ຄະນະກຳມະການພາຣາແລມປິກແຫ່ງຊາດລາວຫາລື 7 ໜ້າວຽກງານລະດັບຊາດ
Featured
ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຫຼື ຄພລ ເປີດກອງປະຊຸມປະຈຳໄຕມາດ 1/2025 ໂດຍເນັ້ນການປຶກສາຫາລືຄົ້ນຄວ້າ 7 ໜ້າວຽກສໍາຄັນລະດັບຊາດ ເພື່ອກຽມຄວາມເຄື່ອນໄຫວຈັດການແຂ່ງຂັນພາຍໃນ ແລະ ອອກແຂ່ງຂັນລະດັບອະນຸພາກພື້ນ,ພາກພື້ນ ແລະ ສາກົນ ລະຫວ່າງປີ 2025 ເຖິງປີ 2028 ແລະ ວາງແຜນຈຸດສຸມປະຈຳໄຕມາດ 2 (4,5,6) ປີ 2025
ພ້ອມທັງຈັດພິທີປະກາດກົງຈັກການຈັດຕັ້ງ 4 ສະຫະພັນກິລາຄົນພິການແຫ່ງຊາດລາວ ກໍຄື ກິລາ ດອກປີກໄກ່, ຍົກນໍ້າໜັກ, ຍິງປືນ ແລະ ແລ່ນ-ລານ ຢ່າງເປັນທາງການ.
488191215 1212857207508752 7896379240560910563 n
 
