ມະຫາວິທະຍາໄລແຫ່ງຊາດ ເຊື່ອມຊຶມເອກະສານສຳຄັນຂອງພັກ
ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ (ສສກ) ຄັ້ງທີ X ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເມື່ອວັນທີ 6 ກຸມພາ 2026 ທີ່ສະໂມສອນໃຫຍ່ ຊັ້ນ2 (ມຊ) ໂດຍການເປັນປະທານຂອງສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຄະນະພັກ, ສະມາຊິກພັກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ສສກ ຄັ້ງທີ X ເພື່ອເຮັດໃຫ້ຄະນະພັກ, ສະມາຊິກພັກ ແລະ ພະນັກງານວິຊາການຮັບຮູ້ເຂົ້າໃຈກ່ຽວກັບມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ສສກ ຄັ້ງທີ X, ໃນການຈັດຕັ້ງເຄື່ອນໄຫວຂອງພັກ, ຮັກສາບົດບາດເປັນສູນລວມຂອງສູນກາງພັກ ແລະ ຄະນະພັກແຕ່ລະຂັ້ນ ໃນການນຳພາທຸກຂົງເຂດວຽກງານ ພ້ອມກັນແກ້ໄຂບັນຫາຄວາມຫຍຸ້ງຍາກ, ພ້ອມກັນປຶກສາຫາລື ແລະ ຕົກລົງເປັນໝູ່ຄະນະ, ບໍ່ເຫັນແກ່ຕົວ, ບໍ່ຖິ້ມຄວາມຮັບຜິດຊອບໃຫ້ກັນ, ມີການຕິດຕາມ, ຊຸກຍູ້, ກວດກາ, ຕີລາຄາຈາກລວມໝູ່ ເພື່ອຮັບປະກັນການປະຕິບັດລະບຽບວິໃນຢ່າງເຂັ້ມງວດ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການເຜີຍແຜ່ກ່ຽວກັບມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ສສກ ຄັ້ງທີ X, ແຜນວຽກຈຸດສຸມປີ 2026-2030 ກົມການສຶກສາຊັ້ນສູງ, ແຜນວຽກຈຸດສຸມ 2025-2030 ຂອງ ມຊ, ແຜນວຽກຈຸດສຸມ 2025-2030 ຂອງຄະນະວິທະສາດທຳມະຊາດ, ແຜນວຽກຈຸດສຸມ 2025-2030 ຂອງຄະນະວິທະຍາສາດສັງຄົມ, ແຜນວຽກຈຸດສຸມ 2025-2030 ຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດແຜນວຽກຈຸດສຸມ 2025-2030 ຂອງຫ້ອງການສະພາວິທະຍາສາດແຫ່ງຊາດ ແລະ ຂຶ້ນຈັບມືແຂ່ງຂັນ ແລະ ຮັບຮອງແຜນການ.


ບົວລະພາ
