ກະຊວງ ສສກ ເປີດຊຸດອົບຮົມວຽກງານກໍ່ສ້າງພັກໃຫ້ຄະນະພັກ ແລະ ຜູ້ກວດກາພັກ ແຕ່ລະຂັ້ນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ເປີດຊຸດຝຶກອົບຮົມວຽກງານກໍ່ສ້າງພັກເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະພັກ ແລະ ຜູ້ກວດກາພັກ ແຕ່ລະຂັ້ນທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ໃນຕອນເຊົ້າວັນທີ 19 ມັງກອນ 2026 ທີ່ສະຖາບັນພັດທະນາຜູ້ບໍລິຫານການສຶກສາ (ຫຼັກ8) ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜ່ໍເມກ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາສະຫາຍຄະນະປະຈຳພັກ, ຄະນະພັກ, ສະຫາຍເລຂາໜ່ວຍພັກ-ຄະນະພັກຮາກຖານ, ປະທານກວດກາຄະນະພັກຮາກຖານ, ຜູ້ກວດກາໜ່ວຍພັກຮາກຖານ ທີ່ຂຶ້ນກັບອົງຄະນະພັກກະຊວງ ກວ່າ 80 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້, ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ມີຄຳເຫັນກ່າວເປີດ ບາງຕອນວ່າ: ພິທີຊຸດຝຶກອົບຮົມວຽກງານກໍ່ສ້າງພັກ ໃຫ້ບັນດາສະຫາຍຄະນະພັກ-ຄະນະນຳ ກະຊວງສຶກສາທິການ ແລະ ກິລາ ມີຂຶ້ນພາຍໃຕ້ບັນຍາກາດທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຫາກໍອັດລົງດ້ວຍຜົນສຳເລັດອັນສະຫງ່າງາມ. ສະນັ້ນ, ກອງປະຊຸມຂອງພວກເຮົານີ້ ຖືເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຊີ້ນຳມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແຕ່ຫົວທີ ເພື່ອແນໃສ່ບຳລຸງຍົກລະດັບຄຸນນະພາບຂອງວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານ, ເຮັດໃຫ້ການນຳພາ-ຊີ້ນຳຂອງຄະນະພັກແຕ່ລະຂັ້ນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ. ຍ້ອນເຫັນໄດ້ຄວາມສຳຄັນດັ່ງກ່າວ, ຄະນະບໍລິຫານງານພັກກະຊວງ ຈຶ່ງໄດ້ຈັດຝຶກອົບຮົມໃນຄັ້ງນີ້ຂຶ້ນ ເພື່ອໃຫ້ບັນດາສະຫາຍຄະນະພັກຮາກຖານກຳແໜ້ນແນວທາງ, ນະໂຍບາຍຂອງພັກ ແລະ ນຳໄປຈັດຕັ້ງປະຕິບັດຢູ່ໃນຮາກຖານຂອງຕົນໃຫ້ປະກົດຜົນເປັນຈິງ ເພາະວ່າຮາກຖານກໍປຽບດັ່ງຄືຮາກໄມ້ ທີ່ເປັນບ່ອນຄໍ້າຈູນ ແລະ ຫຼໍ່ລ້ຽງ ໃຫ້ຕົ້ນໄມ້ໄດ້ເຕີບໃຫຍ່ຂະຫາຍຕົວ ແລະ ຈະເລີນງອກງາມ. ແຕ່ຖ້າຮາກບໍ່ເຂັ້ມແຂງ ກໍຈະເຮັດໃຫ້ຕົ້ນໄມ້ອ່ອນແອ ແລະ ຖ້າພະນັກງານນຳພາບໍ່ເຂັ້ມແຂງ ກໍເຮັດໃຫ້ການຈັດຕັ້ງບ່ອນນັ້ນອ່ອນແອເຊັ່ນດຽວກັນ.
