Featured

ປະທານ ຄພລ ເນັ້ນໃຫ້ທັບນັກກິລາຄົນພິການລາວ ເຮັດສຸດຄວາມສາມາດ ເພື່ອສ້າງຜົນງານໃນອາຊຽນ ພາຣາເກມ 2025

 617577065_1468702858590851_4373391750145189151_n.jpg

ໃນວັນທີ 20 ມັງກອນ 2026 ທີ່ຫໍພັກນັກກິລາຄົນພິການອາຊຽນ ມະຫາວິທະຍາໄລ ເຕັກໂນໂລຢີ ສຸລະທານີ, ທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ) ພ້ອມດ້ວຍຄະນະ ໄດ້ລົງຕິດຕາມພົບປະ ແລະ ໂອ້ລົມທັບນັກກິລາຄົນພິການທີມຊາດລາວ ກໍຄື ຄະນະຄູຝຶກ ແລະ ນັກກິລາ 12 ປະເພດ ເພື່ອກຽມຄວາມພ້ອມ ທີ່ຈະເຂົ້າຮ່ວມສ້າງຜົນງານ ໃນງານກິລາຄົນພິການອາຊຽນ ຫຼື ອາຊຽນ ພາຣາເກມ 2025 ຈັດຂຶ້ນ ລະຫວ່າງວັນທີ 20-26 ມັງກອນ 2026 ທີ່ນະຄອນຣາຊະສີມາປະເທດໄທ ຮັບກຽດເປັນເຈົ້າພາບ.
ໂອກາດນີ້, ທ່ານ ນາງ ຂັນທະລີ ສີຣິພົງພັນ ກໍໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວຈາກກະຊວງສຶກສາທິການ ແລະ ກິລາ ດ້ວຍຄວາມເປັນຫ່ວງເປັນໃຍມາຍັງຄະນະຄູຝຶກ ແລະ ນັກກິລາຄົນພິການລາວ ກໍຄື ພະນັກງານກອງເລຂາ ຄພລ ທຸກຄົນ ມື້ນີ້ ເປັນມື້ທີ່ສຳຄັນຫຼາຍ ເພື່ອເປັນການອຸ່ນເຄື່ອງອຸ່ນຈິດອຸ່ນໃຈໃນການເຂົ້າຮ່ວມແຂ່ງຂັນໃນງານດັ່ງກ່າວ ສະນັ້ນ ບໍ່ຢາກໃຫ້ທຸກຄົນມີຄວາມໂສກເສົ້າຫງ່ວງເຫງົາ ແລະ ກົດດັນ ໃນການສ້າງຜົນງານໃນງານດັ່ງກ່າວ ທຸກຄົນຕ້ອງຕັດສິນໃຈຢ່າງເດັດດ່ຽວສູ້ຊົນສ້າງຜົນງານໃຫ້ດີທີ່ສຸດ ຕະຫຼອດເຖິງບໍ່ໃຫ້ເຈັບບໍ່ປ່ວຍ ຄຽງຄູ່ກັບການຮັກສາສຸຂະພາບໃຫ້ເປັນຢ່າງດີ ທາງດ້ານຮ່າງກາຍ ແລະ ທາງດ້ານຈິດໃຈກຽມຄວາມເຂົ້າສູ່ສະໜາມແຂ່ງຂັນ ພ້ອມທັງປັບປຸງຈຸດອ່ອນໄກ້ໄຂບັນຫາຂໍ້ຄົງຄ້າງໃຫ້ກາຍເປັນຈຸດແຂງ ສາມາດຍາດໃຫ້ໄດ້ຜົນສຳເລັດອັນຍິ່ງໃຫຍ່ ຄັ້ງປະຫວັດສາດ ເພື່ອສ້າງກຽດສັກສີ ແລະ ຊື່ສຽງມາສູ່ປະເທດຊາດ.
ການແຂ່ງຂັນກິລາຄົນພິການອາຊຽນ ຄັ້ງທີ 13 ມີການຊີງໄຊທັງໝົດ 19 ປະເພດກິລາ, ໃນນັ້ນ ສປປ ລາວ ໄດ້ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ ຈາກ 12 ປະເພດ ໃນຈຳນວນ 160 ກວ່າຄົນ ພ້ອມຕັ້ງໝາຍຈະພະຍາຍາມສູ້ຊົນໃຫ້ໄດ້ 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 5 ຫຼຽນທອງ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •