ເປີດກອງປະຊຸມຜູ້ບໍລິຫານການສຶກສາຊັ້ນສູງທົ່ວປະເທດ ປະຈຳປີ 2025

ກອງປະຊຸມຜູ້ບໍລິຫານການສຶກສາຊັ້ນສູງ ທົ່ວປະເທດ ປະຈຳປີ 2025 ໄດ້ເປີດຂຶ້ນເມື່ອວັນທີ 18 ມີນາ 2026 ທີ່ຫ້ອງປະຊຸມໃຫຍ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ອະດີດການນໍາຂັ້ນສູງຂອງກະຊວງສຶກສາທິການ ແລະ ກິລາ, ຫົວໜ້າກົມ, ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລ ສະຫວັນນະເຂດ, ມະຫາວິທະຍາໄລ ຈຳປາສັກ ພ້ອມດ້ວຍຜູ້ຕາງໜ້າຈາກກົມອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວມີຄຳເຫັນເປີດກອງປະຊຸມບາງຕອນວ່າ: ການຈັດກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ເພື່ອທົບທວນຄືນວຽກງານການສຶກສາຊັ້ນສູງ ປີ 2025 ແລະ ທິດທາງແຜນການໃນປີ 2026 ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບວຽກງານການສຶກສາຊັ້ນສູງທຸກຂັ້ນຈົ່ງພ້ອມກັນປັບປຸງວຽກງານໃຫ້ບັນລຸໄດ້ມາດຕະຖານຂອງຊາດ ແລະ ສາກົນ, ປັບປຸງມາດຕະຖານການແກ້ໄຂບັນຫາພື້ນຖານໂຄງລ່າງຕ່າງໆ, ໃຫ້ມີການແລກປ່ຽນກັບຕ່າງປະເທດຫຼາຍຂຶ້ນ, ຮີບຮ້ອນປັບປຸງແບບແຜນວິທີເຮັດວຽກໃຫ້ເປັນລະບົບແບບມີຕົວຊີ້ວັດ, ປັບປຸງຫຼັກສູດ ແລະ ສ້າງຫຼັກສູດໃໝ່ ໂດຍການສຸມໃສ່ຫຼັກສູດທີ່ພັກ-ລັດ ມີຄວາມຕ້ອງການໃນປັດຈຸບັນ ແລະ ສາມາດດຶງດູດນັກຮຽນໃຫ້ຫຼາຍຂຶ້ນ, ປັບປຸງສິ່ງແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຮຽນການສອນ ເພື່ອໃຫ້ດຶງດູດຜູ້ຮຽນ ແລະ ຜູ້ສອນ ພ້ອມທັງສຸມໃສ່ ໃຫ້ມີການຫັນປ່ຽນ ໂດຍສະເພາະລະບົບການສຶກສາ ແລະ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດວຽກງານໃນຂະແໜງການສຶກສາ ໂດຍສະເພາະວຽກງານການສຶກສາຊັ້ນສູງໃຫ້ມີຄວາມກ້າວໜ້າຂຶ້ນເປັນກ້າວໆ ໂດຍສະເພາະການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 12 ຂອງພັກ ແລະ ຄັ້ງທີ 10 ຂອງກະຊວງສຶກສາທິການ ແລະ ກິລາ ແນໃສ່ສ້າງວຽກງານໃນຂະແໜງການສຶກສາຂອງພວກເຮົາໃຫ້ພົ້ນເດັ່ນ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນເທື່ອລະກ້າວ.
ສຳລັບກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນພັດທະນາວຽກງານການສຶກສາຊັ້ນສູງ ປະຈຳປີ 2025 ແຜນຈຸດສຸມ 2026 ແລະ ຄາດໝາຍ 2030; ຜົນການຈັດຕັ້ງປະຕິບັດການຜັນຂະຫຍາຍ ມະຕິກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ປະຈຳສົກຮຽນ 2024-2025 ສະບັບເລກທີ 1597/ສສກ, ລົງວັນທີ 21 ສິງຫາ 2025; ການຈັດຕັ້ງປະຕິບັດມິຕິກອງປະຊຸມຜູ້ບໍລິຫານ ການສຶກສາຊັ້ນສູງ ທົ່ວປະເທດ ປະຈຳປີ 2024; ຜົນສໍາເລັດ ບົດຮຽນທີ່ຖອດຖອນໄດ້ ແລະ ສະເໜີທິດທາງແຜນການ 2026-2030 ໃນວຽກງານການຄົ້ນຄວ້າວິທະຍາສາດ ນະວັດຕະກຳ ໃນມະຫາວິທະຍາໄລສຸພານຸວົງ; ບົດຮຽນທີ່ຖອດຖອນໄດ້ ແລະ ສະເໜີທິດທາງແຜນການ 2026-2030 ໃນວຽກງານການຈັດຕັ້ງປະຕິບັດວຽກງານການປະກັນຄຸນນະພາບ ໃນ ມະຫາວິທະຍາໄລແຫ່ງຊາດ; ຜົນສໍາເລັດປີ 2025 ແຜນຈຸດສຸມ 2026 ແລະ ຄາດໝາຍ 2030 ຂອງການພັດທະນາການສຶກສາ ແລະ ການຄົ້ນຄວ້າວິທະຍາສາດ ມະຫາວິທະຍາໄລ ສະຫວັນນະເຂດ; ຜົນສໍາເລັດປີ 2025 ແຜນຈຸດສຸມ 2026 ແລະ ຄາດໝາຍ 2030 ຂອງການພັດທະນາການສຶກສາ ແລະ ການຄົ້ນຄວ້າວິທະຍາສາດ ມະຫາວິທະຍາໄລ ຈຳປາສັກ ແລະ ລາຍງານຜົນສໍາເລັດບົດຮຽນທີ່ຖອດຖອນໄດ້ ແລະ ສະເໜີທິດທາງແຜນການໃນຕໍ່ໜ້າ ໃນການປະກັນຄຸນນະພາບການສຶກສາຊັ້ນສູງ.
ພາບ-ຂ່າວ: ບົວລະພາ


