ສສກ ຮ່ວມກັບລັດຖະບານອົດສະຕຣາລີ ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດກິດຈະກຳພັດທະນາວິຊາຊີບຄູແບບຕໍ່ເນື່ອງ

 

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມມືກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ຈັດກອງປະຊຸມປະຈຳ 6 ເດືອນ ຮ່ວມກັບ ວິທະຍາໄລຄູ, ພະແນກສຶກສາທິການ ແລະ ກິລາ ແຂວງ” ເມື່ອວັນທີ 31 ມີນາ 2026 ທີ່ຫ້ອງປະຊຸມໂຮງແຮມດັບໂບທຣີ, ໂດຍການເປັນປະທານຂອງທ່ານ ເພັດມະນີ ສີລັດມີນາ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ແທນຈາກຫຼາຍພາກສ່ວນເຊັ່ນ: ກົມສ້າງຄູ, ກົມສາມັນສຶກສາ, ກົມແຜນການ, ພະແນກຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ສະຖານທູດອົດສະຕຣາລີ, ຄູ່ຮ່ວມພັດທະນາ, ສກຂ, ວຄ ແລະ ທີມງານ ແຜນງານບີຄວາ.
ໂອກາດນີ້, ທ່ານ ເພັດມະນີ ສີລັດມີນາ ໄດ້ກ່າວວ່າ: "ດ້ວຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ສ້າງຕັ້ງລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນໂຮງຮຽນທີ່ສອດຄ່ອງກັບຄວາມຕ້ອງການຂອງຄູ, ມີລະບົບທີ່ດີ, ມີຄວາມຍືດຫຍຸ່ນ ແລະ ມີການມີສ່ວນຮ່ວມໃນທຸກລະດັບ. ທີມງານຜູ່ເຮັດວຽກສຶກສານິເທດພາຍໃນ ທີມທຳອິດ ໄດ້ຖືກຄັດເລືອກໃນເດືອນມີນາ ປີ 2023 ເພື່ອໃຫ້ຄູໄດ້ຮັບການຊ່ວຍເຫຼືອຢ່າງເປັນປະຈຳ ໂດຍເນັ້ນໂຮງຮຽນໃນ 30 ເມືອງເປົ້າໝາຍໃນ 7 ແຂວງ. ພາຍໃຕ້ການນຳພາຂອງ ກົມສ້າງຄູ, ບັນດາວິທະຍາໄລຄູ ໄດ້ອຳນວຍຄວາມສະດວກໃນການສ້າງຂີດຄວາມສາມາດ, ໃນຂະນະທີ່ ຫ້ອງການສຶກສາທິການ ແລະ ກິລາ ເມືອງ ໄດ້ນຳພາການປະເມີນຄວາມຕ້ອງການ ແລະ ການຕິດຕາມກວດກາ. ກອງປະຊຸມຄັ້ງນີ້, ໄດ້ເຊີນຄູ່ຮ່ວມງານທັງໝົດເຂົ້າຮ່ວມ ເພື່ອທົບທວນຄືນເຖິງຄວາມຄືບໜ້າ, ແບ່ງປັນບົດຮຽນຈາກພາກຮຽນທີ 1 ຂອງປີຮຽນ 2025-2026, ແລະ ຕົກລົງເປັນເອກະພາບກັນກ່ຽວກັບຂັ້ນຕອນ ການປະຕິບັດຕົວຈິງ ເພື່ອຂະຫຍາຍ ແລະ ເສີມສ້າງການຈັດຕັ້ງປະຕິບັດໃນໄລຍະສອງປີເຄິ່ງໃນຕໍ່ໜ້າ."
ສໍາລັບລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃໝ່ຂອງ ສສກ ໄດ້ຊ່ວຍສົ່ງເສີມການຮຽນຮູ້ຂອງຄູ ໃຫ້ເປັນມືອາຊີບຄື: ໃນພາກຮຽນທຳອິດຂອງປີ 2025-2026, ໃນ 30 ເມືອງເປົ້າໝາຍຂອງແຜນງານບີຄວາ, ທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ໄດ້ອຳນວຍຄວາມສະດວກໃຫ້ແກ່ກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຈຳນວນ 33,609 ຄັ້ງ ແລະ ໄດ້ສະໜັບສະໜູນຄູສອນຊັ້ນປະຖົມ ຈຳນວນ 6,930 ຄົນ (56% ເປັນເພດຍິງ); ຜູ້ເຮັດວຽກສຶກສານິເທດພາຍໃນ ຍັງໄດ້ຮັບການລົງຕິດຕາມສະໜັບສະໜູນ 9,728 ຄັ້ງຈາກ ວຄ ແລະ ສກມ, ແລະ ມີການສັງເກດການສອນໃນຫ້ອງຮຽນເກືອບ 1,699 ຄັ້ງ ທີ່ໄດ້ດຳເນີນຮ່ວມກັນໂດຍ ຜູ້ເຮັດວຽກສຶກສານິເທດພາຍໃນ, ວຄ ແລະ ສກມ. ສິ່ງສຳຄັນແມ່ນ, ຄູ່ຮ່ວມພັດທະນາຫຼາຍອົງກອນ ກຳລັງໃຫ້ການສະໜັບສະໜູນວິທີການ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ເຊິ່ງເປັນສິ່ງຊີ້ບອກວ່າ ໄດ້ສົ່ງເສີມໃຫ້ການຂະຫຍາຍລະບົບນີ້ ໄປໃນທົ່ວປະເທດ ໂດຍບໍ່ໄດ້ອີງໃສ່ທຶນຂອງລັດຖະບານອົດສະຕຣາລີຢ່າງດຽວ.
ກອງປະຊຸມຍົກໃຫ້ເຫັນ ກ່ຽວກັບລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ, ໂດຍຜູ້ເຂົ້າຮ່ວມໄດ້ແລກປ່ຽນບົດຮຽນ ຈາກການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ການກະກຽມແຜນການລະອຽດສຳລັບສອງປີເຄິ່ງໃນຕໍ່ໜ້າ ເມື່ອແຜນງານບີຄວາຂະຫຍາຍເວລາໄລຍະທີ 2. ນອກຈາກນິ້ີ, ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລື ກ່ຽວກັບບູລິມະສິດໃນການຂະຫຍາຍໄລຍະທີ 2, ລວມທັງສ້າງຄວາມເຂັ້ມແຂງດ້ານການຄົ້ນຄວ້າ ແລະ ການຮຽນຮູ້ ພ້ອມທັງເອົາໃຈໃສ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ. ແຜນວຽກປະຈຳປີຂອງພະແນກສຶກສາທິການ ແລະ ກິລາແຂວງ ແລະ ວິທະຍາໄລຄູ ສຳລັບປີ 2026–2027 ແມ່ນໄດ້ຮັບການຮັບຮອງ ແລະ ແຜນການລະອຽດສຳລັບເດືອນເມສາ ຫາ ເດືອນກັນຍາ 2026 ກໍ່ໄດ້ຮັບການອະນຸມັດຂັ້ນສຸດທ້າຍ.660171003_122121821109228259_8146507788969972573_n.jpg659033445_122121821193228259_472236636062160052_n.jpg
ພາບ-ຂ່າວ: ບົວລະພາ
ຍຸດທະສາດ ດິຈິຕອນສໍາລັບການສຶກສາ2025-2035
ພາສາລາວ
Digital Strategy for Education Lao PDR
ພາສາອັງກິດ
ຍຸດທະສາດ ແລະ ແຜນພັດທະນາ ວິທະຍາສາດ
ເຕັກໂນໂລຊີນະວັດຕະກຳແຫ່ງຊາດ 2026-2040

