວມແຂ່ງຂັນໃນເວທີພາກພື້ນ ແລະ ສາກົນ. ກະຊວງສຶກສາທິການ ແລະ ກິລາ ຈະສືບຕໍ່ຕັ້ງໜ້າພັດທະນາລະບົບການສຶກສາໃຫ້ທັນສະໄໝ, ສ້າງຄົນລາວໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນນະທໍາ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ, ພ້ອມທັງພັດທະນາວິທະຍາສາດ ແລະ ນະວັດຕະກຳໃຫ້ເປັນພະລັງງານຂັບເຄື່ອນເສດຖະກິດສີຂຽວ ແລະ ຄວາມຍືນຍົງຂອງປະເທດ, ສຸມໃສ່ພັດທະນາກິລາກາຍະກໍາໄປສູ່ຄຸນນະພາບອັນໃໝ່ ສ້າງຜົນງານອັນໂດດເດັ່ນໃຫ້ແກ່ກິລາລາວ ເດີນໜ້າກ້າວໄກຢ່າງແຂງແຮງ.
ພ້ອມນັ້ນໃນຕອນຄ່ຳຂອງວັນດຽວກັນ ເລີ່ມເວລາ 19:00-22:00 ໂມງ ກໍຍັງຈະມີການສະແດງບິນໂດຣນສະແດງໂຄຼນແປຮູບຕ່າງໆ ແລະ ຍິງດອກໄມ້ໄຟ ຢູ່ສະໜາມຫຼວງ ເພື່ອເປັນການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຢ່າງຍິ່ງໃຫຍ່ ແລະ ຄຶກຄື້ນມ່ວນຊື່ນ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ພາບໂດຍ: ນຸຖາພອນ ສິມມາວົງ

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •