ກອງປະຊຸມໃຫຍ່ຄະນະພັກຮາກຖານຫ້ອງການກະຊວງສຶກສາທິການ ແລະ ກິລາ ຄັ້ງທີ II ໄດ້ໄຂຂຶ້ນໃນວັນທີ 31 ມີນາ 2025 ທີ່ຫ້ອງປະຊຸມຕຶກໄອຊີທີ ຊັ້ນ 4 ສສກ ພາຍໃຕ້ການເປັນປະທານຂອງສະຫາຍ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ສສກ,ມີບັນດາສະຫາຍຄະນະພັກຮາກຖານຫ້ອງການ, ຄະນະຫ້ອງການກະຊວງ, ຄະນະໜ່ວຍພັກ, ສະມາຊິກພັກ
ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ ຈາກກົມຈັດຕັ້ງ ແລະ ພະນັກງານ, ກົມການເງິນ, ກົມກວດກາ, ກົມແຜນການ, ອາດີດການນໍາຫ້ອງການກະຊວງ ສສກ.

ໃນກອງປະຊຸມຄັ້ງນີ້, ສະຫາຍ ປອ. ນ. ດາລາວອນ ກິດຕິພັນ ເລຂາຄະນະພັກຮາກຖານຫ້ອງການ, ຮອງລັດຖະມົນຕີ ສສກ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ, ຈາກນັ້ນ, ກອງປະຊຸມ ໄດ້ດໍາເນີນກອງປະຊຸມໄປຕາມວາລະຂອງກອງປະຊຸມ ເປັນຕົ້ນແມ່ນຜ່ານຮ່າງບົດລາຍງານການເມືອງ, ບົດສຳຫຼວດການນຳພາລວມ, ອວຍພອນກອງປະຊຸມໃຫຍ່ ຈາກຕົວແທນຂອງ 3 ອົງການຈັດຕັ້ງມະຫາຊົນ, ຄະນະພັກຮາກຖານຫ້ອງການ ຊຸດເກົ່າ ກ່າວລາໜ້າທີ່, ຜ່ານມະຕິຕົກລົງວ່າດ້ວຍການອະນຸມັດໃຫ້ຄະນະພັກຮາກຖານຫ້ອງການ ສສກ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ II, ຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດລາຍຊື່ສະໝຽນກອງປະຊຸມ, ຜ່ານມາດຖານ ແລະ ເງື່ອນໄຂຜູ້ອອກສະໝັກຮັບເລືອກຕັ້ງຄະນະພັກຮາກຖານຫ້ອງການ ຊຸດໃໝ່ ແລະ ຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງຄະນະພັກຮາກຖານຫ້ອງການ ຄັ້ງທີ II, ຈາກນັ້ນ, ຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການປ່ອນບັດເລືອກຕັ້ງ ແລະ ດໍາເນີນການເລືອກຕັ້ງ.

ພ້ອມນັ້ນ, ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານຫ້ອງການ ສສກ ຊຸດໃໝ່ ຊຶ່ງມີຜູ້ສະໝັກທັງໝົດ 07 ສະຫາຍ, ຍິງ 03 ສະຫາຍ, ເລືອກເອົາ 05 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບເລືອກເອົາຄະນະພັກ 05 ສະຫາຍ, ຍິງ 03 ສະຫາຍ ຄື:
- ສະຫາຍ ແສງສະເດັນ ບູນລາວົງ ເປັນເລຂາຄະນະພັກຮາກຖານຫ້ອງການ
- ສະຫາຍ ພິມມະສອນ ສີສະອາດ ເປັນຮອງເລຂາ
- ສະຫາຍ ນ. ບົວວັນ ຈັນທະນົງເດດ ຄະນະພັກຮາກຖານຫ້ອງການ, ເປັນປະທານກວດກາ
- ສະຫາຍ ນ. ວຽງຄອນ ວັນທານຸວົງ ຄະນະພັກຮາກຖານຫ້ອງການ
- ສະຫາຍ ນ. ວັນມະນີ ວັນນະສີ ຄະນະພັກຮາກຖານຫ້ອງການ ພ້ອມທັງເລືອກເອົາສະຫາຍ ວິໄລ ນ້ອຍມະນີ ເປັນຮອງປະທານກວດກາ.

ໃນໂອກາດນີ້, ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກສະຫາຍ ຮສ.ປອ ພຸດ ສິມມາລາວົງ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນໍາພາ-ຊີ້ນໍາ ຂອງຄະນະພັກຮາກຖານຫ້ອງການ ທີ່ໄດ້ນໍາພາສະມາຊິກພັກປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ຍາດໄດ້ຜົນສຳເລັດໃນຫຼາຍດ້ານ. ພ້ອມກັນນັ້ນ, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກຮາກຖານຫ້ອງການ ຊຸດໃໝ່ ສືບຕໍ່ປັບປຸງ, ແກ້ໄຂຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຖອດຖອນບົດຮຽນເປັນແຕ່ລະໄລຍະ, ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດວຽກງານ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ເປັນລະບົບ, ລະບຽບ, ທັນສະໄໝ, ເອົາໃຈໃສ່ຕິດຕາມ, ຊຸກຍູ້, ກວດກາ ແລະ ປະເມີນຜົນໃຫ້ມີຄຸນນະພາບ, ສຸມໃສ່ເຮັດໃຫ້ວຽກງານພັກເຂັ້ມແຂງຂຶ້ນເທື່ອລະກ່າວ, ເພີ່ມທະວີເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກ.
ສະຫາຍ ຍັງໄດ້ກ່າວວ່າເຊື່ອໝັ້ນຕໍ່ຄະນະພັກ ຊຸດໃໝ່ ທີ່ຈະສືບຕໍ່ນຳພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ເປັນຕົ້ນແມ່ນດ້ານແບບແຜນວິທີນໍາພາ, ວິທີການເຮັດວຽກ, ການແບ່ງວຽກງານພາຍໃນໝູ່ຄະນະໃຫ້ຈະແຈ້ງ, ສອດຄ່ອງ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຕິດພັນກັບມະຕິ, ຄຳສັ່ງ, ກົດລະບຽບພັກ ແລະ ກົດໝາຍຂອງລັດວາງອອກ ແລະ ຮຽກຮ້ອງໃຫ້ບັນດາສະມາຊິກພັກທີ່ຂຶ້ນກັບຄະນະພັກຮາກຖານຫ້ອງການ ໃຫ້ການຮ່ວມມື ແລະ ພ້ອມກັນການປະຕິບັດວຽກງານ ແລະ ເປັນຕົວຢ່າງທີ່ດີ ໃນການນຳພາໃຫ້ແກ່ມະຫາຊົນ, ພ້ອມກັນສູ້ຊົນປະຕິບັດໜ້າທີ່ໃຫ້ບັນລຸຕາມແຜນການທິດທາງ 5 ປີ ທີ່ຕັ້ງໄວ້.
