ສສກ-ລັດຖະບານອົດສະຕຣາລີ ເປີດຕົວວິດີໂອສອງເລື່ອງ ທີ່ເປັນແຮງບັນດານໃຈເພື່ອສົ່ງເສີມຄຸນຄ່າຂອງການສຶກສາ ພ້ອມຍ້ອງຍໍຜູ້ທີ່ປະກອບສ່ວນວຽກງານ

 

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ລັດຖະບານອົດສະຕຣາລີ ເປີດຕົວວິດີໂອສອງເລື່ອງ ທີ່ເປັນແຮງບັນດານໃຈເພື່ອສົ່ງເສີມຄຸນຄ່າຂອງການສຶກສາ ພ້ອມທັງຍ້ອງຍໍຜູ້ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານ ເມື່ອວັນທີ 30 ມີນາ 2026 ທີ່ໂຮງແຮມ ຮໍລິເດອິນ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເບັນນິຕາ ຊຳເມີວິວ ຮອງເອກອັກຄະລັດຖະທູດອົົດສະຕຣາລີ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກກົມສ້າງຄູ, ສະພາແຫ່ງຊາດ, ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ວິທະຍາໄລຄູ, ມະຫາວິທະຍາໄລ, ສະຖາບັນ, ໂຮງຮຽນ, ສື່ມວນຊົນ, ສະຖານທູດອົດສະຕຣາລີ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: ດ້ວຍການຮ່ວມມືຢ່າງໃກ້ຊິດລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະບານອົດສະຕຣາລີ ໄດ້ສ້າງແຜນໂຄສະນາສົ່ງເສີມການສຶກສານີ້ ເພື່ອແກ້ໄຂບັນຫາຮີບດ່ວນໃນຂະແໜງການສຶກສາ, ລວມເຖິງການຫຼຸດລົງຂອງອັດຕາການເຂົ້າຮຽນຂອງນັກຮຽນ ແລະ ຄວາມຕ້ອງການທີ່ຈະສົ່ງເສີມ ແລະ ຮັກສາ ຄູທີ່ມີທັກສະ ແລະ ປະສົບການ ໃຫ້ສືບຕໍ່ອາຊີບຄູ, ເລື່ອງສັ້ນເຫຼົ່ານີ້ ສະແດງໃຫ້ເຫັນວ່າ ການສຶກສາມີຄວາມສຳຄັນ ແລະ ຮັບຮູ້ເຖິງບົດບາດສຳຄັນຂອງຜູ້ເຮັດວຽກໃນຂະແໜງການສຶກສາ ກໍຄື ຄູ, ພ້ອມດ້ວຍສະມາຊິກຊຸມຊົນ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ ໃນການສ້າງອະນາຄົດຂອງປະເທດຊາດ, ຫົວໃຈສຳຄັນຂອງແຜນໂຄສະນາ ແມ່ນຂໍ້ຄວາມສຳຄັນໜຶ່ງ ທີ່ພວກເຮົາຕ້ອງການໃຫ້ຜູ້ຊົມຈົດຈຳວ່າ ການສຶກສາ ບໍ່ແມ່ນພຽງແຕ່ ການໄດ້ວຽກເຮັດງານທຳເທົ່ານັ້ນ, ແຕ່ການສຶກສາຍັງຊ່ວຍໃຫ້ໄດ້ຮັບທັກສະ, ຮູ້ຈັກຄົ້ນຄິດແບບວິເຄາະ ແລະ ການມີອິດສະລະພາບໃນການສ້າງອະນາຄົດຂອງຕົນເອງ, ຜົນສຳເລັດແຜນໂຄສະນານີ້ ເປັນຂີດໝາຍສຳຄັນຂອງຄວາມພະຍາຍາມລະດັບແຫ່ງຊາດ ໃນການສົ່ງເສີມການຮຽນ ແລະ ສ້າງໂອກາດໃຫ້ແກ່ເດັກທຸກຄົນ, ຂໍຮຽກຮ້ອງໃຫ້ຄູ່ ຮ່ວມງານ, ສື່ມວນຊົນ, ພະແນກສຶກສາທິການ ແລະ ກິລາ ແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງ, ຄູອາຈານ, ຄະນະພັດທະນາການສຶກສາຂັ້ນບ້ານ ຈົ່ງຊ່ວຍກັນເຜີຍແຜ່ ວິດີໂອດັ່ງກ່າວໃນໂອກາດຕ່າງໆຢ່າງພ້ອມໃຈກັນ ເພື່ອໃຫ້ການໄດ້ຮັບຊົມ ນຳໄປສູ່ການສົນທະນາໃນຂັ້ນທ້ອງຖິ່ນ, ເພື່ອຊ່ວຍການເພີ່ມອັດຕາການເຂົ້າໂຮງຮຽນ ແລະ ຄວາມເປັນເຈົ້າການຂອງຊຸມຊົນເພື່ອຊ່ວຍກັນສົ່ງເສີມການສຶກສາ.
