Featured

ສສກ-ອົດສະຕຣາລີ ເພີ່ມທະວີການຮ່ວມມື ກຳນົດຍຸດທະສາດການສອນ ເພື່ອປັບປຸງການມີສ່ວນຮ່ວມໃນຫ້ອງຮຽນ ແລະ ການຮຽນຮູ້ຂອງນັກຮຽນ

 

       ໃນເດືອນກຸມພາ 2026 ຜ່ານມາ ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນການສຶກສາຂັ້ນຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໄດ້ເລີ່ມຕົ້ນການຄົ້ນຄວ້າວິໄຈ ປີທີສາມ ເພື່ອລະບຸການປະຕິບັດທີ່ເສີມສ້າງຄວາມຮູ້ສຶກຜູກພັນຂອງນັກຮຽນກັບໂຮງຮຽນ, ການມີສ່ວນຮ່ວມ ແລະ ການຮຽນຮູ້ຂອງນັກຮຽນຜ່ານ ການສຶກສາຄົ້ນຄວ້າການຮຽນການສອນແບບຮຽນຮ່ວມ.
         ເລີ່ມຕົ້ນໃນປີ 2024, ການສຶກສາຄົ້ນຄວ້າໄລຍະຍາວເປັນເວລາສາມປີນີ້ ໄດ້ຈັດຕັ້ງໃນ 30 ເມືອງເປົ້າໝາຍຢູ່ໃນ 7ແຂວງຄື: ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ສະຫວັນນະເຂດ. ການສຶກສາຄົ້ນຄວ້ານີ້ ລວມມີ: ການເກັບກຳຂໍ້ມູນກໍລະນີສຶກສາດ້ານຄຸນນະພາບ ທຸກປີ ໃນ 21 ໂຮງຮຽນດ້ວຍການປະເມີນທັກສະພາສາລາວນັກຮຽນຊັ້ນປະຖົມ (EGLA) ໃນ 120 ໂຮງຮຽນ. ການສຶກສາຄົ້ນຄວ້າໄດ້ຕິດຕາມການປ່ຽນແປງການປະຕິບັດໃນຫ້ອງຮຽນ, ວັດທະນະທຳ ແລະ ສະພາບແວດລ້ອມທາງກາຍະພາບ, ການມີສ່ວນຮ່ວມຂອງພໍ່ແມ່ ແລະ ຊຸມຊົນ, ແລະ ຜົນການຮຽນຂອງນັກຮຽນ.
         ທ່ານ ເພັດມະນີ ສີລັດມີນາ, ຮອງຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: “ກົມສ້າງຄູໄດ້ນຳພາການຄັດເລືອກໂຮງຮຽນ ແລະ ການອອກແບບກິດຈະກຳການສຶກສາຄົ້ນຄວ້າພາກສະໜາມ ເພື່ອຮັບປະກັນດ້ານຫຼັກຖານທີ່ສາມາດປຽບທຽບໄດ້ ແລະ ການສັງເກດການແຕ່ລະໄລຍະ. ການສຶກສານີ້ ໄດ້ຕິດຕາມຄວາມຄືບໜ້າຂອງນັກຮຽນໃນແຕ່ລະປີ ຍ້ອນວ່າຄູຂອງເຂົາເຈົ້າໄດ້ເຂົ້າຮ່ວມໃນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງເປັນປະຈຳ. ສິ່ງນີ້ ຈະຊ່ວຍໃຫ້ຄູລະບຸໄດ້ວ່າ ວິທີການສອນໃດທີ່ດຶງດູດນັກຮຽນທຸກຄົນໃນການຮຽນຢ່າງມີປະສິດທິພາບ, ໂດຍສະເພາະ ນັກຮຽນທີ່ຕ້ອງການການສະ ໜັບສະໜູນເປັນພິເສດ ເພື່ອແກ້ໄຂສິ່ງທ້າທາຍດ້ານພາສາ, ການເຂົ້າຮຽນບໍ່ສະໝໍ່າສະເໝີ ແລະ ຄວາມພິການ. ຂໍ້ພົບເຫັນໃນປີທີສາມ ຈະເນັ້ນໃຫ້ເຫັນວິທີການປະຕິບັດຕົວຈິງທີ່ເຮັດໃຫ້ເດັກທຸກຄົນສາມາດມີສ່ວນຮ່ວມໃນການຮຽນ, ຮູ້ສຶກຜູກພັນກັບໂຮງຮຽນ ແລະ ຮຽນໄດ້ດີ.”