♦ ປະກາດຮັບສະໝັກທີ່ປຶກສາດ້ານກວດສອບອິດສະຫຼະ (Independent Verification Agent) ເພື່ອດໍາເນີນການກວດ ສອບຜົນການຈັດຕັ້ງປະຕິບັດກິດຈະກຳທີ່ນໍາໃຊ້ງົບປະມານພາກມີເງື່ອນໄຂ (Performance-Based Conditions PBC) ພາຍໃຕ້ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ:ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III-LEAP), (Credit No. 6854 - LA) ຢູ່ໃນເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ເລີ່ມແຕ່ວັນທີ 25 ມີນາ 2026 – 10 ເມສາ 2026, ດັ່ງລາຍລະອຽດໄດ້ຄັດຕິດເອກະສານປະກາດມາພ້ອມນີ້ (1 ສະບັບ) ຜູ້ທີ່ສົນໃຈສາມາດຕິດຕໍ່ ພົວພັນໄດ້ທີ່:
ຫ້ອງການປະສານງານສາກົນເພື່ອການສຶກສາ (ECU), ກົມແຜນການ, ກະຊວງສຶກສາທິການ ແລະ ກິລາ
ໂທ: +856 21 243672 ຫລື 020 5582 6153 ຫລື 020 5459 5936
e-mail: This email address is being protected from spambots. You need JavaScript enabled to view it., cc This email address is being protected from spambots. You need JavaScript enabled to view it.  (1 ສະບັບ)⇒ ເອກກະສານຄັດຕິດ