ປະກາດການຈັດຕັ້ງຄະນະບໍລິຫານງານສະຫະພັນກິລາໝາກລ້ອມແຫ່ງຊາດລາວ ຢ່າງເປັນທາງການ

 

ກະຊວງສຶກສາທິການ ແລ ກິລາ (ສສກ) ຈັດພິທີປະກາດກົງຈັກການຈັດຕັ້ງຄະນະບໍລິຫານງານສະຫະພັນກິລາໝາກລ້ອມແຫ່ງຊາດລາວ ຊຶ່ງເປັນກິລາພື້ນເມືອງຂອງສປ ຈີນ ຂຶ້ນຢ່າງເປັນທາງການ ໂດຍແຕ່ງຕັ້ງທ່ານ ປອ ອິນຕອງ ເລີດສິນໄຊ ອະດີດຄະນະບໍດີ ຄະນະວິທະຍາສາດການກິລາ-ກາຍຍະກຳ ມະຫາວິທະຍາໄລແຫ່ງຊາດ ເປັນປະທານສະຫະພັນ.
ພິທີປະກາດການສ້າງຕັ້ງສະຫະພັນກິລາໝາກລ້ອມແຫ່ງຊາດລາວ ຢ່າງເປັນທາງການ ມີຂຶ້ນໃນວັນທີ 21 ມີນາ 2026 ທີ່ສູນວັດທະນາທຳຈີນ ປະຈຳລາວ ບ້ານໂພນສະອາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ ຮອງປະທານ ແລະ ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ໂຫຼເວີ້ຍຈ້ຽນ ຫົວໜ້າສູນວັດທະນາທຳຈີນ ປະຈຳລາວ, ມີຄະນະບໍລິຫານງານ, ເລຂາທິການສະຫະພັນກິລາໝາກລ້ອມແຫ່ງຊາດ, ຜູ້ໃຫ້ການສະໜັບສະໜູນ, ແຂກຖືກເຊີນ, ນັກກິລາຈາກຈີນ, ມາເລເຊຍ, ໄທ, ຫວຽດນາມ, ບຣູໄນ, ສິງກະໂປ, ອິນໂດເນເຊຍ ແລະ ລາວ ພ້ອມສື່ມວນຊົນ ເຂົ້າຮ່ວມ.
ໃນພິທີ, ກໍໄດ້ມີການຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງ ສສກ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານສະຫະພັນກິລາໝາກລ້ອມແຫ່ງຊາດລາວ ສົກປີ 2025-2028 ຊຶ່ງປະກອບມີ ຄະນະປະທານທີ່ປຶກສາ 2 ທ່ານ ຄື ທ່ານ ກຽດຕິສັກ ວົງຖາວອນ ປະທານກຸ່ມບໍລິສັດຄັງຊັບການຄ້າ ແລະ ການລົງທຶນ ຈຳກັດຜູ້ດຽວ ເປັນປະທານທີ່ປຶກສາ ແລະ ທ່ານ ຟູຈ້ຽນ ຊາງ (Fu jian Qiang ) ເຈົ້າຂອງຕະຫຼາດອ່ານຈີ ເປັນຮອງປະທານ ແລະ ຄະນະບໍລິຫານງານອີກ 10 ທ່ານ ປະກອບມີ ທ່ານ ປອ ອິນຕອງ ເລີດສິນໄຊ ອະດີດຄະນະບໍດີ ຄະນະວິທະຍາສາດການກິລາ-ກາຍຍະກຳ ມະຫາວິທະຍາໄລແຫ່ງຊາດ ເປັນປະທານ, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນການຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ທ່ານ ນາງ ສຸພາພອນ ຜານິດ ຫົວໜ້າຫ້ອງການ ສູນກາງສະຫະພັນແມ່ຍິງລາວ ເປັນຮອງປະທານ ສ່ວນທ່ານ ນາງ ທັນຍາພອນ ວົງຖາວອນ ຜູ້ຈັດການ ບໍລິສັດ ຄັງຊັບການຄ້າ ແລະ ການລົງທຶນ ຈຳກັດຜູ້ດຽວ ເປັນເລຂາທິການ. ນອກນັ້ນ ຍັງມີຮອງເລຂາທິການອີກ 2 ທ່ານ, ນາຍຄັງ 1 ທ່ານ ແລະ ກຳມະການອີກ 3 ທ່ານ.
ໂອກາດນີ້, ທ່ານ ນາງ ທັນຍາພອນ ວົງຖາວອນ ໃຫ້ຮູ້ວ່າ: ກິລາໝາກລ້ອມ ໃນພາສາຈີນເອີ້ນວ່າ “ເຫວີຍສີ” ແລະ ມີຊື່ເອີ້ນທົ່ວໄປໃນສາກົນວ່າ Go (ໂກະ), ເປັນ 1 ໃນ 4 ສິລະປະ ປະຈໍາຊາດຂອງ ສປ ຈີນ ໄດ້ແກ່ ໝາກລ້ອມ, ດົນຕີຈີນ, ບົດກອນ ແລະ ພາບວາດ. ໝາກລ້ອມເປັນກິລາໝາກກະດານ ທີ່ມາຈາກພູມປັນຍາຂອງຄົນຈີນແທ້ ຊຶ່ງມີປະຫວັດສາດຍາວນານກວ່າ 3,000 ປີ, ມີຕົ້ນກຳເນີດມາຈາກ ສປ ຈີນ ແລະ ຕໍ່ມາໄດ້ແຜ່ຂະຫຍາຍຄວາມນິຍົມໄປສູ່ ສ ເກົາຫຼີ ແລະ ຍີ່ປຸ່ນ. ກິລາໝາກລ້ອມເປັນທີ່ນິຍົມກັນ ແຜ່ຫຼາຍໃນປະເທດທົ່ວໂລກ ຈົນໄດ້ມີການສ້າງຕັ້ງ ສະຫະພັນກິລາໝາກລ້ອມນານາຊາດ (International Go Federation) ຂຶ້ນໃນປີ 1982. ປັດຈຸບັນ ມີສະມາຊິກເຖິງ 80 ສະມາຄົມຈາກທົ່ວໂລກ.
ສຳລັບຢູ່ ສປປ ລາວ ແມ່ນເລີ່ມມີນັກກິລາ ແລະ ໄດ້ຮ່ວມເຄື່ອນໄຫວແຂ່ງຂັນມາແຕ່ປີ 2009 ໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ຊຶ່ງສ້າງຜົນງານໄດ້ຢ່າງໜ້າພໍໃຈ ປັດຈຸບັນ ມີໂຮງຮຽນສອນກິລາໝາກລ້ອມ 1 ແຫ່ງ ຄື: ເຮືອນຮຽນຮູ້ຮ່ວມສຳລັບເດັກ ທີ່ບ້ານດອນໜູນ ເມືອງໄຊທານີ ມີນັກຮຽນເຍົາວະຊົນ ອາຍຸ 5-14 ປີ ຈໍານວນ 30 ຄົນ. ມີອາຈານ 1 ທ່ານ ແລະ ຜູ້ຊ່ວຍອາຈານ 2 ທ່ານ ໃນນີ້ ມີນັກກິລາລະລັບດັ້ງ 2 ຄົນ, ລະດັບ high kyu 3 ຄົນ ແລະ ລະດັບ low kyu 27 ຄົນ. ສ່ວນແຜນການສ້າງນັກກິລາ ໃນຕໍ່ໜ້າ ທາງສະຫະພັນມີແຜນທີ່ຈະເອົາກິລາໝາກລ້ອມເຂົ້າໃນຊົ່ວໂມງກິດຈະກຳຫຼັງເລີກຮຽນ ໃນບັນດາໂຮງຮຽນຊັ້ນມັດທະຍົມສຶກສາ ພາຍໃນນະຄອນຫຼວງວຽງຈັນ ເບື້ອງຕົ້ນແນໃສ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ, ໂຮງຮຽນມັດທະຍົມສົມບູນຫຼຽວໂຕ, ໂຮງຮຽນມັດທະຍົມສົມບູນເພຍວັດ ແລະ ໂຮງຮຽນມັດທະຍົມຮາກແກ້ວ ແລະ ໃນສົກປີ 2026-2027 ຈະຂະຫຍາຍໄປ 3 ແຂວງໃຫຍ່ ຄື: ແຂວງຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ ພາຍຫຼັງທີ່ມີຈຳນວນນັກກິລາທົ່ວປະເທດພຽງພໍແລ້ວ ກໍຈະຈັດແຂ່ງຂັນລາຍການລະດັບປະເທດຂຶ້ນ ເຊິ່ງຄາດວ່າ ຈະຈັດຂຶ້ນໃນປີ 2028.