ໂອກາດດຽວກັນ, ທ່ານ ນາງ ເບັນນິຕາ ຊຳເມີວິວ ໄດ້ກ່າວວ່າ: ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການພັດທະນາບູລິມະສິດຂອງຕົນ, ນັບແຕ່ການພັດທະນາຫຼັກສູດ ແລະ ການພັດທະນາວິຊາຊີບຄູ ໄປຈົນເຖິງການປ່ຽນແປງທັດສະນະຄະຕິຂອງປະຊາຊົນກ່ຽວກັບການຮຽນ, ແຜນໂຄສະນາຄັ້ງນີ້ ຖືກອອກແບບມາ ເພື່ອກະຕຸ້ນການປ່ຽນແປງຜ່ານເລື່ອງສັ້ນ ທີ່ມີແຮງບັນດານໃຈ ເຂົ້າເຖິງຄວາມຮູ້ສຶກ ແລະ ຈິດໃຈຂອງຫຼາຍຄົນຢ່າງກວ້າງຂວາງ, ເປົ້າໝາຍຂອງພວກເຮົາ ແມ່ນເພື່ອປ່ຽນແປງ ວິທີທີ່ຜູ້ຄົນຄິດ ຕໍ່ກັບການສຶກສາ ເພື່ອສະແດງໃຫ້ນັກຮຽນ ແລະ ພໍ່ແມ່ເຫັນວ່າ ການສຶກສາເພີ່ມໂອກາດ, ສ້າງທັກສະທີ່ສຳຄັນ ແລະ ຊ່ວຍໃຫ້ຄົນຜູ້ໜຶ່ງສ້າງອະນາຄົດຂອງຕົນເອງ.
ໃນງານໄດ້ມີການນໍາສະເໜີວິດີໂອໃໝ່ສອງເລື່ອງ ທີ່ນຳສະເໜີໃນງານແມ່ນ ເລື່ອງ "ຄວາມຝັນ" ແລະ "ໝູ່ບ້ານທີ່ໃຫ້ຄວາມສຳຄັນແກ່ການສຶກສາ". ເລື່ອງ "ຄວາມຝັນ" ເປັນເລື່ອງລາວທີ່ເຕັມໄປດ້ວຍຄວາມສະເທືອນອາລົມ ຂອງເດັກຍິງຜູ້ໜຶ່ງ ທີ່ມີຄວາມມຸ້ງໝັ້ນໃນການຮຽນ, ລາວມາຈາກຄອບຄົວຊົນເຜົ່າ ລາວຂຽນຈົດໝາຍຈາກໃຈ ເຖິງພໍ່ແມ່ທີ່ທຸກຍາກ ເພື່ອຂໍການສະໜັບສະໜູນ ໃຫ້ລາວໄດ້ສືບຕໍ່ການຮຽນ ແລະ ເຮັດຕາມຄວາມຝັນຂອງຕົນ, ໃນເລື່ອງແມ່ນມີພາບ ທີ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໂດຍການຊຸກຍູ້ໃຫ້ເດັກຍິງສືບຕໍ່ອາຊີບໃນສາຍວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳ ແລະ ຄະນິດສາດ (STEM). ສ່ວນ ເລື່ອງ :"ໝູ່ບ້ານທີ່ໃຫ້ຄວາມສຳຄັນແກ່ການສຶກສາ" ບອກເລົ່າເລື່ອງລາວຂອງໝູ່ບ້ານແຫ່ງໜຶ່ງ ທີ່ສາມັກຄີກັນ ເພື່ອສ້າງອະນາຄົດທີ່ຈະເລີນຮຸ່ງເຮືອງຫຼາຍຂຶ້ນ ແລະ ນຳພາເດັກນ້ອຍກັບຄືນມາໂຮງຮຽນ, ໂດຍເນັ້ນ ໃຫ້ເຫັນພະລັງຂອງຄວາມສາມັກຄີ, ໃນເລື່ອງມີເລື່ອງລາວທີ່ສົ່ງເສີມການຮຽນຮ່ວມຂອງເດັກພິການ ທີ່ເຂົ້າໂຮງຮຽນ ແລະ 20 ປີຕໍ່ມາ ໄດ້ກາຍເປັນຄູ, ເລື່ອງຍັງໄດ້ສະແດງໃຫ້ເຫັນ ບົດຮຽນທີ່ກ່ຽວຂ້ອງກັບກັບ ການປ່ຽນແປງຂອງດິນຟ້າອາກາດ ໂດຍມີສາກທີ່ນັກຮຽນ ເຮັດການທົດລອງຜົນກະທົບຂອງນ້ຳຖ້ວມ.
ຫຼັງຈາກການເປີດໃຫ້ຮັບຊົມວິດີໂອຮອບທຳອິດແລ້ວ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການບອກເລົ່າປະສົບການ ເລື່ອງຈິງຈາກຜູ້ທີ່ໄດ້ມີຊີວິດທີ່ດີ ຍ້ອນເຂົາເຈົ້າເຊື່ອໝັ້ນໃນການສຶກສາ. ຈາກນັ້ນ, ໃນພິທີກໍ່ໄດ້ມີການມອບໃບຍ້ອງຍໍໃຫ້ຜູ້ທີ່ໄດ້ປະກອບສ່ວນເຂົ້າການຖ່າຍວີດີໂອອີກດ້ວຍ.
658158692_122121792153228259_2694499952844901394_n.jpg658919145_122121792333228259_4014547314496006456_n.jpg658167561_122121792243228259_8858835952469860524_n.jpg
ພາບ-ຂ່າວ: ບົວລະພາ
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດຮັບສະໝັກທີ່ປຶກສາດ້ານກວດສອບອິດສະຫຼະ (Independent Verification Agent) ເພື່ອດໍາເນີນການກວດ ສອບຜົນການຈັດຕັ້ງປະຕິບັດກິດຈະກຳທີ່ນໍາໃຊ້ງົບປະມານພາກມີເງື່ອນໄຂ (Performance-Based Conditions PBC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ:ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III-LEAP), (Credit No. 6854 - LA) ຢູ່ໃນເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ເລີ່ມແຕ່ວັນທີ 25 ມີນາ 2026 – 10 ເມສາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈສາມາດຕິດຕໍ່ ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