ພະແນກສຶກສາທິການ ແລະ ກິລາ ນວ ປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນ XIII

ພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ XIII ໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານຮາກຖານ ຂອງພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ໄດ້ມີຂຶ້ນໃນວັນທີ 19 ມັງກອນ 2026 ທີ່ຫ້ອງປະຊຸມໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ໂດຍເປັນກຽດເຂົ້າຮ່ວມມີ ສະຫາຍ ພົງສະຫວັນ ສິລິພັນ ກຳມະການປະຈຳພັກນະຄອນຫຼວງວຽງຈັນ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ແລະ ສະຫາຍ ນາງ ລີປ່າເອ້ຍ ລີບົວປາວ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ມີຫົວໜ້າ-ຮອງຫົວຫ້ອງການສຶກສາທິການ ແລະ ກິລາເມືອງ,ອາຈານ, ແຂກຖືກເຊີນ ພ້ອມດ້ວຍນັກສຶກສາເຂົ້າຮ່ວມ.
ໂອກາດນີ້, ທ່ານ ສອນສະຫວັນ ມະນີວົງ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານບົດສະຫຼຸບການຈັດຕັ້ງການຮຽນການສອນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ XIII ໃຫ້ຮູ້ວ່າ: ໂຮງຮຽນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງການຮຽນການສອນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ XIII ຕາມມະຕິຕົກລົງຂອງຄະນະປະຈຳພັກນະຄອນຫຼວງວຽງຈັນ ວ່າດ້ວຍການອະນຸມັດ ໃຫ້ເປີດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ XIII ໃຫ້ສະມາຊິກພັກ ພະນັກງານ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ພະນັກງານຮາກຖານ ຫ້ອງການສຶກສາທິການ ແລະ ກິລາ ຂັ້ນເມືອງ ສະບັບເລກທີ 430/ຄປພ.ນວ ລົງວັນທີ 01 ເມສາ 2025 ຊຶ່ງຊຸດຮຽນນີ້ ມີນັກສຶກສາທັງໝົດ 55 ສະຫາຍ, ຍິງ 19 ສະຫາຍ.ໄດ້ດຳເນີນການຮຽນການສອນ ເລີ່ມແຕ່ວັນທີ 8 ພຶດສະພາ 2025 ຫາ ວັນທີ 11 ພະຈິກ 2025. ໂດຍປະຕິບັດຕາມຫຼັກສູດທິດສະດີຂັ້ນຕົ້ນ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວາງອອກ, ຊຸດຮຽນຂັ້ນຕົ້ນ ຮຸ່ນທີ XIII ມີອາຈານຂຶ້ນຫ້ອງບັນຍານທັງໝົດ 69 ເທື່ອສະຫາຍ, ຈຳນວນ 298 ຊົ່ວໂມງ ໃນນີ້ ອາຈານສອນປະຈຳ ຂຶ້ນຫ້ອງສອນ 14 ສະຫາຍ ຂຶ້ນຫ້ອງສິດສອນ 68 ເທື່ອສະຫາຍ ຈຳນວນ 244 ຊົ່ວໂມງ ແລະ ອາຈານຮັບເຊີນຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ 4 ສະຫາຍ ຂຶ້ນຫ້ອງສອນ 7 ເທຶ່ອສະຫາຍ ມີ 34 ຊົ່ວໂມງ ອາຈານຮັບເຊີນຈາກນະຄອນຫຼວງວຽງຈັນ 3 ເທື່ອສະຫາຍ ມີ 11 ຊົ່ວໂມງ. ສ່ວນຫຼັກສູດການຮຽນການສອນ ມີ 5 ກຸ່ມວິຊາ ປະກອບມີ 11 ວິຊາ ເຊັ່ນ: ວິຊາປັດຊະຍາມາກ-ເລນິນ, ວິຊາເສດຖະສາດການເມືອງມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ລັດ ແລະ ກົດໝາຍ, ວິຊາກໍ່ສ້າງພັກ ແລະ ການຄຸ້ມຄອງລັດ ເປັນຕົ້ນ ລວມທັງໝົດມີ 61 ບົດ ເທົ່າກັບ 420 ຊົ່ວໂມງ ໃນນັ້ນ ຂຶ້ນຫ້ອງບັນຍາຍ 261 ຊົ່ວໂມງ, ສຳມະນາ 44 ຊົ່ວໂມງ ແລະ ແກ້ຂໍ້ຂ້ອງໃຈ 36 ຊົ່ວໂມງ, ປະເມີນຜົນ 61 ຊົ່ວໂມງ (ສອບເສັງຂຽນ 12 ຊົົ່ວໂມງ, ເສັງປາກເປົ່າ 42 ຊົ່ວໂມງ ແລະ ປ້ອງກັນບົດ 7 ຊົ່ວໂມງ).
ຜ່ານການຮຽນການສອນ ໃນຊຸດນີ້ ນັກສຶກສາ ຮຽນເກັ່ງ, ມີວິໄນດີ ປະເພດ I ມີຈຳນວນ 23 ສະຫາຍ ຍິງ 8 ສະຫາຍ ເທົ່າກັບ 41,81%; ນັກສຶກສາ ຮຽນເກັ່ງ, ມີວິໄນດີ ປະເພດ II ມີຈຳນວນ 24 ສະຫາຍ ຍິງ 8 ສະຫາຍ ເທົ່າກັບ 50,90% ພິເສດ ມີນັກສຶກສາ ໄດ້ຄະແນນດີເລີດ ຫຼື Grade A ໃນທຸກວິຊາ ຈຳນວນ 2 ສະຫາຍ ຍິງ 1 ສະຫາຍ.
ໃນພິທີ ໄດ້ມີການມອບໃບຢັ້ງຢືນຈົບການຮຽນທິດສະດີຂັ້ນຕົ້ນ ຮຸ່ນທີ XIII, ມອບໃບຍ້ອງຍໍນັກສຶກສາ ຮຽນເກັ່ງ ໄດ້ເກຣດ A, ນັກສຶກສາ ຮຽນເກັ່ງ, ມີວິໄນດີ ປະເພດ I ແລະ II ຊຶ່ງໃຫ້ກຽດມອບໂດຍ ສະຫາຍ ພົງສະຫວັນ ສິລິພັນ, ທ່ານ ສອນສະຫວັນ ມະນີວົງ ແລະ ສະຫາຍ ນາງ ລີປ່າເອ້ຍ ລີບົວປາວ ຕາມລຳດັບ. ໃນຕອນທ້າຍພິທີ ຍັງໄດ້ຮັບຟັງການໂອລົມຈາກສະຫາຍ ພົງສະຫວັນ ສິລິພັນ ກຳມະການປະຈຳພັກນະຄອນຫຼວງວຽງຈັນ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ຕື່ມອີກ.
