ເມື່ອວັນທີ 12 ກຸມພາ 2026 ທີ່ຫ້ອງຮັບແຂກ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ກິ່ງມະໂນ ພົມມະຫາໄຊ
ຮອງລັດຖະມົນຕີ ສສກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຄະນະຜູ້ແທນອົງການ ຢູນີເຊັບ ປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ
ເມື່ອວັນທີ 12 ກຸມພາ 2026 ທີ່ຫ້ອງຮັບແຂກ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຄະນະຜູ້ແທນຈາກອົງການ ຢູນີເຊັບ (UNICEF) ປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ນຳໂດຍ ທ່ານ ມຽວຊິນ ຍຸນ (Myo-Zin Nyunt) ຮອງຜູ້ຕາງໜ້າອົງການ ຢູນີເຊັບ ພ້ອມຄະນະ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ການພັດທະນາເດັກ ໃນ ສປປ ລາວ, ມີຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ການພົບປະຄັ້ງນີ້ ມີຈຸດປະສົງເພື່ອປຶກສາຫາລື ແລະ ທົບທວນຜົນການຮ່ວມມືລະຫວ່າງສອງພາກສ່ວນໃນໄລຍະຜ່ານມາ ພ້ອມທັງກຳນົດທິດທາງການຮ່ວມມືໃນໄລຍະຕໍ່ໜ້າ ໂດຍສຸມໃສ່ການພັດທະນາການສຶກສາຂັ້ນພື້ນຖານ, ການຍົກລະດັບຄຸນນະພາບຄູ-ອາຈານ, ການສົ່ງເສີມໂອກາດການຮຽນຮູ້ໃຫ້ເດັກນ້ອຍໃນເຂດຫ່າງໄກສອກຫຼີກ ແລະ ການຄຸ້ມຄອງສິດທິເດັກ.
ນອກຈາກນັ້ນ, ການພົບປະໃນຄັ້ງນີ້ ຍັງເປັນໂອກາດໃນການແລກປ່ຽນທັດສະນະ ກ່ຽວກັບໂອກາດໃໝ່ໆ ເພື່ອຮັດແໜ້ນການຮ່ວມມື ໃນການສະໜັບສະໜູນການສຶກສາທີ່ມີຄຸນນະພາບ ແລະ ເທົ່າທຽມ ພ້ອມທັງເປັນການສະເໜີຄຳເຫັນໃນ ການປັບປຸງແຜນງານຂອງ ຢູນີເຊັບ ຢູ່ ສປປ ລາວ (CPD) ໃນໄລຍະປີ 2027–2031 ແລະ ການກະກຽມການດຳເນີນວຽກໃນໄລຍະຕໍ່ໜ້າ ໃຫ້ມີປະສິດທິຜົນ ແລະ ສອດຄ່ອງກັບແຜນພັດທະນາການສຶກສາແຫ່ງຊາດ.

ໃນໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ສະແດງຄວາມຂອບໃຈຕໍ່ອົງການ ຢູນີເຊັບ ທີ່ໄດ້ສະໜັບສະໜູນຂະແໜງການການສຶກສາ ຂອງ ສປປ ລາວ ຢ່າງຕໍ່ເນື່ອງ ແລະ ຫວັງວ່າ ການຮ່ວມມືຈະຍິ່ງແໜ້ນແຟ້ນຂຶ້ນ ແລະ ເກີດຜົນເປັນຮູບປະທຳ ເພື່ອປະໂຫຍດສູງສຸດແກ່ເດັກນ້ອຍລາວ.
ພາບ-ຂ່າວ: ບຸນທະວີ ນະວົງສາ
