Featured

ສສກ-ສໍານັກພິມສຶກສາຫວຽດນາມ ປຶກສາຫາລືການຮ່ວມມືດ້ານວຽກງານການພິມ

 650353306_122117181687228259_189394709538380689_n.jpg

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ສໍານັກພິມສຶກສາຫວຽດນາມ ປຶກສາຫາລືການຮ່ວມມືດ້ານວຽກງານການພິມ ເພື່ອຮັດແໜ້ນສາຍພົວພັນການຮ່ວມມືລະຫວ່າງສອງຝ່າຍໃຫ້ແໜ້ນແຟ້ນ ພ້ອມທັງເສີມຂະຫຍາຍວຽກງານດັ່ງກ່າວໃຫ້ນັບມື້ດີຂຶ້ນ.
ເມື່ອວັນທີ 10 ມີນາ 2026 ທີ່ສໍານັກກະຊວງສຶກສາທິການ ແລະ ກິລາ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງທ່ານ ຟາມວັນຖັງ ປະທານສະພາບໍລິຫານ ສໍານັກພິມສຶກສາຫວຽດນາມ ພ້ອມດ້ວຍຄະນະ, ມີວ່າການຜູ້ອໍານວຍການສໍານັກພິມສຶກສາ ແລະ ກິລາ, ຄະນະລັດວິສະຫະກິດ ໂຮງພິມສຶກສາ ແລະ ລັດວິສະຫະກິດ ອຸປະກອນການສຶກສາ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.
ໃນການພົບປະຄັ້ງນີ້, ແມ່ນເພື່ອລາຍງານກ່ຽວກັບການມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ເປັນຕົ້ນແມ່ນ ເຂົ້າຮ່ວມງານມະຫະກໍາ ເທດສະການປຶ້ມ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ; ພົບປະກັບ ສໍານັກພິມສຶກສາ ແລະ ກິລາ, ລັດວິສະຫະກິດ ໂຮງພິມສຶກສາ ແລະ ລັດວິສະຫະກິດ ອຸປະກອນການສຶກສາ ເພື່ອແລກປ່ຽນປະສົບການ, ທົບທວນຜົນການຮ່ວມມືໃນ ໄລຍະຜ່ານມາ ແລະ ພ້ອມກັນກຳນົດທິດທາງການຮ່ວມມືໃນໄລຍະຕໍ່ໜ້າ ໃນວຽກງານການພິມ, ການຈັດພິມປຶ້ມ ແບບຮຽນ, ການພັດທະນາສື່ການສຶກສາ ແລະ ອຸປະກອນການສຶກສາ ໃຫ້ມີຄຸນນະພາບ ແລະ ທັນສະໄໝ. ສຳລັບໄລຍະຜ່ານມາ ການຮ່ວມມືລະຫວ່າງ ສຳນັກພິມສຶກສາ ສສ ຫວຽດນາມ ແລະ ພາກສ່ວນການພິມ ແລະ ການພິມຈັດຈຳໜ່າຍຂອງ ສປປ ລາວ ໄດ້ຮັບການດໍາເນີນຢ່າງໃກ້ຊິດ ແລະ ມີຜົນສຳເລັດຫຼາຍດ້ານ ຊຶ່ງໄດ້ປະກອບສ່ວນສໍາຄັນ ໃນການຍົກລະດັບວຽກງານການພິມປຶ້ມແບບຮຽນ ແລະ ການຜະລິດສື່ການສຶກສາ ເພື່ອຮັບໃຊ້ ການສຶກສາຂອງຊາດ.
ພາບ-ຂ່າວ: ບົວລະພາ
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ກະຊວງສຶກສາທິການ ແລະ ກິລາ ມີຄວາມຕ້ອງການຮັບສະໝັກທີ່ປຶກສາແຫ່ງຊາດ (National Consultants) ຈຳນວນ 3 ຕຳແໜ່ງ ເພື່ອເຂົ້າຮ່ວມປະຕິບັດງານໃນ ໂຄງການ IFWP-E&H ດັ່ງມີລາຍລະອຽດລຸ່ມນີ້:.

1. ຕຳແໜ່ງ : ທີ່ປຶກສາດ້ານການບໍລິຫານໂຄງການ "Project Administrative TA" ລາຍລະອຽດຕິດຄັດມາພ້ອມນີ: ເອກະສານຄັດຕິດ

2. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານການຕິດຕາມ ແລະ ປະເມີນຜົນ " Monitoring and Evaluation Specialist TA": ເອກະສານຄັດຕິດ

3. ຕຳແໜ່ງ : ຜູ້ຊ່ຽວຊານ/ທີ່ປຶກສາ ດ້ານສິ່ງແວດລ້ອມ ແລະ ສັງຄົມ " Environmental and Social Specialist TA " : ເອກະສານຄັດຕິດ 

     ໄລຍະເວລາຮັບສະໝັກ: ກຳນົດເວລາສົ່ງ CV ແລະ ຈົດໝາຍສະແດງຄວາມສົນໃຈ (Expression of Interest): ຕັ້ງແຕ່ວັນທີ 5 ຫາ 19 ຕຸລາ 2026




♦ ກະຊວງສຶກສາທິການ ແລະ ກິລາ, ກົມແຜນການ ແລະ ການເງິນ, ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ GPE III-LEAP ຂໍເຊີນໂຮງພິມຂອງທ່ານເຂົ້າຍື່ນຊອງສົມທຽບລາຄາສະໜອງການຈັດພິມປຶ້ມ ຈໍານວນ 03 ລາຍການ, ໄລຍະເວລາໃນການສົ່ງມອບເຖິງສະຖານທີ ແມ່ນ 45 ວັນ (ພາຍຫຼັງເຊັນສັນຍາ). ດັ່ງລາຍລະອຽດໄດ້ຄັດຕິດເອກະສານ ປະກາດມາພ້ອມນີ້ (1 ສະບັບ) ⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.