         ທ່ານ ໄມໂຄ ຄາຣີ, ເລຂາເອກ ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: “ໂດຍຮັບຮູ້ເຖິງຄວາມສຳຄັນທີ່ກະຊວງສຶກສາທິການ ແລະ ກິລາ ຕໍ່ການສົ່ງເສີມການສຶກສາຮຽນຮ່ວມ, ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ຮ່ວມມືກັບ ສສກ ໃນການສຶກສາຄົ້ນຄວ້າໄລຍະຍາວນີ້. ປີທີສາມແມ່ນຂັ້ນຕອນທີ່ສຳຄັນສຳລັບການລວມການຮຽນຮູ້ກ່ຽວກັບວິທີທີ່ທັດສະນະຄະຕິ ແລະ ພຶດຕິກຳຂອງນັກຮຽນໄດ້ປ່ຽນແປງນັບຕັ້ງແຕ່ປີທຳອິດ ແລະ ເຂົ້າໃຈວ່າ ການປ່ຽນແປງເຫຼົ່ານັ້ນສົ່ງຜົນຕໍ່ຄວາມຮູ້ສຶກຜູກພັນຂອງນັກຮຽນໃນໂຮງຮຽນ ແລະ ຜົນການຮຽນ. ການສຶກສາຈະກຳນົດວິທີການປະຕິບັດໃນຫ້ອງຮຽນ ແລະ ກົນໄກການສະໜັບສະໜູນຂອງໂຮງຮຽນ ທີ່ຊ່ວຍໃຫ້ເດັກ ຜູ້ທີ່ບໍ່ເວົ້າພາສາລາວ ເປັນພາສາຫຼັກຢູ່ເຮືອນ, ຜູ້ທີ່ມີຄວາມພິການ ຫຼື ບໍ່ສາມາດເຂົ້າຮຽນເປັນປະຈຳ, ໃຫ້ສາມາດເຂົ້າຮ່ວມ ແລະ ເຕີບໃຫຍ່ໃນໂຮງຮຽນໄດ້.”
        ໃນເດືອນກຸມພາ ແລະ ມີນາ 2026 ນີ້ ທີມງານນັກເກັບກຳຂໍ້ມູນ 21 ທ່ານ ຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ວິທະຍາໄລຄູ (ວຄ), ພ້ອມດ້ວຍພະນັກງານ 33 ທ່ານ ຈາກພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ), ຈະເດີນທາງໄປໂຮງຮຽນປະຖົມເພື່ອເກັບກຳຂໍ້ມູນດ້ານຄຸນນະພາບ. ວຽກພາກສະໜາມໃນປີທີສາມ ແມ່ນປະຕິບັດຕາມກຸ່ມນັກຮຽນ ແລະ ວິທີການດຽວກັນກັບທີ່ໃຊ້ໃນປີຜ່ານມາ, ລວມເຖິງ ການສຳພາດຜູ້ອຳນວຍການ, ຄູ, ຜູ້ເຮັດວຽກສຶກສານິເທດພາຍໃນ (IPS), ນັກຮຽນ, ຜູ້ປົກຄອງ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ (VEDC). ທີມງານຍັງຈະສັງເກດການຫ້ອງຮຽນຂັ້ນ ປ.1 ຫາ ປ.3, ແລ້ວ ບັນທຶກລາຍລະອຽດກ່ຽວກັບສະພາບແວດລ້ອມ ແລະ ພື້ນຖານໂຄງລ່າງຂອງໂຮງຮຽນ.
        ຫຼັງຈາກຂັ້ນຕອນການເກັບກຳຂໍ້ມູນດ້ານຄຸນນະພາບ, ນັກເກັບກຳຂໍ້ມູນ ທີ່ໄດ້ຮັບການຝຶກອົບຮົມຈະດຳເນີນການທົດສອບທັກສະພາສາລາວຂອງນັກຮຽນຂັ້ນປະຖົມ ໃນ 120 ໂຮງຮຽນທີ່ມີນັກຮຽນຂັ້ນ ປ.1 ແລະ ປ.3. ນັກຮຽນຂັ້ນ ປ.3 ແມ່ນກຸ່ມດຽວກັນທີ່ໄດ້ເຂົ້າຮ່ວມໃນການສຶກສາຄົ້ນຄວ້າ ນັບແຕ່ພວກເຂົາເລີ່ມຮຽນໃນປີ 2024. ນັກຮຽນຂັ້ນ ປ.1 ແມ່ນກຸ່ມໃໝ່ທີ່ເຂົ້າຮ່ວມການສຶກສາຄົ້ນຄວ້າ ເພື່ອໃຫ້ສາມາດປຽບທຽບຜົນໄດ້ຮັບຂອງການຮຽນຮູ້ຂອງເຂົາເຈົ້າ ກັບນັກຮຽນທີ່ເລີ່ມຮຽນໃນເວລາທີ່ການສຶກສາຄົ້ນຄວ້າໄດ້ເລີ່ມຕົ້ນຄັ້ງທຳອິດ.
