Featured

ກົມການສຶກສາຊັ້ນສູງ ສສກ ຮ່ວມກັບ ສະຫະພາບເອີຣົບ ເຜີຍແຜ່ຂໍ້ມູນທຶນການສຶກສາ ປະຈຳປີ 2026

 615828310_1467848162009654_5189178622757936817_n.jpg

ກົມການສຶກສາຊັ້ນສູງ ກະຊວງສຶກສາທິການແລະ ກິລາ (ສສກ) ຮ່ວມກັບສະຫະພາບເອີຣົບ ຈັດກອງປະຊຸມເຜີຍແຜ່ຂໍ້ມູນ ທຶນການສຶກສາແຜນງານ Erasmus+ Programme ປະຈຳປີ 2026 ເມື່ອວັນທີ 15 ມັງກອນ 2026 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 2 ມະຫາວິທະຍາໄລແຫ່ງຊາດ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ຄຳແກ້ວ ຫານຊະນະ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເວຍເລ ສະເມັດ (Ms. Veerle SMET) ຫົວໜ້າຝ່າຍການຮ່ວມມື ຜູ້ຕາງໜ້າສະຫະພາບເອີຣົບ ປະຈຳ ສປປ ລາວ, ມີຫົວໜ້າກົມ-ຮອງກົມ ທີ່ກ່ຽວຂ້ອງ, ຜູ້ຕາງໜ້າຈາກ 5 ມະຫາວິທະຍາໄລ, ຜູ້ຊ່ຽວຊານ, ນັກຄົ້ນຄວ້າ ແລະ ນັກສຶກສາ ຂອງແຕ່ລະຄະນະວິຊາ, ບັນດາສະຖາບັນການສຶກສາຊັ້ນສູງພາກລັດ ແລະ ເອກະຊົນ ພ້ອມດ້ວຍຜູ້ຕາງໜ້າຈາກ Campus France, ອົງການ ADDA, ສະຖານທູດລຸກຊໍາບວກ, ຝຣັ່ງ ແລະ ຮົງກາລີ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ ແບບເຊິ່ງໜ້າ ແລະ ອອນລາຍ.
ໂອກາດດັ່ງກ່າວ, ທ່ານ ປອ ຄຳແກ້ວ ຫານຊະນະ ໄດ້ກ່າວໃຫ້ຮູ້ວ່າ: ກົມການສຶກສາຊັ້ນສູງ ມີບົດບາດສຳຄັນໃນການພັດທະນາຊັບພະຍາກອນມະນຸດ, ເສີມຂະຫຍາຍນະວັດຕະກໍາ ແລະ ເສີມສ້າງການຮ່ວມມືກັບສາກົນ ໂຄງການ Erasmus+ ໄດ້ກາຍເປັນໜຶ່ງໃນເວທີທີ່ສຳຄັນທີ່ສຸດສຳລັບການພັດທະນາທາງວິຊາການ, ການສ້າງຂີດຄວາມສາມາດໃຫ້ແກ່ນັກສຶກສາ ແລະ ພະນັກງານໃນຂະແໜງການສຶກສາຊັ້ນສູງ, ສອດຄ່ອງກັບນະໂຍບາຍຂອງລັດຖະບານ ສປປ ລາວ ເພື່ອປັບປຸງຄຸນນະພາບ, ຄວາມສອດຄ່ອງ, ແລະ ການເຊື່ອມໂຍງກັບສາກົນ ນັບຕັ້ງແຕ່ເລີ່ມມີການຈັດຕັ້ງປະຕິບັດໂຄງການ Erasmus+ ແຕ່ປີ 2021 ຫາປີ 2027 ຂະແໜງການສຶກສາຊັ້ນສູງ ໃນ ສປປ ລາວ ໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ, ໂດຍສະເພາະຜ່ານການຮ່ວມມືກັບສາກົນ, ການສ້າງຄວາມສາມາດ ແລະ ການປະຕິຮູບສະຖາບັນ, ມີນັກສຶກສາ, ອາຈານ ແລະ ນັກຄົ້ນຄວ້າຫຼາຍກວ່າ 200 ຄົນຈາກ ສປປ ລາວ ໄດ້ຮັບທຶນການສຶກສາໃນລະດັບປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ ແລະ ການແລກປ່ຽນທຶນ ສຳລັບສະຖາບັນການສຶກສາຊັ້ນສູງ ຍັງໄດ້ຮັບຫຼາຍກວ່າ 10 ໂຄງການ ເພື່ອສ້າງຄວາມສາມາດໃນການສຶກສາຊັ້ນສູງລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບອີກດ້ວຍ.
ໃນພິທີ ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບການນໍາສະເໜີບັນດາຫົວຂໍ້ສໍາຄັນຕ່າງໆ ຈາກຜູ້ຊ່ຽວຊານໂຄງການເປັນຕົ້ນແມ່ນ ການນຳສະເໜີກ່ຽວກັບ Erasmus+ ແລະ ການສ້າງຄວາມສາມາດໃນການສຶກສາຊັ້ນສູງ (CBHE); ການແບ່ງປັນການປະຕິບັດທີ່ດີທີ່ສຸດກ່ຽວກັບການສ້າງຄວາມສາມາດໃນການສຶກສາຊັ້ນສູງທີ່ປະສົບຜົນສຳເລັດ; ການເຄື່ອນໄຫວສິນເຊື່ອສາກົນ Erasmus+ ແລະ Erasmu (Edited) Restore original.

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •