Featured

ອົງຄະນະພັກ ສສກ ລະນຶກເຖິງວັນສ້າງຕັ້ງພັກ ຄົບຮອບ 71 ປີ ພ້ອມເຜີຍແຜ່ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

 653911216_122118801021228259_8316330602697095905_n.jpg

ອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ແລະ ເຜີຍແຜ່ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເມື່ອວັນທີ 19 ມີນາ 2026 ທີ່ຫ້ອງປະຊຸມໃຫຍ່ ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກກະຊວງ, ເລຂາຄະນະພັກມະຫາວິທະຍາໄລແຫ່ງຊາດ, ເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານທີ່ຂຶ້ນກັບອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ທັງໝົດ 350 ສະຫາຍ.
ໃນໂອກາດດັ່ງກ່າວ, ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວເປີດກອງປະຊຸມ ພ້ອມມີຄໍເຫັນ ວ່າ: ການຈັດຕັ້ງປາຖະກະຖາ ແລະ ເຊື່ອມຊຶມໃນຄັ້ງນີ້ ແມ່ນມີຄວາມສຳຄັນຫຼາຍຕໍ່ວຽກງານການເມືອງແນວຄິດ ເພື່ອເປັນການຫວນຄືນມູນເຊື້ອອັນອົງອາດກ້າຫານ ແລະ ຜົນງານການປະຕິວັດອັນໃຫຍ່ຫຼວງຕະຫຼອດໄລຍະ 71 ປີ ພາຍໃຕ້ການນໍາພາຂອງພັກຜ່ານມາ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃຫ້ມີຜົນສຳເລັດໄລຍະໜຶ່ງສະໄໝຜ່ານມາ ເພື່ອສ້າງໃຫ້ສະມາຊິກພັກ-ພະນັກງານ ມີນໍ້າໃຈຮັກຊາດ, ຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອກະພາບ ໃນການເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ໃຫ້ເຂົ້າສູ່ລວງເລິກ; ຍົກສູງຫຼັກໝັ້ນການເມືອງ, ມີນໍ້າໃຈເສຍສະຫຼະ, ມີຄວາມເດັດດຽວໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ, ຕີຖອຍລັດທິຄໍາພີຕາຍຕົວ, ອາດຍາສິດ ແລະ ສ້າງຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ.
ໂອກາດດຽວກັນນັ້ນ, ສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຍັງໄດ້ເຜີຍແຜ່ເອກະສານວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ໃນຂະບວນວິວັດແຫ່ງການກຳເນີດຂອງພັກປະຊາຊົນລາວ, 70 ປີແຫ່ງການຊີ້ນໍາ-ນໍາພາຂອງພັກ ປະຊາຊົນລາວ ແຕ່ປີ 1955-1975 ແລະ ປີ 1975-1985, ການນໍາພາພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການ ແຕ່ປີ 1986 ຫາປັດຈຸບັນ, ການເສີມຂະຫຍາຍມູນເຊື້ອທາດແທ້ຂອງພັກ ປະຊາຊົນປະຕິວັດລາວ; ບົດລາຍງານການເມືອງ ຄັ້ງທີ XII ຂອງພັກ ແລະ ໂຄງການການເມືອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ.
ສຳລັບພິທີປາຖະກະຖາໃນຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານສໍາມະນາກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄື: ລາຍງານຫຍໍ້ກ່ຽວກັບການຈັດຕັ້ງ ປະຕິບັດວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2025 ແລະ ລາຍງານການຈັດຕັ້ງປະຕິບັດວຽກງານກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030).
653825116_122118801123228259_3591988855435477672_n.jpg
ພາບ-ຂ່າວໂດຍ: ບົວລະພາ
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດຮັບສະໝັກທີ່ປຶກສາດ້ານກວດສອບອິດສະຫຼະ (Independent Verification Agent) ເພື່ອດໍາເນີນການກວດ ສອບຜົນການຈັດຕັ້ງປະຕິບັດກິດຈະກຳທີ່ນໍາໃຊ້ງົບປະມານພາກມີເງື່ອນໄຂ (Performance-Based Conditions PBC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ:ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III-LEAP), (Credit No. 6854 - LA) ຢູ່ໃນເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ເລີ່ມແຕ່ວັນທີ 25 ມີນາ 2026 – 10 ເມສາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈສາມາດຕິດຕໍ່ ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