Featured

ເປີດຊຸດຝຶກອົບຮົມຫຼັກສູດບໍລິຫານຄຸ້ມຄອງລັດ ໃຫ້ຜູ້ບໍລິຫານລະດັບສູງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ

 632614033_122108660985228259_116639766719985000_n.jpg

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ມີພິທີເປີດຊຸດຝຶກອົບຮົມ ຫຼັກສູດບໍລິຫານ-ຄຸ້ມຄອງລັດ ໃຫ້ແກ່ບັນດາຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ອໍານວຍການສະຖາບັນ, ສໍານັກພິມສຶກສາ ແລະ ກິລາ, ວິທະຍາໄລ ແລະ ສູນ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ໃນວັນທີ 9 ກຸມພາ 2026 ທີ່ຫ້ອງປະຊຸມສະຖາບັນພັດທະນາບໍລິຫານການສຶກສາ (ຫຼັກ8), ໂດຍການເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີວິທະຍາກອນ, ສຳມມະນາກອນ ຈຳນວນ 40 ທ່ານ, ຍິງ 11 ທ່ານ ພ້ອມດ້ວຍແຂກຖືກເຊີນ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວມີຄຳເຫັນວ່າ: ສໍາລັບການຝຶກອົບຮົມຄັ້ງນີ້ ແມ່ນມີຄວາມສໍາຄັນຫຼາຍຕໍ່ວຽກງານບໍລິຫານ ແລະ ຄຸ້ມຄອງການສຶກສາ, ວິທະຍາສາດ ແລະ ກິລາ ເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງ ສສກ ໃຫ້ໄດ້ຮັບຜົນສໍາເລັດ ແລະ ປະກົດຜົນເປັນຈິງ ໂດຍແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາຫົວໜ້າຫ້ອງການ, ຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສຳນັກພິມສຶກສາ ແລະ ກິລາ, ວິທະຍາໄລ, ສູນ ແລະ ຫົວໜ່ວຍວິສະຫະກິດ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ທັງເປັນການຍົກສູງຄວາມຮູ້, ຄວາມສາມາດ ແລະ ທັກສະ ໃນການປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບສູງຂຶ້ນ. ທັງນີ້, ໃນການຈັດຕັ້ງປະຕິບັດກ່ຽວກັບວຽກງານບໍລິຫານ ແລະ ຄຸ້ມຄອງການສຶກສາ, ວິທະຍາສາດ ແລະ ກິລາ ໃນໄລຍະຜ່ານມາ ເຫັນວ່າມີຫຼາຍພາກສ່ວນ ແມ່ນຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ດີ ມີທັງດ້ານປະລິມານ ແລະ ມີຄຸນນະພາບ ແຕ່ມີບາງພາກສ່ວນ ຍັງຈັດຕັ້ງປະຕິບັດບໍ່ໄດ້ດີເທົ່າທີ່ຄວນ ເນື່ອງຈາກວ່າ ປັດຈຸບັນມີການປັບປຸງກົງຈັກການຈັດຕັ້ງ, ການສັບຊ້ອນບ່ອນປະຈຳການ ແລະ ປັບປຸງບັນດານິຕິກຳ ທີ່ຕິດພັນກັບວຽກງານຄຸ້ມຄອງ ແລະ ການບໍລິຫານ. ສະນັ້ນ, ໃນການພັດທະນາຂີດຄວາມສາມາດດ້ານການບໍລິຫານຄຸ້ມຄອງລັດ ໃຫ້ຜູ້ບໍລິຫານລະດັບສູງ ເປັນວຽກງານທີ່ຈຳເປັນ ຕໍ່ກັບການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ ໃນແຕ່ລະໄລຍະ ຊຶ່ງສະແດງອອກການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຈະມີຜົນສໍາເລັດ ແລະ ເກີດໝາກເກີດຜົນນັ້ນ ຂຶ້ນກັບການນໍາພາ-ຊີ້ນໍາ ແລະ ຄວາມສາມາດໃນການຈັດຕັ້ງປະຕິບັດ ຢູ່ພາຍໃນຂະແໜງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອໃຫ້ບັນລຸໄດ້ຕາມຄາດໝາຍສູ້ຊົນທີ່ວາງໄວ້.

ສໍາລັບກອງປະຊຸມຝຶກອົບຮົມໃນຄັ້ງນີ້, ແມ່ນຈະດຳເນີນໄປເປັນເວລາ 5 ວັນ ລະຫວ່າງວັນທີ 9-13 ກຸມພາ 2026 ຈຶ່ງຈະສຳເລັດ, ຊຶ່ງບັນດາຜູ້ເຂົ້າຮ່ວມຈະໄດ້ຮັບຟັງການບັນຍາຍຈາກອາຈານ ຜູ້ທີ່ມີປະສົບການ ແລະ ຊຳນານງານຂອງແຕ່ລະຫົວຂໍ້ວຽກງານດັ່ງກ່າວ ເປັນຕົ້ນແມ່ນ: ການບໍລິຫານລັດໃນລະບົບການເມືອງ; ການນໍາພາ ແລະ ການຄຸ້ມຄອງ; ການບໍລິຫານການປ່ຽນແປງເພື່ອຄວາມກ້າວໜ້າ; ການວາງແຜນຍຸດທະສາດ ວຽກແຜນການ; ການຄຸ້ມຄອງ ແລະ ກວດກາ ງົບປະມານແຫ່ງລັດ; ການກວດກາ, ກວດສອບ ແລະ ການຕ້ານການສໍ້ລາດບັງຫຼວງ; ການຄຸ້ມຄອງພະນັກງານ-ລັດຖະກອນ; ການປະເມີນຜົນ ແລະ ການພັດທະນາພະນັກງານ-ລັດຖະກອນ; ວຽກງານເອກະສານທາງລັດຖະການ ແລະ ການສໍາເນົາເອກະສານທາງລັດຖະການ; ການຄຸ້ມຄອງ-ບໍລິຫານວຽກງານການສຶກສາ, ວຽກງານວິທະຍາສາດ, ວຽກງານການກິລາ-ກາຍຍະກຳ ແລະ ວຽກງານເອກະສານພັກ ແລະ ຄວາມເປັນເສນາທິການ ໃຫ້ແກ່ຄະນະພັກ, ຄະນະນໍາໃນການຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານນໍາພາ-ຊີ້ນໍາຕົວຈິງ.

629423651_122108661801228259_2479513585805657899_n.jpg

ພາບ-ຂ່າວໂດຍ: ການຈະນາ