ເປົ້າໝາຍແຕ່ງຕັ້ງຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຊິ່ງກົງຈັກລັດຖະບານ ຊຸດທີ X ມີ 13 ກະຊວງ ແລະ 2 ອົງການທຽບເທົ່າ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະເໜີໂຄງປະກອບກົງຈັກລັດຖະບານ, ເປົ້າໝາຍແຕ່ງຕັ້ງຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຊິ່ງກົງຈັກລັດຖະບານ ຊຸດທີ X ມີ 13 ກະຊວງ ແລະ 2 ອົງການທຽບເທົ່າ ຕໍ່ກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026 ທີ່ຫໍສະພາແຫ່ງຊາດ ໂດຍກອງປະຊຸມ ໄດ້ລົງຄະແນນສຽງຮັບຮອງເອົາການແຕ່ງຕັ້ງຮອງນາຍົກ, ຮັບຮອງເອົາໂຄງປະກອບກົງຈັກລັດຖະບານ ແລະ ສະມາຊິກ ລັດຖະບານແຫ່ງ ສປປ ລາວ ຊຸດທີ X ມີທັງໝົດ 17 ທ່ານ ດັ່ງນີ້:
1. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ;
2. ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ;
3. ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງຍຸຕິທຳ;
4. ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ;
5. ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ;
6. ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ;
7. ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ;
8. ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານ ແຫ່ງ ສປປລາວ;
9. ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ;
10. ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ;
11. ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນຕີ ກະຊວງສາທາລະນະສຸກ;
12. ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ;
13. ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ;
14. ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ;
15. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ;
16. ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ;
17. ທ່ານ ສັນຕິສຸກ ສິມມະລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ.