ໂອກາດນີ້, ທ່ານ ສີຈັນ ຈິດຕະປັນຍາ ຕາງໜ້າໃຫ້ຄະນະນຳກະຊວງສຶກສາທິການ ແລະ ກິລາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ໄດ້ມີການສ້າງຕັ້ງສະຫະພັນກິລາໝາກລ້ອມ ຂຶ້ນມາຢ່າງເປັນທາງການ ສະແດງຄວາມຂອບໃຈບັນດາຜູ້ໃຫ້ການສະໜັບສະໜູນ ໂດຍສະເພາະແມ່ນ ທ່ານ ໂຫຼເວີ້ຍຈ້ຽນ ຫົວໜ້າສູນວັດທະນາທຳຈີນ ປະຈຳລາວ ແລະ ເພື່ອເປັນທິດທາງໃນການເຄື່ອນໄຫວໃນຕໍ່ໜ້າ ທ່ານໄດ້ມີຄຳເຫັນບາງອັນໃຫ້ຄະນະບໍລິຫານສະຫະພັນກິລາໝາກລ້ອມຊຸດນີ້ ໜຶ່ງແມ່ນຂະຫຍາຍກິລາໝາກລ້ອມນີ້ໄປບັນແຂວງ ຕາມເງື່ອນໄຂຄວາມພ້ອມທ້ອງຖິ່ນ ເພື່ອສ້າງນັກກິລາ ຖ້າມີນັກກິລາແລ້ວ ຈຶ່ງສາມາດບັນຈຸ ຫຼື ສາມາດຈັດການແຂ່ງຂັນໃນລະດັບຕ່າງໆໄດ້ ສອງແມ່ນໃຫັເອົາໃສດ້ານລະບຽບຫຼັກການ ຕ້ອງມີນິຕິກຳຄຸ້ມຄອງ ແບ່ງຄວາມໜ້າທີ່ຄວາມຮັບຜິດຊອບ ໂດຍສະເພາະຄະນະບໍລິຫານງານ ວ່າຜູ້ໃດຈະລົງເລິກການພັດທະນານັກກິລາ, ຄູຝືກ, ກຳມະການຕັດສິນ, ຝ່າຍຈັດການແຂ່ງຂັນ ລວມເຖິງຝ່າຍສິດທິຜົນປະໂຫຍດຕ່າງໆ.
ພາຍໃນງານມີກິດຈະກໍາຫຼາຍຮູບແບບ ທັງການແຂ່ງຂັນ ການສະແດງ ແລະ ການສອນໝາກລ້ອມໃຫ້ແກ່ເດັກນ້ອຍ ສະທ້ອນໃຫ້ເຫັນການນໍາໃຊ້ “ໝາກລ້ອມ” ເປັນສື່ກາງເຊື່ອມໂຍງວັດທະນະທໍາ ແລະ ເສີມສ້າງມິດຕະພາບລະຫວ່າງປະເທດ. ນອກນັ້ນ ຍັງມີການວາງແຜນພັດທະນາໝາກລ້ອມໃນລາວ ແລະ ສົ່ງເສີມໃຫ້ເຍົາວະຊົນເຂົ້າເຖິງກິລານີ້ຫຼາຍຂຶ້ນ.
656817383_122119799061228259_2678782898380072681_n.jpg656178712_122119798839228259_8427014901821779692_n.jpg
ພາບແລະຂ່າວໂດຍ ສົງການ ພັນແພງດີ
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040