ກໍາມະບານ ສສກ ແຂ່ງຂັນກິລາບານເຕະມິດຕະພາບ ຄັ້ງທີ X ອົງຄະນະພັກ ສສກ ຢ່າງຟົດຟື້ນ

 519904845_1324461043015034_6036225103850036819_n.jpg

            ສະຫະພັນກໍາມະບານກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ຈັດກິດຈະກໍາແຂ່ງຂັນກິລາບານເຕະມິດຕະພາບ ເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງ ສສກ ຊຶ່ງກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 8 ສິງຫາ 2025 ທີ່ວິທະຍາໄລດັ່ງກ່າວ (ຫຼັກ 16) ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ແສງສະເດັນ ບຸນລາວົງ ປະທານສະຫພັນກໍາມະບານກະຊວງ, ທັງເປັນຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນຍາລິດ ຂັນທະຈັກ ເລຂາໜ່ວຍພັກຮາກຖານ, ຜູ້ອໍານວຍການວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ, ມີບັນດາປະທານ, ຮອງປະທານ, ຄະນະບລິຫານງານ ແລະ ສະມາຊິກກໍາມະບານຮາກຖານຂອງບັນດາກົມ, ຫ້ອງການ, ມະຫາວິທະຍາໄລ, ສະຖາບັນ, ສູນ ແລະ ວິທະຍາໄລ ອ້ອມຂ້າງກະຊວງ ສສກ ເຂົ້າຮ່ວມ.
ໂອກາດນີ້, ທ່ານປະທານສະຫະພັນກໍາມະບານກະຊວງ ສສກ ກ່າວວ່າ: ກິດຈະກໍາແຂ່ງຂັນກິລາບານເຕະມິດຕະພາບຄັ້ງນີ້ ຈັດຂຶ້ນ ກໍເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງ ສສກ ທີ່ຈະໄຂຂຶ້ນໃນເດືອນກັນຍານີ້ ໃຫ້ມີບັນຍາກາດທີ່ຟົດຟື້ນ, ມີຄວາມໝາຍຄວາມສໍາຄັນຢ່າງເລິກເຊິ່ງທາງດ້ານເນື້ອໃນ ແລະ ຮູບການ. ນອກນັ້ນ ຍັງເປັນການຮັດແໜ້ນຄວາມສາມັກຄີຮັກແພງກັນລະຫວ່າງ ຄະນະບໍລິຫານງານ, ສະມາຊິກກໍາມະບານອ້ອມຂ້າງກະຊວງ ສສກ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ ໂດຍຖືເປັນໂອກາດທີ່ສໍາຄັນທີ່ໄດ້ມາພົບປະ, ສັງສັນ ແລະ ແລກປ່ຽນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະ ແຜນການໃນອະນາຄົດ ເວົ້າລວມເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວວາງອອກ ຄື: ເປັນເຈົ້າການຝຶກຝົນຫຼໍ່ຫຼອມທາງການເມືອງ-ແນວຄິດ; ເປັນເຈົ້າການປະຕິບັດກົດໝາຍ ແລະ ລະບຽບການຂອງລັດ; ເປັນເຈົ້າການພັດທະນາຕົນເອງ ແລະ ການຈັດຕັ້ງ; ເປັນເຈົ້າການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ແລະ ເປັນເຈົ້າການປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງປະດິດສ້າງ.
ພາບ-ຂ່າວໂດຍ ສົງການ ພັນແພງດີ
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກປະກາດຮັບສະໝັກຕຳແໜ່ງງານພະນັກງານບັນຊີໂຄງການ " National Consultant for Position of Accountant TA" ເອກະສານຄັດຕິດ




♦  ປະກາດເຊີນສະໜອງລົດກະບະ ຈຳນວນ 2 ຄັນ ແລະ ລົດ SUV ຈໍານວນ 1 ຄັນ ໃຫ້ຫ້ອງການປະສານງານສາກົນເພື່ອການສຶກສາ, ກົມແຜນການ ແລະ ການເງິນ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິ ການ ແລະ ກິລາ (Credit No. 6854 - LA); (1 ສະບັບ) ⇒ ເອກກະສານຄັດຕິດ