          ກອງປະຊມຄັ້ງນີ້ ຈັດຂຶ້ນ ໃນວັນທີ 4 ເມສາ 2025 ທີ່ຫ້ອງປະຊຸມຄະນະກໍາມະການໂອແລມປິກແຫ່ງຊາດລາວ (ຄອລ) ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະບໍລິຫານງານ ຄພລ ທັງເປັນຮອງປະທານ ຄອລ, ມີທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລປະສຶກສາ ທັງເປັນຮອງປະທານ-ເລຂາທິການ ຄພລ ແລະ ທ່ານ ວຽງທອງ ພົນທະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມດ້ວຍບັນດາຫົວໜ້າ, ຮອງຫົວໜ້າກຳມະການ 9 ພາກສ່ວນ, ບັນດາປະທານ-ຮອງປະທານ ແລະ ເລຂາທິການສະຫະພັນກິລາຄົນພິການແຫ່ງຊາດລາວ ເຂົ້າຮ່ວມ.
488255072 1212856644175475 517116703058480344 n
          ກອງປະຊຸມຄັ້ງນີ້ ໄດ້ມີການຜ່ານ 7 ໜ້າວຽກສຳຄັນລະດັບຊາດ ເພື່ອໃຫ້ຜູ້ແທນກອງປະຊຸມໄດ້ພ້ອມກັນປຶກສາຫາລືການຈັດຕັ້ງປະຕິບັດໃຫ້ແທດເໝາະກັບຄວາມເປັນຈິງ ກໍຄືໄດ້ມີການຜ່ານຮ່າງບົດສະຫຼຸບວຽກງານພົ້ນເດັ່ນປະຈຳໄຕມາດ 1 ແລະ ແຜນຈຸດສຸມປະຈຳໄຕມາດ 2/2025; ການກະກຽມ ຈັດງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ 4 ທີ່ ນະຄອນຫຼວງວຽງຈັນ ເປັນເຈົ້າພາບ; ການກະກຽມ ເຂົ້າຮ່ວມແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 13 ທີ່ ຣາຊະອານາຈັກໄທ ເປັນເຈົ້າພາບ ປີ 2026; ການກະກຽມ ເຂົ້າຮ່ວມແຂ່ງຂັນກິລາເອຊຽນພາຣາເກມ ຄັ້ງທີ 5 ທີ່ ເມືອງນາໂກຢາ ປະເທດຍີ່ປຸ່ນ; ການກະກຽມ ເຂົ້າຮ່ວມແຂ່ງຂັນສະສົມຄະແນນປະຈຳປີ 2025; ການກະກຽມ ເຂົ້າຮ່ວມແຂ່ງຂັນກິລາພາຣາແລມປິກເກມ ຄັ້ງທີ 18 ປີ 2028 ທີ່ລັດລອດແອງເຈີລິດ ປະເທດສະຫະລັດອາເມຣິກາ; ປຶກສາຫາລືຮ່ວມກັບສະມາຄົມຄົນພິການແຫ່ງຊາດລາວ ກ່ຽວກັບຂໍຂໍ້ມູນຂອງຄົນພິການໃນ ສປປ ລາວ. ແນວໃດກໍດີ, ໃນກອງປະຊຸມຍັງໄດ້ເປີດໂອກາດໃຫ້ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ລາຍງານໂດຍຫຍໍ້ກ່ຽວໜ້າທີ່ຄວາມຮັບຜິດຂອບຂອງຕົນ ເພື່ອແກ້ໄຂ ແລະ ສືບຕໍ່ຈັດຕັ້ງປະຕິບັດໃຫ້ເກີດປະສົບຜົນສຳເລັດຕາມແຜນການທີ່ວາງໄວ້.
488579459 1212856930842113 3755188970538526226 n
            ໂອກາດນີ້, ທ່ານ ນາງ ຂັນທະລີ ສີຣິພົງພັນ ກໍໄດ້ເນັ້ນບັນດາທ່ານໃນຄະນະບໍລິຫານງານ ຄພລ, ບັນດາກຳມະການຕ່າງໆ, ບັນດາສະຫະພັນກິລາຄົນພິການແຫ່ງຊາດລາວ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດ ແຜນຈຸດສຸມປະຈຳໄຕມາດ 2 (4,5,6) ປີ 2025 ຂອງ ຄພລ ແລະ ສືບຕໍ່ປັບປຸງແກ້ໄຂຂໍ້ຄົງຄ້າງ, ບັນຫາຕ່າງໆ; ມອບໃຫ້ບັນດາກຳມະການຕ່າງໆ ຄົ້ນຄ້ວາແບ່ງຄວາມຮັບຜິດຊອບ, ໜ້າທີ່ ເຂົ້າໃນວຽກງານລະອຽດ ເພື່ອໃຫ້ສອດຄ່ອງ ແລະ ເໝາະສົມຕາມທຳມະນູນຂອງ ຄພລ ສະບັບລົງວັນທີ 12 ມີນາ 2024; ມອບໃຫ້ຄະນະບໍລິຫານງານ ສະຫະພັນກິລາຄົນພິການແຫ່ງຊາດລາວ ຄົ້ນຄ້ວາ, ປຶກສາ ຫາລືໃນການ ກຳນົດແຜນການໃນການກໍ່ສ້າງຍົກລະດັບ ພັດທະນາຜູ້ບໍລິຫານ, ວິຊາການ, ແພດສະເພາະດ້ານ, ກຳມະການຕັດສິນ, ຄູຝຶກ, ຜູ້ຊ່ວຍຄູຝຶກ ແລະ ນັກກິລາ ຢູ່ພາຍໃນປະເທດ ແລະ ລະດັບສາກົນ ໃນແຕ່ລະໄລຍະ ໃຫ້ສອດຄ່ອງກັບແຜນການ, ແຜນງານ, ແຜນງົບປະມານຕົວຈິງ ໄດ້ວາງໄວ້ຢ່າງຖືກຕ້ອງ.
488604501 1212857377508735 333550223197587694 n
            ຄຽງຄູ່ກັນນັ້ນ, ກໍຂໍມອບໃຫ້ຄະນະບໍລິຫານງານ ສະຫະພັນກິລາຄົນພິການແຫ່ງຊາດລາວ ຕ້ອງເອົາໃຈໃສ່ ຈັດຕັ້ັງປະຕິບັດ ແຜນຈຸດສຸມຄາດໝາຍ ເປັນຕົ້ນ: ລົງໂຄສະນາເຜີຍແຜ່ວຽກງານກິລາ-ກາຍຍະກຳຄົນພິການ, ສ້າງໜ່ວຍກິລາຂັ້ນບ້ານ, ສະໂມສອນກິລາຂັ້ນເມືອງ, ນະຄອນ, ແຂວງ, ນະຄອນຫຼວງ, ຈັດກອງປະຊຸມປະຈໍາປີ ເພື່ອຖອດຖອນບົດຮຽນ, ເລັ່ງໃສ່ ຝຶກອົບຮົມຍົກລະດັບ ກໍາມະການຕັດສິນ, ຄູຝຶກ ແລະ ນັກກິລາ ໃຫ້ມີຄຸນນະພາບ, ມີລະບຽບວິໄນ, ມີຄວາມເຂັ້ມແຂງ, ຮັບໃຊ້ວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ ແລະ ມອບໃຫ້ຄະນະບໍລິຫານງານ ສະຫະພັນກິລາຄົນພິການແຫ່ງຊາດລາວ ຕ້ອງເອົາໃຈໃສ່ ຕໍ່ການຈັດການແຂ່ງຂັນກິລາຄົນພິການປະຈໍາປີ, ຈັດງານແຂ່ງຂັນກິລາຄົນພິການ ເພື່ອສະເຫຼີມສະຫຼອງວັນຄົນພິການແຫ່ງຊາດ-ວັນຄົນພິການສາກົນ ແລະ ວັນສໍາຄັນຕ່າງໆຂອງຊາດ ແລະ ສາກົນ, ເຂົ້າຮ່ວມງານມະຫາກຳກິລາຄົນພິການແຫ່ງຊາດ ແລະ ເຂົ້າຮ່ວມງານແຂ່ງຂັນຄັດເລືອກ (Qualification) ຢັ້ງຢືນສະຖິຕິ ໃນລະດັບຊາດ ແລະ ລະດັບພາກພື້ນ (APSF, APC) ແລະ ລະດັບສາກົນ (IPC) ແລະ ພິເສດ ໃຫ້ເອົາໃຈໃສ່ ຄັດເລືອກເອົານັກກິລາທີ່ດີເດັ່ນ ຕິດທີມຊາດ ເຂົ້າມາ ຝຶກແອບ-ຝຶກຊ້ອມຢ່າງເປັນປະຈໍາ ເພື່ອກະກຽມເຂົ້າຮ່ວມງານແຂ່ງຂັນກິລາ Asean Para Game, ກິລາ Asian Para Games, ກິລາ Paralympic Games ໃຫ້ ສາມາດຍາດໄດ້ຫຼຽນຄໍາ.
            ໃນກອງປະຊຸມກໍຍັງໄດ້ຈັດຕັ້ງພິທີປະກາດກົງຈັກການຈັດຕັ້ງ ຂອງສະຫະພັນກິລາຍົກນ້ຳໜັກ, ກິລາດອກປີກໄກ່, ກິລາແລ່ນ-ລານ ແລະ ກິລາຍິງປືນຄົນພິການແຫ່ງຊາດລາວ (ປັບປຸງໃໝ່) ອີກດ້ວຍ.
 
 
 
ພາບ-ຂ່າວໂດຍ: ສົງການ ພັນແພງດີ

ຂ່າວໂທລະພາບສຶກສາ-ກິລາ-ວິທະຍາສາດ

  •  
  • ຖ່າຍທອດສົດ ພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025

     

     
  • ສພຊ ຖະແຫຼງ ກ່ຽວກັບການປັບປຸງກົງຈັກ ລັດຖະບານ [06-06-2025]

     
  •