ກົມແຜນການ ທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານໂຄງການກອງທຶນສາກົນ ເພື່ອການສຶກສາໄລຍະ III
ກົມແຜນການ ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການ ປະຈຳໄຕມາດທີ 1 ຂອງໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະ III “ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ” (GPEIII-LEAP), ໃນວັນທີ 23 ມີນາ 2026 ທີ່ໂຮງແຮມຄຣາວພລາຊາ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສີທອງ ສີຂາວ ຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກິລາ, ທ່ານ ໄມເຄິນ ແດຣບໂບ ນັກເສດຖະສາອາວຸໂສ, ຫົວໜ້າຄະນະທີມງານທະນາຄານໂລກ, ພ້ອມດ້ວຍ ທ່ານ ລໍລີ່ ປິນໂນເນັນ ຊ່ຽວຊານອາວຸໂສດ້ານການສຶກສາ ຫົວໜ້າຮ່ວມຄະນະທີມງານທະນາຄານໂລກ, ມີຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ສູນ, ພະແນກສຶກສາທິການ ແລະ ກິລາແຂວງ, ຂະແໜງ, ຫົວໜ້າໜວ່ຍງານ ແລະ ຫົວໜ້າງານຂັ້ນສູນກາງ ເຂົ້າຮວ່ມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ, ທ່ານ ສີທອງ ສີຂາວ ໄດ້ກ່າວໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້ເປັນກອງປະຊຸມທີ່ມີຄວາມສໍາຄັນຫຼາຍຕໍ່ກັບການທົບທວນຄືນຜົນການຈັດຕັ້ງປະຕິບັດວຽກງານຂອງໂຄງການກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະ III: ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPEIII:LEAP) ຢູ່ໃນໄຕມາດທີ 1 (ມັງກອນ-ມີນາ 2026). ພວກເຮົາຈະໄດ້ທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການ ນັບຕັ້ງແຕ່ສໍາເລັດການຊຸກຍູ້ຕິດຕາມ ແລະ ເຮັດວຽກຮ່ວມກັນ ລະຫວ່າງ ທະນາຄານໂລກ ແລະ ໜ່ວຍງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ ໃນໄລຍະທີ່ຜ່ານມາຈົນເຖິງປັດຈຸບັນ ແລະ ນອກຈາກນີ້ ຍັງຈະໄດ້ວາງແຜນຮ່ວມກັນໃນການຈັດຕັ້ງປະຕິບັດອີກ 3 ເດືອນຕໍ່ໜ້າ (ເດືອນເມສາ-ມິຖຸນາ 2026) ໃຫ້ໄດ້ຮັບຜົນສໍາເລັດ ແລະ ບັນລຸຕາມແຜນການທີ່ວາງໄວ້.
ແຜນການຈັດຕັ້ງປະຕິບັດກິດຈະກໍາປະຈໍາປີ 2026 (AOP2026) ຂອງໂຄງການ GPEIII:LEAP ໄດ້ຮັບອະນຸມັດຈາກທະນາຄານໂລກ ແລະ ຄະນະນໍາກະຊວງສຶກສາທິການ ແລະ ກິລາ ໃນເດືອນກຸມພາ 2026 ທີ່ຜ່ານມາ, ລວມມີທັງໝົດ: 414 ກິດຈະກໍາ ມີງົບປະມານທັງໝົດ: 13,098,216 ໂດລາສະຫະລັດ. ຊຶ່ງທຸກພາກສ່ວນຈະໄດ້ສຸມໃສ່ເຂົ້າໃນການຈັດຕັ້ງປະຕິບັດໃຫ້ລໍາເລັດ ແລະ ບັນລຸຕາມແຜນການທີ່ວາງໄວ້. ເຖິງຢ່າງໃດກໍຕາມ ຕາມທີ່ໄດ້ຕິດຕາມຂອງແຕ່ລະໜ່ວຍງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ (IUs) ໄລຍະຜ່ານມາ ເຫັນໄດ້ວ່າຍັງມີກິດຈະກໍາຈໍານວນໜຶ່ງທີ່ບາງໜ່ວຍງານໄດ້ນໍາເອົາແຜນກິດຈະກໍາຂອງປີ (2025) ມາສືບຕໍ່ຈັດຕັ້ງປະຕິບັດຢູ່ໃນໄຕມາດທີ 1 ຂອງປີ 2026 ເຊິ່ງລາຍລະອຽດ ແມ່ນສະເໜີໃຫ້ແຕ່ລະແຕ່ລະໜ່ວຍງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ (IUs) ລາຍງານຄວາມຄືບໜ້າ, ບາງບັນຫາສິ່ງທ້າທາຍ, ວິທີການແກ້ໄຂ, ການສະຫຼຸບສະສາງເງິນລ່ວງໜ້າ, ລວມທັງການສ້າງແຜນງົບປະມານເພື່ອຈັດຕັ້ງປະຕິບັດກິດຈະກໍາທີ່ໄດ້ຮັບອະນຸມັດແລ້ວ (AOP 2026) ໃນໄຕມາດທີ 2 (ເດືອນເມສາ - ມິຖຸນາ 2026) ເພື່ອເປັນຂໍ້ມູນສໍາຄັນ ແລະ ເປັນບ່ອນອີງໃຫ້ແກ່ຄະນະຮັບຜິດຊອບໂຄງການ ແລະ ທີມງານທະນາຄານໂລກ ໄດ້ຊຸກຍູ້ຕິດຕາມ ແລະ ໃຫ້ການສະໜັບສະໜູນໃນປະຈຸບັນ ແລະ ຕໍ່ໜ້າ ເພື່ອໃຫ້ສໍາເລັດຕາມແຜນການທີ່ວາງໄວ້ຮ່ວມກັນ.
ສຳລັບກອງປະຊຸມພວກເຮົາຈະໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງໂຄງການ ລວມທັງວຽກງານການເງິນ, ວຽກງານຈັດຊື້-ຈັດຈ້າງ, ວຽກງານສິ່ງແວດລ້ອມ ແລະ ສັງຄົມ, ການປະຕິບັດບັນດາໜ້າວຽກທີ່ຕົກລົງຮ່ວມກັນໃນການຊຸກຍູ້ຕິດຕາມ ແລະ ເຮັດວຽກຮ່ວມກັນ ລະຫວ່າງ ທະນາຄານໂລກ ແລະ ໜ່ວຍງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ໃນຄັ້ງທີ່ຜ່ານມາ, ຜົນການຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆຂອງແຕ່ລະໜ່ວຍງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ (IUs) ຢູ່ໃນໄຕມາດ 1 ແລະ ແຜນການຈັດຕັ້ງປະຕິບັດກິດຈະກຳໃນໄຕມາດ 2 ພ້ອມທັງຈະໄດ້ຮັບຟັງບາງບັນຫາສິ່ງທ້າທາຍ, ວິທີການແກ້ໄຂ ແລະ ຂໍ້ສະເໜີຕ່າງໆ ເພື່ອຮັບຮູ້ຂໍ້ມູນ, ແລກປ່ຽນ ຮຽນຮູ້ປະສົບການເຊິ່ງກັນ ແລະ ກັນ ແລະ ພ້ອມທັງຮັບປະກັນການຈັດຕັ້ງປະຕິບັດໂຄງການໃຫ້ໄດ້ຮັບຜົນສຳເລັດດີຂຶ້ນເທື່ອລະກ້າວ.
ໃນໂອກາດດຽວກັນ, ທ່ານ ຫົວໜ້າກົມແຜນການ ຍັງໄດ້ຮຽກຮ້ອງມາຍັງແຕ່ລະພາກສວ່ນ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໃຫ້ການຮ່ວມມື, ສະໜັບສະໜູນ, ແລກປ່ຽນ ແລະ ປະກອບຄຳຄິດຄຳເຫັນ ຕໍ່ການຈັດຕັ້ງປະຕິບັດໂຄງການ ກໍ່ຄືກອງປະຊຸມ ຢ່າງກົງໄປ-ກົງມາ ຕາມຄວາມຮັບຜິດຊອບຂອງບັນດາທ່ານ ທັ້ງນີ້ກໍ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການ ສາມາດບັນລຸຕາມແຜນການທີ່ວາງໄວ້.


ພາບ-ຂ່າວໂດຍ: ການຈະນາ


