Featured

ຍາມໃດລັດຖະບານ ກໍຖືເອົາວຽກງານການສຶກສາໄປກ່ອນ ວຽກງານອື່ນບາດກ້າວໜຶ່ງ

 649184272_122116434927228259_8891031147441839269_n.jpg

      ລັດຖະບານຍາມໃດກໍຖືວຽກງານການສຶກສາ ເປັນວຽກງານໜຶ່ງທີ່ສໍາຄັນ, ເອົາການສຶກສາໄປກ່ອນວຽກງານອື່ນບາດກ້າວໜຶ່ງ, ເອົາຄົນເປັນເປົ້າໝາຍ ແລະ ເປັນໃຈກາງ ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ການສຶກສາເປັນການພັດທະນາຊັບພະຍາກອນມະນຸດ ສ້າງຄົນໃຫ້ມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດ ເພື່ອກາຍເປັນກໍາລັງແຮງງານທີ່ມີຄຸນນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດໃນໄລຍະໃໝ່.
      ທ່ານ ນາງ ສຸກຂະເສີດ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຄໍາມ່ວນ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ໃນສົກຮຽນຜ່ານມາ ຢູ່ແຂວງຄຳມ່ວນ ເຖິງວ່າຈະມີຄວາມຫຍຸ້ງຍາກຫລາຍຢ່າງ ທີ່ສົ່ງຜົນກະທົບໂດຍກົງ ຕໍ່ການປະຕິບັດວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ກໍຕາມ, ແຕ່ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໄດ້ສຸມທຸກເຫື່ອແຮງ, ສະຕິປັນຍາ ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ສາມາດຂັບເຄື່ອນ ປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ມີຜົນສໍາເລັດສໍາຄັນຫລາຍດ້ານ ແລະ ໄດ້ຮັບຜົນສໍາເລັດທີ່ພົ້ນເດັ່ນ ເປັນຕົ້ນ ໄດ້ຂະຫຍາຍການຈັດການຮຽນ-ການສອນສາຍສາມັນວິຊາຊີບ 9 ແຫ່ງຄື: ໂຮງຮຽນ ມ.ປ ທ່າແຂກ, ໂຮງຮຽນສາມັນມິດຕະພາບ ຄໍາມ່ວນ-ກວາງບິ່ງ, ໂຮງຮຽນກິນນອນຊົນເຜົ່າ, ມສ ນາໂດນ, ມສ ມ່ວງສຸມ, ມສ ດົງໃຕ້, ມສ ຫົວນາ, ມສ ດົງກະແສນ ແລະ ມສ ຂົວໂດນ. ພ້ອມນີ້, ໄດ້ຈັດຕັ້ງການຮຽນການສອນ ໃຫ້ນັກຮຽນຊັ້ນມັດທະຍົມສຶກສາ ມ.3, ມ.4, ມ.5 ແລະ ມ.6 ເຂົ້າຮຽນໃນຫລັກສູດສາມັນວິຊາຊີບ ໃນຮູບແບບພັກສິ້ນປີຮຽນໃນໄລຍະ 3 ເດືອນ ໃນຫລັກສູດຊັ້ນຕົ້ນ ລະດັບ C1 ທີ່ວິທະຍາໄລເຕັກນິກວິຊາຊີບ ແຂວງຄໍາມ່ວນ ຈໍານວນ 8 ສາຂາວິຊາຊີບຄື: ຊ່າງກໍ່-ໂບກ, ການປຸງແຕ່ງອາຫານ, ຕັດຫຍິບ, ສ້ອມແປງລົດຈັກ, ສ້ອມແປງໄຟຟ້າໃນອາຄານ, ສ້ອມແປງເຄື່ອງເຢັນ ແລະ ພື້ນຖານຄອມພິວເຕີ້. ນອກນັ້ນ, ຍັງໄດ້ເຂົ້າຮ່ວມມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບໃນຄັ້ງນີ້, ຊຶ່ງແຂວງຄໍາມ່ວນ ໄດ້ສົ່ງປະເພດກິລາເຂົ້າຮ່ວມ 29 ປະເພດກິລາ ໃນຈໍານວນ 35 ປະເພດກິລາ ທີ່ຈັດການແຂ່ງຂັນທັງໝົດ ແລະ ວາງຄາດໝາຍ 50 ຫລຽນຄໍາ. ການແຂ່ງຂັນໃນຄັ້ງນີ້ ສາມາດຍາດໄດ້ 56 ຫລຽນຄໍາ, 41 ຫລຽນເງິນ, 77 ຫລຽນທອງ ລວມທັງໝົດໄດ້ 174 ຫລຽນ, ເກີນຄາດໝາຍ 6 ຫລຽນຄໍາຈັດຢູ່ໃນອັນດັບ 3 ຂອງປະເທດ ແລະ ໄດ້ເຂົ້າຮ່ວມມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫລວງວຽງຈັນ ຊຶ່ງໄດ້ສົ່ງປະເພດກິລາເຂົ້າຮ່ວມ 4 ປະເພດກິລາໃນຈໍານວນ 9 ປະເພດກິລາ ທີ່ຈັດການແຂ່ງຂັນທັງໝົດ ແລະ ວາງຄາດໝາຍ 10 ຫລຽນຄໍາ, ຊຶ່ງສາມາດຍາດໄດ້ 16 ຫລຽນຄໍາ, 8 ຫລຽນເງິນ, 6 ຫລຽນທອງ ລວມທັງໝົດ 30 ຫລຽນ ຈັດຢູ່ອັນດັບທີ 4 ຂອງທົ່ວປະເທດ.
       ທ່ານ ນາງ ສຸກຂະເສີມ ສິດທິເດດ ກ່າວຕື່ມວ່າ: ໃນສົກຮຽນ 2024-2025 ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າ ໃນ 15 ຄາດໝາຍທີ່ກໍານົດໄວ້ໃນມະຕິສະພາມີ 9 ຄາດໝາຍທີ່ສາມາດບັນລຸໄດ້ ແລະ ມີ 6 ຄາດໝາຍທີ່ບໍ່ບັນລຸໄດ້ ໃນນັ້ນ, ຈໍານວນ 9 ຄາດໝາຍທີ່ບັນລຸໄດ້ປະກອບມີ: ອັດຕາເຂົ້າຮຽນໃໝ່ສຸດທິ ປ.1 ທຽບໃສ່ເດັກ 6 ປີ ປະຕິບັດໄດ້ 96.1% (ແຜນແມ່ນ 95.5%) ລື່ນຄາດໝາຍ 0.6%; ອັດຕາປະລະການຮຽນຂອງນັກຮຽນຂັ້ນ ປ.1 ປະຕິບັດໄດ້ 7.2% (ແຜນແມ່ນ 7.5%) ລື່ນຄາດໝາຍ 0.3%; ອັດຕາປະລະການຮຽນຊັ້ນປະຖົມສຶກສາ ປະຕິບັດໄດ້ 5% (ແຜນແມ່ນ 5%) ບັນລຸຄາດໝາຍ; ດັດສະນີຄວາມສະເໝີພາບຍິງ-ຊາຍ ອັດຕາເລື່ອນຊັ້ນ ປ.5 ຫາ ມ.1 (ທຽບໃສ່ນັກຮຽນຕົ້ນປີ ປ.5) ປະຕິບັດໄດ້ 1,03% (ແຜນແມ່ນ 0.97-1.03) ມີຄວາມສະເໝີພາບຍິງ-ຊາຍ; ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນໃຫ້ໄດ້ບໍາລຸງ ຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບປະຕິບັດໄດ້ 1,417 ຄົນ (ແຜນແມ່ນ 1,046 ຄົນ) ລື່ນຄາດໝາຍ 371 ຄົນ; ຄູຊັ້ນປະຖົມ ແລະ ມັດທະຍົມສຶກສາໄດ້ຮັບການຝຶກອົບຮົມ ປະຕິບັດໄດ້ 40.9% (ແຜນແມ່ນ 31%) ລື່ນຄາດໝາຍ 9.9%; ອັດຕາປະລະການຮຽນ ຊັ້ນປະຖົມສຶກສາ ປະຕິບັດໄດ້ 5% (ແຜນແມ່ນ 5%) ບັນລຸຄາດໝາຍ; ອັດຕາສ່ວນນັກຮຽນຈົບຊັ້ນມັດທະຍົມຕອນປາຍ ເຂົ້າຮຽນຕໍ່ລະດັບຕ່າງໆພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 54.4% (ແຜນແມ່ນ 54%) ລື່ນຄາດໝາຍ 0.4%; ສູ້ຊົນໃຫ້ນັກຮຽນທີ່ຈົບຊັ້ນມັດທະຍົມຕອນຕົ້ນ ໄດ້ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ປະຕິບັດໄດ້ 14.6% (ແຜນແມ່ນ 1.2%) ລື່ນຄາດໝາຍ 13.4%; ສົ່ງເສີມໃຫ້ມວນຊົນທຸກເພດ, ທຸກໄວ ໄດ້ເຂົ້າຮ່ວມການຫັດກາຍະບໍລິຫານ, ການອອກກໍາລັງກາຍ ແລະ ການຫລິ້ນກິລາເພື່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວ ຈັດກິດຈະກຳການແຂ່ງຂັນກິລາປະຈໍາປີ, ກິລາວັນບຸນປະເພນີ ແລະ ກິລາວັນບຸນສໍາຄັນຕ່າງໆຂອງຊາດ ແລະ ສາກົນ ປະຕິບັດໄດ້ 37.4% (ແຜນແມ່ນ 36%) ລື່ນຄາດໝາຍ 1.4%.
