Featured

ລາວ-ກຳປູເຈຍ ທັດສະນະສຶກສາແລກປ່ຽນວຽກການສິດສອນເດັກປະລະການຮຽນໃນຊຸມຊົນ ທີ່ພະນົມເປັນ

 615425080_1466796518781485_3225933432366945985_n.jpg

ເມື່ອອາທິດຜ່ານມາ, ຄະນະຜູ້ແທນສຶກສາຈາກ ສປປ ລາວ ຈຳນວນ 10 ທ່ານ ຊຶ່ງນຳໂດຍ ຮອງສາດສະດາຈານ ປະລິນຍາເອກ ນາງ ສິລິນທອນ ສັກລໍຄຳ, ຜູ້ອຳນວຍການສູນການສຶກສາ ເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ໄດ້ເດີນທາງໄປພະນົມເປັນ, ປະເທດກຳປູເຈຍ ເພື່ອທັດສະນະສຶກສາ ແລະ ແລກປ່ຽນ ວຽກງານການສິດສອນ ທີ່ແທດເໝາະກັບລະດັບການສຶກສາຂອງເດັກນ້ອຍ ທີ່ປະລະການຮຽນໃນຊຸມຊົນ.
ຈຸດປະສົງຂອງການໄປທັດສະນະສຶກສາຄັ້ງນີ້ ຍັງແນໃສ່ເພື່ອແລກປ່ຽນຄວາມຮູ້ ແລະ ປະສົບການ ການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມຮູ້ໃຫ້ແກ່ເດັກນ້ອຍ ທີ່ປະລະການຮຽນ ແລະ ການຈັດຕັ້ງປະຕິບັດໂຄງການ ລວມທັງການປະສານງານຮ່ວມມືກັນກັບກະຊວງສຶກສາຂອງກຳປູເຈຍໃນອະນາຄົດ.
ໃນໂອກາດທີ່ເດີນທາງ ໄປກຳປູເຈຍ ແຕ່ວັນທີ 16-18 ມັງກອນນີ້, ຄະນະຜູ້ແທນສຶກສາຂອງ ສປປ ລາວ ຊຶ່ງປະກອບມີຜູ້ຕາງໜ້າຈາກ ກົມການສຶກສານອກໂຮງຮຽນ, ກົມຮ່ວມມືກັບຕ່າງປະເທດ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ສູນການສຶກສາເພື່ອພັດທະນາຊຸມຊົນ ຂົງເຂດອາຊີຕາເວັນອອກສ່ຽງໃຕ້, ສູນການສຶກສາການສຶກສານອກໂຮງຮຽນ, ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ, ຫ້ອງການສຶກສາທິການ ແລະ ກິລາ ເມືອງນອງ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດ, ຍັງໄດ້ໄປຕິດຕາມເບິ່ງການຮຽນການສອນຕົວຈິງ ຕາມໂຮງຮຽນມັດທະຍົມຈຳນວນໜຶ່ງ, ແລະ ຢ້ຽມຢາມບູຮານສະຖານວັດທະນະທຳ ໃນພະນົມເປັນ.
615863494_1466796635448140_185150863163672108_n.jpg

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •