ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນ ພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ພ້ອມສຽງເພງຊາດດັງກ້ອງທົ່ວອາຊຽນ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື "ອາຊຽນ ພາຣາເກມ" (ASEAN ParaGames 2025) ຈັດຂຶ້ນ ໃນຕອນແລງວັນທີ 17 ມັງກອນ 2026 ທີ່ນະຄອນຣາຊະສີມາ ປະເທດໄທ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ດຣ ກົງສັກ ຍອດມະນີ ຜູ້ວ່າການ ການກິລາແຫ່ງປະເທດໄທ ສ່ວນຕາງໜ້າຝ່າຍລາວ ມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງຄະນະນຳພາທັບນັກກິລາຄົນພິການລາວ ພ້ອມດ້ວຍບັນດາຄະນະນຳອີກ 9 ຊາດເຂົ້າຮ່ວມ ຂະນະທີ່ ປະເທດກຳປູເຈຍ ຂໍຖອນຕົວຈາກການເຂົ້າຮ່ວມແຂ່ງຂັນໃນງານດັ່ງກ່າວ.
ພິທີດັ່ງກ່າວໄດ້ສະແດງເຖິງຄວາມພ້ອມຂອງເຈົ້າພາບສຳລັບງານກິລາອາຊຽນພາຣາເກມ ຄັ້ງທີ 13 ຊຶ່ງຈະຈັດຂຶ້ນໃນວັນທີ 20-26 ມັງກອນ 2026.
ການແຂ່ງຂັນກິລາຄົນພິການອາຊຽນ ຄັ້ງທີ 13 ມີນັກກິລາຈາກ 10 ຊາດ ອາຊຽນເຂົ້າຮ່ວມ ບໍ່ມີພຽງແຕ່ ປະເທດກຳປູເຈຍ ທີ່ຂໍຖອນຕົວ ມີການຊີງໄຊຫຼຽນຄຳ ທັງໝົດ 493 ຫຼຽນ ຈາກ 19 ປະເພດກິລາ ສະເພາະສປປ ລາວ ສົ່ງນັກກິລາເຂົ້າຮ່ວມທັງໝົດ 160 ກວ່າຄົນ ຈາກ 12 ປະເພດກິລາ.