        ສ່ວນວ່າ 6 ຄາດໝາຍທີ່ບໍ່ສາມາດບັນລຸ ໄດ້ຕາມແຜນອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີໃນຊັ້ນການສຶກສາກ່ອນໄວຮຽນ ປະຕິບັດໄດ້ 79.3% (ແຜນແມ່ນ 89%) ຫລຸດຄາດໝາຍ 6.2%; ອັດຕາເຂົ້າຮຽນໃໝ່ລວມ ປ.5 ປະຕິບັດໄດ້ 93.8% (ແຜນແມ່ນ 97.5%) ຫລຸດຄາດໝາຍ 3.7%; ອັດຕາຈົບຊັ້ນປະຖົມ (ອັດຕາເລື່ອນຂັ້ນ-ຈົບຊັ້ນປະຖົມ) ປະຕິບັດໄດ້ 93.1% (ແຜນແມ່ນ 94%) ຫລຸດຄາດໝາຍ 0.9%; ອັດຕາການເລື່ອນຊັ້ນ ປ.5 ຂຶ້ນ ມ.1 (ທຽບໃສ່ນັກຮຽນຕົ້ນປີ) ປະຕິບັດໄດ້ 80.1% (ແຜນແມ່ນ 82%) ຫລຸດຄາດໝາຍ 1.9%; ອັດຕາເຂົ້າຮຽນໃໝ່ລວມ ມ.4 ປະຕິບັດໄດ້ 52.2% (ແຜນແມ່ນ 64%) ຫລຸດຄາດໝາຍ 11.8%; ອັດຕາປະລະການຮຽນຂອງນັກຮຽນ ຊັ້ນມັດທະຍົມຕອນຕົ້ນ ປະຕິບັດໄດ້ 15% (ແຜນແມ່ນ 12.9%) ຫລຸດຄາດໝາຍ 2.1%.
ຂ່າວ: ແດງສະຫວັດ ແສນພານິດ
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດເຊີນເຂົ້າຮ່ວມການປະມູນການຈັດຊື້ ອຸປະກອນປຸງແຕ່ງອາຫານ ແລະ ອຸປະກອນຮັບໃຊ້ການກິນ ອາຫານໃຫ້ໂຮງຮຽນເປົ້າໝາຍ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ, ກົມສາມັນສຶກສາ ຈໍານວນ 10 ລາຍ ການສະໜອງໃຫ້ 447 ໂຮງຮຽນ ໃນ 13 ເມືອງ 6 ແຂວງ ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການ ສຶກສາໄລຍະສາມ (GPE III-LEAP), ກະຊວງສຶກສາທິການ ແລະ ກິລາ (Credit No. 6854 - LA); ພາຍໃນວັນທີ 8 ກັນຍາ - 9 ຕຸລາ 2025 ລາຍລະອຽດໄດ້ຄັດຕິດເອກະສານມາພ້ອມນີ້  (1 ສະບັບ)⇒ ເອກກະສານຄັດຕິດ
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນ ໄດ້ທີ່: ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 

e-mail: This email address is being protected from spambots. You need JavaScript enabled to view it. cc This email address is being protected from spambots. You need JavaScript enabled to view it.