ກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນ 2024-2025 ໄຂຂຶ້ນເປັນທາງການ

 530409252_1324262716368200_5482958071320006290_n.jpg

        ກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈໍາສົກຮຽນ 2024-2025 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 11 ສິງຫາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.
ໃນກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງ ແລະ ຄົ້ນຄວ້າປຶກສາຫາລື ໃຫ້ທິດຊີ້ນໍາກ່ຽວກັບຜົນສໍາເລັດການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາສົກຮຽນ 2024-2025 ແລະ ທິດທາງແຜນສົກຮຽນ 2025-2026; ທິດທາງ ແລະ ມາດຕະການແກ້ໄຂການປະລະການຮຽນຊັ້ນປະຖົມ ແລະ ມັດທະຍົມສຶກສາ; ທິດທາງ ແລະ ມາດຕະການປັບປຸງຄຸນນະພາບໃນຊັ້ນປະຖົມສຶກສາ; ວິທີການຄຸ້ມຄອງ ແລະ ການຈັດການຮຽນການສອນຂອງໂຮງຮຽນເອກະຊົນ; ວຽກບູລິມະສິດຂອງເຂດວຽກງານກິລາກາຍຍະກໍາ; ວຽກບູລິມະສິດຂອງເຂດວິທະຍາສາດ ແລະ ທິດທາງການກະຈາຍອໍານາດໃນການຝຶກອົບຮົມຄູສອນ.
530137689_1324262309701574_1316487443327706971_n.jpg
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວມີຄຳເຫັນ ພ້ອມຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ, ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ຊອກຫາວິທີທາງ, ມາດຕະການແກ້ໄຂບັນຫາຕ່າງໆ ເປັນຕົ້ນການປະລະການຮຽນ, ການຂາດແຄນຄູສອນ, ຄຸນນະພາບຂອງການສຶກສາ ເພື່ອຮັບປະກັນເຮັດໃຫ້ການເປີດສົກຮຽນໃໝ່ 2025-2026 ນີ້ ສາມາດແກ້ໄຂບັນດາບັນຫາທີ່ພໍ່ແມ່ຜູ້ປົກຄອງ-ສັງຄົມ ເປັນຫ່ວງເປັນໄຍ ໃຫ້ໄດ້ຮັບການປັບປຸງ, ແກ້ໄຂໃຫ້ດີຂຶ້ນ, ສ້າງບັນຍາກາດທີ່ເບີກບານ, ມ່ວນຊື່ນ ໃຫ້ນັກຮຽນ, ນັກສຶກສາ ໄດ້ກັບຄືນສູ່ໂຮງຮຽນດ້ວຍຄວາມຫ້າວຫັນ ແລະ ພ້ອມພຽງກັນໃນຂອບເຂດທົ່ວປະເທດ.
ກອງປະຊຸມໃນຄັ້ງນີ້, ໄດ້ດຳເນີນໄປເປັນເວລາ 2 ວັນ ແຕ່ວັນທີ 11-12 ສິງຫາ 2025.
ຂ່າວໂດຍ: ບົວລະພາ ອິນສີມະນີ
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ




♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