        ທ່ານ ເພັດມະນີ ສີລັດມີນາ ໄດ້ອະທິບາຍຕື່ມວ່າ: “ເມື່ອວຽກງານພາກສະໜາມສຳເລັດ ແລະ ຂໍ້ມູນໄດ້ຮັບການວິເຄາະແລ້ວ, ພວກເຮົາຄາດວ່າຈະສາມາດລະບຸວິທີການຮຽນແບບປະຕິບັດໄດ້ໃນຫ້ອງຮຽນ ເຊິ່ງຈະຊ່ວຍລຸດອຸປະສັກຕໍ່ການມີສ່ວນຮ່ວມ ແລະ ການຮຽນຮູ້ ແລະ ນຳໃຊ້ຄວາມເຂົ້າໃຈເຫຼົ່ານັ້ນ ເພື່ອສົ່ງເສີມການສະໜັບສະໜູນຄູ. ຂໍ້ພົບເຫັນພົບເຫຼົ່ານີ້ ຈະເປັນຂໍ້ມູນໃຫ້ແກ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແລະ ຍຸດທະສາດໃນຂັ້ນໂຮງຮຽນ ທີ່ສົ່ງເສີມຄວາມຮູ້ສຶກຜູ້ພັນກັບໂຮງຮຽນ ແລະ ຜົນການຮຽນທີ່ດີຂຶ້ນ ສຳລັບເດັກທຸກຄົນ, ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໃນການສົ່ງເສີມການສຶກສາຮຽນຮ່ວມ.”
ທ່ານ ໄມໂຄ ຄາຣີ ໄດ້ກ່າວຕື່ມວ່າ: “ພວກເຮົາຫວັງວ່າຈະໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ເພື່ອປ່ຽນຜົນການສຶກສາຄົ້ນຄວ້າ ໃຫ້ກາຍເປັນແຫຼ່ງຂໍ້ມູນ ແລະ ນະໂຍບາຍທີ່ເປັນປະໂຫຍດ ທີ່ສະໜັບສະໜູນນັກຮຽນຜູ້ທີ່ດ້ອຍໂອກາດ. ຫຼັກຖານດັ່ງກ່າວ ຈະເປັນທິດທາງໃນການປັບປຸງການປະຕິບັດວຽກງານການສຶກສາ ເພື່ອໃຫ້ນັກຮຽນທຸກຄົນໄດ້ຮັບການສະໜັບສະໜູນທີ່ເຂົາເຈົ້າຕ້ອງການ ເພື່ອປະສົບຜົນສຳເລັດໃນໂຮງຮຽນ ແລະ ໃນຊີວິດ. ລັດຖະບານອົດສະຕຣາລີ ຍັງຄົງມຸ່ງໝັ້ນທີ່ຈະສົ່ງເສີມການຮ່ວມມືນີ້ ແລະ ພັດທະນາວິທີການສອນທີ່ສົ່ງເສີມການຮຽນຮ່ວມສຳລັບເດັກທຸກຄົນ.”
         ແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍ ລັດຖະບານລາວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຮາລີ ແລະ ລັດຖະບານສະຫະລັດອາເມລິກາ. ແຜນງານແມ່ນມີເປົ້າໝາຍສົ່ງເສີມຜົນການຮຽນຂອງນັກຮຽນຜູ້ໜຸ່ມນ້ອຍໃນປະເທດ, ໂດຍສະເພາະແມ່ນ ເດັກທີ່ດ້ອຍໂອກາດ. ແຜນງານບີຄວາຍັງສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການສຶກສາຮຽນຮ່ວມໃນທຸກໆກິດຈະກຳ.
645625353_1360948619406377_1581849873092555214_n.jpg645631169_1360948706073035_5526924550123712958_n.jpg646368918_1360948676073038_7109172644232191144_n.jpg647035726_1360948582739714_266377191065141636_n.jpg
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດເຊີນເຂົ້າຮ່ວມການປະມູນການຈັດຊື້ ອຸປະກອນປຸງແຕ່ງອາຫານ ແລະ ອຸປະກອນຮັບໃຊ້ການກິນ ອາຫານໃຫ້ໂຮງຮຽນເປົ້າໝາຍ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ, ກົມສາມັນສຶກສາ ຈໍານວນ 10 ລາຍ ການສະໜອງໃຫ້ 447 ໂຮງຮຽນ ໃນ 13 ເມືອງ 6 ແຂວງ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການ ສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA); ພາຍໃນວັນທີ 8 ກັນຍາ - 9 ຕຸລາ 2025 ລາຍລະອຽດໄດ້ຄັດຕິດເອກະສານມາພ້ອມນີ້  (1 ສະບັບ)⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 

e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.