ສະຫາຍເລຂາ ຄະນະບໍລິຫານງານພັກກະຊວງ ສສກ ຍັງກ່າວຕື່ມວ່າ: “ສຳລັບບັນດາຫົວຂໍ້ທີ່ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າໃນຊຸດນີ້ ລ້ວນແຕ່ແມ່ນຫົວຂໍ້ທີ່ສຳຄັນ ແລະ ຈຳເປັນ ເພື່ອໃຫ້ບັນນດາສະຫາຍພະນັກງານນຳພາ ມີຄວາມຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ກ່ຽວກັບທິດສະດີ ແລະ ພຶດຕິກຳຕົວຈິງ ໃນການນຳພາ-ຊີ້ນຳ ຢູ່ຂັ້ນຮາກຖານພັກ ເປັນຕົ້ນແມ່ນຄວາມຮັບຜິດຊອບການເມືອງຂອງພະນັກງານນຳ-ຄຸ້ມຄອງ; ບົດຮຽນໃນການຂະຫຍາຍພັກ; ວຽກງານກະກຽມກອງປະຊຸມຂອງຄະນະພັກ; ຄຸນສົມບັດ ແລະ ຈັນຍາບັນຂອງພະນັກງານນຳພາ-ຄຸ້ມຄອງ; ບົດຮຽນໃນການຈັດຕັ້ງດຳເນີນຊີວິດການເມືອງໃນໜ່ວຍພັກຮາກຖານ; ບົດຮຽນໃນການສ້າງຄວາມສາມັກຄີພາຍໃນພັກໃຫ້ເຂັ້ມແຂງ; ບົດຮຽນໃນການກໍ່ສ້າງໜ່ວຍພັກປອດໄສ, ເຂັ້ມແຂງ ແລະ ໜັກແໜ້ນ; ຍົກສູງຄວາມສາມາດນຳພາ ແລະ ກຳລັງສູ້ຮົບຂອງການຈັັດຕັ້ງຮາກຖານພັກ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ບັນດາສະຫາຍ ຈົ່ງເອົາໃຈໃສ່ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ຄົ້ນຄວ້າແລກປ່ຽນບົດຮຽນນຳບັນດາອາຈານ ແລະ ຜູ້ເຂົ້າຮ່ວມນຳກັນດ້ວຍຄວາມຮັບຜິດຊອບສູງ ເພື່ອສ້າງຄວາມເຂົ້າໃຈທີ່ເປັນເອກະພາບກັນໃນລະດັບສູງ. ພາຍຫຼັງໄດ້ຮຽນທິດສະດີແລ້ວ ຕ້ອງຮູ້ຈັກສົມທຽບພຶດຕິກຳຕົວຈິງໃນຮາກຖານ ທີ່ຕົນຮັບຜິດຊອບມີບັນຫາໃດທີ່ຍັງບໍ່ທັນຈະແຈ້ງ ຫຼື ບໍ່ທັນເຂົ້າໃຈກໍໃຫ້ແລກປ່ຽນນຳກັນຢ່າງກົງໄປກົງມາ ເຖິງແມ່ນວ່າໄລຍະເວລາຝືກອົບຮົມຂອງພວກເຮົາໃນຄັ້ງນີ້ຈະສັ້ນກໍຕາມ ແຕ່ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາສະຫາຍ ຈະສຸມຈິດສຸມໃຈ ຄົ້ນຄວ້າບັນດາຫົົວຂໍ້ຕ່າງໆຢ່າງລະອຽດເລິກເຊິ່ງ ແລະ ນຳເອົາບົດຮຽນໃນຄັ້ງນີ້ ໄປຈັດຕັ້ງປະຕິບັດຢູ່ຮາກຖານພັກຂອງຕົນ ຢ່າງຕັ້ງໜ້າ ແລະ ມີຜົນສຳເລັດຢ່າງຈົບງາມ”.
ກອງປະຊຸມຝຶກອົບຮົມຄັ້ງນີ້ ແມ່ນຈະດຳເນີນເນີນເປັນເວລາ 5 ວັນ ຊຶ່ງແບ່ງອອກເປັນ 2 ໄລຍະ ຄື: ລະຫວ່າງວັນທີ 19-21 ມັງກອນ 2026 ແລະ ວັນທີ 26-27 ມັງກອນ 2026 ໂດຍບັນດາຜູ້ເຂົ້າຮ່ວມແມ່ນຈະໄດ້ຮຽນຮູ້ໃນຫົວຂໍ້ຕ່າງໆ ເຊ່ັນ: ຄວາມຮັບຜິດຊອບການເມືອງຂອງພະນັກງານນຳພາ-ຄຸ້ມຄອງທີ່ຕິດພັນກັບວຽກງານການສຶກສາ, ວິທະຍາສາດ ແລະ ກິລາ; ບົດຮຽນໃນການຂະຫຍາຍພັກ; ວຽກງານກະກຽມກອງປະຊຸມຂອງຄະນະພັກ, ຄຸນສົມບັດ ແລະ ຈັນຍາບັນຂອງພະນັກງານນຳພາ-ຄຸ້ມຄອງ; ບົດຮຽນໃນການຈັດຕັ້ງດຳເນີນຊີວິດການເມືອງໃນໜ່ວຍພັກຮາກຖານ; ບົດຮຽນໃນການຂະຫຍາຍພັກ; ບົດຮຽນໃນການສ້າງຄວາມສາມັກຄີພາຍໃນພັກໃຫ້ເຂັ້ມແຂງ; ບົດຮຽນໃນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ຄວາມຮັບຜິດຊອບການເມືອງຂອງພະນັກງານນຳພາ-ຄຸ້ມຄອງທີ່ຕິດພັນກັບວຽກງານການສຶກສາ, ວິທະຍາສາດ ແລະ ກິລາ.

