ສສກ ປະເມີນຄວາມສະເໝີພາບຍິງ-ຊາຍ ໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ

 

ກະຊວງສຶກສາທິການ ແລະ ກິລາ, ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຮ່ວມມືກັບອົງການອຸຍແນັດໂກ ບາງກອກ ແລະ ສະຖາບັນການວາງແຜນການສຶກສາຂອງອຸຍແນັດໂກ ໄອໄອອີພີ (IIEP) ຈັດກອງປະຊຸມນໍາສະເໜີແຜນດໍາເນີນງານຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄກມດ) ຄັ້ງທີ V (2026-2030) ແລະ ຜົນການຄົ້ນຄວ້າການປະເມີນຄວາມສະເໝີພາບຍິງ-ຊາຍ ໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃນວັນທີ 25 ມີນາ 2026 ທີ່ ໂຮງແຮມດັບເບີ້ນທຣີ ໂດຍການເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ເຈີແນວ ແບັບ (Ms. Jenelle Babb) ທີ່ປຶກສາ ລະດັບພາກພື້ນ ຈາກອົງການ ອຸຍແນັດໂກ ບາງກອກ, ທ່ານ ມາເຊໂລ ຊູໂຕ (Mr. Marcelo Souto) ຊ່ຽວຊານ ຈາກສະຖາບັນການວາງແຜນການສຶກສາຂອງ ອຸຍແນັດໂກ ໄອໄອອີພີ (IIEP) ພ້ອມດ້ວຍທີມງານຄົ້ນຄວ້າຕ່າງປະເທດ ເບເນເດັກ (Benedex), ມີອະດີດການນໍາ ທີ່ປຶກສາວຽກງານຄວາມສະເໝີພາບຍິງ-ຊາຍ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ, ຮອງຜູ້ອໍານວຍການສະຖາບັນ ແລະ ຮອງຜູ້ອໍານວຍການສູນ ໃນນາມຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮວ່ມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ມີຄຳເຫັນກ່າວວ່າ: ກອງປະຊຸມໃນມື້ນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງພວກເຮົາ ໃນການສ້າງສັງຄົມທີ່ມີຄວາມເທົ່າທຽມ, ຄວາມຍຸຕິທໍາ ແລະ ຄວາມຖືກຕ້ອງ ເພື່ອຮັບປະກັນໃຫ້ແມ່ຍິງ ແລະ ເດັກ ໄດ້ຮັບການປົກປ້ອງ, ປາສະຈາກຄວາມຮຸນແຮງ ແລະ ໄດ້ຮັບການສົ່ງເສີມດ້ານຄວາມສາມາດ ເພື່ອປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ. ການປະເມີນຄວາມສະເໝີພາບຍິງ-ຊາຍ ໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແມ່ນໂຄງການຮ່ວມມື ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ອົງການອຸຍແນັດໂກ, ເຊິ່ງການຮ່ວມມືໃນໂຄງການນີ້ ແມ່ນໄດ້ເລີ່ມຕົ້ນຈາກການສະເໜີຂໍການຮ່ວມມືຂອງ ສສກ ເຖິງອົງການອຸຍແນັດໂກ ບາງກອກ ໃນທ້າຍປີ 2024. ເຫັນໄດ້ເຖິງຄວາມສໍາຄັນຂອງການຮ່ວມມືທາງວິຊາການ ແລະ ປະສົບການຈາກພາກພື້ນ ໃນການສົ່ງເສີມວຽກງານຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ກໍຄືຂອບເຂດຄວາມຮັບຜິດຊອບໃນຂະແໜງສຶກສາ ຂອງພວກເຮົາ. ສະນັ້ນ, ຂໍສະແດງຄວາມຂອບໃຈຢ່າງສູງມາຍັງ UNESCO Bangkok, ສະຖາບັນ IIEP ແລະ ທີມຜູ້ຊ່ຽວຊານ ຈາກ Benedex ສໍາລັບການສະໜັບສະໜູນດ້ານວິຊາການ ແລະ ງົບປະມານ ລວມທັງ ການຕິດຕາມຢ່າງໃກ້ຊິດ ໃນການນໍາພາດໍາເນີນການປະເມີນຄວາມສະເໝີພາບຍິງ-ຊາຍ ໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ, ລວມທັງການປະກອບສ່ວນສໍາຄັນໃນການພັດທະນາແຜນດໍາເນີນງານ ຄກມດ ສສກ ຄັ້ງທີ 5 (2026-2030). ຊຶ່ງກອງປະຊຸມໃນຄັ້ງນີ້ ບໍ່ແມ່ນພຽງແຕ່ການນໍາສະເໜີຜົນການປະເມີນ ແລະ ແຜນ ຄກມດ ໃນໄລຍະ 5 ປີ ຂ້າງໜ້າ ແຕ່ຍັງແມ່ນການຢືນຢັນຄວາມສາມາດໃນການຈັດຕັ້ງປະຕິບັດ ແລະການນໍາໄປໃຊ້ໄດ້ຈິງ ໂດຍສະເພາະບັນດາແຜນງານແລະເປົ້າໝາຍໃນກິດຈະກໍາຕ່າງໆທີ່ ຕອບສະໜອງຄວາມຕ້ອງການໃນການສົ່ງເສີມວຽກງານດັ່ງກ່າວ ໃນຂະແໜງການສຶກສາຂອງພວກເຮົາ.
ສຳລັບກອງປະຊຸມ, ແມ່ນຈະໄດ້ນໍາສະເໜີ ແຜນດໍາເນີນງານເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ຄັ້ງທີ V (2026-2030), ນໍາສະເໜີພາບລວມກ່ຽວກັບ ໂຄງການປະເມີນຄວາມສະເໝີພາບຍິງ-ຊາຍ: ຂອບເຂດແນວຄິດ ແລະ ວິທີການຄົ້ນຄວ້າ, ນໍາສະເໜີຜົນການຄົ້ນຄວ້າ ການປະເມີນຄວາມສະເໝີພາບຍິງ-ຊາຍ ໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ, ແບ່ງກຸ່ມຄົ້ນຄວ້າ ແລະ ນຳສະເໜີການຄົ້ນຄວ້າຂອງແຕ່ລະກຸ່ມ, ນອກນັ້ນ, ຍັງໄດ້ປະກອບຄຳຄິດ-ຄໍາເຫັນຕໍ່ຜົນການຄົ້ນຄວ້າ ຂອງແຕ່ລະກຸ່ມຕໍ່ການປັບປຸງເນື້ອໃນຜົນການຄົ້ນຄວ້າຢ່າງກົງໄປກົງມາ.
655875864_122120232879228259_6722589388421745074_n.jpg658160819_122120232765228259_9091663625717345779_n.jpg658160021_122120232819228259_3120298517812109142_n.jpg
ພາບ-ຂ່າວໂດຍ: ການຈະນາ
 
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດຮັບສະໝັກທີ່ປຶກສາດ້ານກວດສອບອິດສະຫຼະ (Independent Verification Agent) ເພື່ອດໍາເນີນການກວດ ສອບຜົນການຈັດຕັ້ງປະຕິບັດກິດຈະກຳທີ່ນໍາໃຊ້ງົບປະມານພາກມີເງື່ອນໄຂ (Performance-Based Conditions PBC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ:ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III-LEAP), (Credit No. 6854 - LA) ຢູ່ໃນເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ເລີ່ມແຕ່ວັນທີ 25 ມີນາ 2026 – 10 ເມສາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈສາມາດຕິດຕໍ່ ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