ກະຊວງສຶກສາທິການ ຮ່ວມກັບລັດຖະບານອົດສະຕຣາລີ ສ້າງເຄື່ອງມືໃໝ່ເພື່ອສົ່ງເສີມການຊ່ວຍເຫຼືອນັກຮຽນພິການ.
ໃນວັນທີ 16 ຫາ 20 ເດືອນມີນາ 2026 ນີ້, ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສ.ປ.ປ. ລາວ (ແຜນງານບີຄວາ), ໄດ້ເປີດກອງປະຊຸມຂຽນບົດ ວິດີໂອສຳລັບການພັດທະນາຄູຕອນໃໝ່ ວິດີໂອ 29.
ວິດີໂອດັ່ງກ່າວ ຈະປະກອບເສີມກັບ ຊຸດອຸປະກອນຊ່ວຍເຫຼືອຄູ ສະບັບໃໝ່ ທີ່ 14 “ການຊ່ວຍເຫຼືອນັກຮຽນພິການໃນຫ້ອງຮຽນ”. ຈຸດສຳຄັນຂອງ ຊຸດອຸປະກອນຊ່ວຍເຫຼືອຄູ ສະບັບນີ້ ແມ່ນ ເຄື່ອງມືປະເມີນພຶດຕິກຳຂອງເດັກສຳລັບຄູ, ເຊິ່ງເປັນແບບຟອມທີ່ນຳໃຊ້ໄດ້ງ່າຍ ທີ່ຈະຊ່ວຍໃຫ້ຄູສາມາດລະບຸ ຄວາມຫຍຸ້ງຍາກໃນການຮຽນຂອງເດັກທີ່ອາດຂຶ້ນ ຍ້ອນ ສະມາທິ, ການສື່ສານ, ຄວາມຈື່ຈຳ, ການເຄື່ອນໄຫວ, ສາຍຕາ ຫຼື ການໄດ້ຍິນ. ວິດີໂອໃໝ່ນີ້ ຈະເນັ້ນໃຫ້ຄູສາມາດສັງເກດເຫັນໄດ້ພຶດຕິກຳຂອງນັກຮຽນ. ທີມງານຂຽນບົດເລື່ອງປະກອບມີ ວິຊາການຈາກສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ຄູຝຶກຈາກວິທະຍາໄລຄູ (ວຄ), ວິຊາການຈາກກົມສ້າງຄູ, ວິຊາການຈາກສູນສົ່ງເສີມການສຶກສາຮຽນຮ່ວມ ແລະ ທີມງານສື່ສານແຜນງານບີຄວາ.
ທ່ານ ນາງ ມະໂນລີ ດົງວັນ, ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ຮ່ວມເປີດກອງປະຊຸມທ່ານໄດ້ກ່າວວ່າ: “ເດັກທຸກຄົນມີສິດທີ່ຈະໄດ້ຮັບການສຶກສາ, ບໍ່ວ່າເຂົາເຈົ້າຈະມີຄວາມສາມາດລະດັບໃດກໍ່ຕາມ. ແຕ່ຖ້າການສອນບໍ່ໄດ້ຮັບການດັດປັບ, ເດັກທີ່ພິການ ອາດຈະບໍ່ໄດ້ໄປໂຮງຮຽນ ຫຼື ອາດຈະອອກຈາກໂຮງຮຽນ. ໃນ ສປປ ລາວ, ຄູສ່ວນຫຼາຍ ຍັງບໍ່ຮູ້ວິທີການປະຕິບັດ ເພື່ອຮັບຮູ້ຄວາມຕ້ອງການໃນການຮຽນລາຍບຸກຄົນ ຫຼື ວິທີການດັດປັບ ການສອນຂອງເຂົາເຈົ້າໃຫ້ເໝາະສົມ. ເພື່ອແກ້ໄຂສິ່ງທ້າທາຍນີ້ ແລະ ຮັບປະກັນວ່າເດັກທຸກຄົນຈະມີໂອກາດດ້ານການຮຽນ ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ໄດ້ສ້າງຊຸດອຸປະກອນຊ່ວຍເຫຼືອຄູ ສະບັບໃໝ່ ເພື່ອແນະນຳວິທີຊ່ວຍເຫຼືອນັກຮຽນພິການ.”
ທ່ານ ໄມໂຄ ຄາຣີ, ເລຂາເອກ ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ: “ເດັກນ້ອຍຫຼາຍຄົນໃນລາວ ມີຄວາມຕ້ອງການໃຫ້ຊ່ວຍກ້ານການຮຽນຮູ້ ທີ່ຍັງບໍ່ສາມາດລະບຸໄດ້ວ່າດ້ານໃດ ເຊິ່ງອາດເປັນກ່ຽວກັບ ການໄດ້ຍິນ, ການເບິ່ງເຫັນ, ການເຄື່ອນໄຫວ ແລະ ການຮຽນຮູ້, ເຊິ່ງສິ່ງເຫຼົ່ານີ້ ຈຳກັດເຂົາເຈົ້າໃນການເຂົ້າຮ່ວມກິດຈະກຳໃນການຮຽນຂອງເຂົາເຈົ້າ. ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ຮ່ວມມືຢ່າງໃກ້ຊິດກັບກະຊວງສຶກສາທິການ ແລະ ກິລາ ເພື່ອຊ່ວຍໃຫ້ຄູມີເຄື່ອງມືທີ່ຊັດເຈນ ແລະ ໃຊ້ໄດ້ຈິງ ເພື່ອຮັບຮູ້ຄວາມຕ້ອງການຂອງນັກຮຽນ ແລະ ປະຕິບັດຂັ້ນຕອນການຕ່າງໆ ເພື່ອຊ່ວຍໃຫ້ນັກຮຽນທຸກຄົນ ປະສົບຜົນສຳເລັດໃນການຮຽນ.”
ແຜນງານບີຄວາ ຈະແຈກຢາຍ ຊຸດອຸປະກອນຊ່ວຍເຫຼືອຄູ ສະບັບທີ່ 14 ແລະ ອອກອາກາດ ວິດີໂອສຳລັບການພັດທະນາຄູ ຕອນທີ 29 ໃນໄລຍະການໄຂສົກຮຽນໃໝ່ ປີ 2026–2027 ໃນ 30 ເມືອງເປົ້າໝາຍຂອງແຜນງານ ແລະ ຈະທົດລອງນຳໃຊ້ເຄື່ອງມືດັ່ງກ່າວຢູ່ໃນ 18 ໂຮງຮຽນທີ່ແຂວງຊຽງຂວາງ.







